ສະພາຕ່ຳອາເມຣິກາໄດ້ຜ່ານຍັດຕິການຈັດສັນງົບປະມານໃນມູນຄ່າ 1.200 ຕື້ໂດລາ ເພື່ອຫຼີກເວັ້ນບໍ່ໃຫ້ລັດຖະບານປິດການເຮັດວຽກໄປບາງສ່ວນ

2024-03-23 15:28:22 cri

ວັນທີ 22 ມີນານີ້, ບໍລິສັດກະຈາຍສຽງທົ່ວປະເທດອາເມຣິກາ ຫຼື NBC ລາຍງານວ່າ, ສະພາຕ່ຳອາເມຣິກາໄດ້ຜ່ານຍັດຕິການຈັດສັນງົບປະມານລັດຖະບານທີ່ມີມູນຄ່າ 1.200 ຕື້ໂດລາ ເພື່ອສະໜອງງົບປະມານໃຫ້ແກ່ພາກສ່ວນ 3 ສ່ວນ 4 ຂອງລັດຖະບານ. ປັດຈຸບັນ, ຍັດຕິການຈັດສັນງົບປະມານດັ່ງກ່າວໄດ້ຍື່ນໃຫ້ສະພາສູງແລ້ວ.


ຕາມຂ່າວແຈ້ງວ່າ, ຖ້າຍັດຕິການຈັດສັນງົບປະມານດັ່ງກ່າວບໍ່ໄດ້ຜ່ານການຮັບຮອງໃນສະພາສູງ, ລັດຖະບານອາເມຣິກາຈະຈຳເປັນຕ້ອງປິດການເຮັດວຽກໄປບາງສ່ວນໃນຕອນເຊົ້າວັນທີ 23 ມີນານີ້. ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາຮຽກຮ້ອງໃຫ້ລັດຖະສະພາຮັບຮອງເອົາຍັດຕິການຈັດສັນງົບປະມານດັ່ງກ່າວໂດຍໄວ ທັງກ່າວວ່າ ຕົນຈະລົງນາມໃນແຜນຈັດສັນງົບປະມານດັ່ງກ່າວໂດຍໄວເທົ່າທີ່ຈະໄວໄດ້.