ເຫດການຫຼອນໂຈມຕີແບບກໍ່ການຮ້າຍທີ່ເກີດຂຶ້ນຢູ່ໂຮງດົນຕີແຫ່ງໜຶ່ງຂອງລັດມົດສະກູໄດ້ເຮັດໃຫ້ມີຜູ້ເສຍຊີວິດ 143 ຄົນ

2024-03-24 13:24:42 cri

ວັນທີ 23 ມີນານີ້ຕາມເວລາທ້ອງຖິ່ນ, ສຳນັກຂ່າວສານຣັດເຊຍລາຍງານວ່າ, ເຫດການຫຼອນໂຈມຕີແບບກໍ່ການຮ້າຍທີ່ເກີດຂຶ້ນຢູ່ໂຮງດົນຕີແຫ່ງໜຶ່ງຂອງລັດມົດສະກູໄດ້ເຮັດໃຫ້ມີຜູ້ເສຍຊີວິດ 143 ຄົນແລ້ວ.

ນອກນີ້ຕາມແຫຼ່ງຂ່າວລາຍງານວ່າ, ເມື່ອຫຼັງຄາຂອງໂຮງດົນຕີພັງລົງມາອາດຈະມີ 200 ກວ່າຄົນຍັງຕິດຄ້າງຢູ່ໃນໂຮງດົນຕິ. ຂໍ້ສະຫຼຸບດັ່ງກ່າວແມ່ນພາກສ່ວນປະຕິບັດກົດໝາຍສະຫຼຸບພາຍຫຼັງກວດເບິ່ງກ້ອງວົງຈອນປິດ, ຄາດວ່າຈຳນວນຜູ້ເສຍຊີວິດອາດຈະເພີ່ມຂຶ້ນ.   

ໃນໂອກາດກ່າວຄຳປາໄສຜ່ານທາງໂທລະພາບເມື່ອວັນທີ 23 ມີນານີ້, ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍກ່າວວ່າ: ນີ້ແມ່ນການຫຼອນໂຈມຕີແບບກໍ່ການຮ້າຍທີ່ມີການວາງແຜນລະອຽດ, ນອງເລືອດ ແລະ ປ່າເຖື່ອນ, ເປັນການສັງຫານໝູ່ຂະໜາດໃຫຍ່ຕໍ່ປະຊາຊົນຜູ້ບໍລິສຸດທີ່ກຽມການມາເປັນເວລາດົນນານ ແລະ ມີການຈັດຕັ້ງຢ່າງລະອຽດ.

ທ່ານປູຕິນ ກ່າວຕື່ມວ່າ: ຜູ້ກໍ່ເຫດໂດຍກົງ 4 ຄົນຖືກຈັບຕົວແລ້ວ, ພວກເຂົາມີເປົ້າໝາຍໜີໄປທາງອູແກຣນ. ອີງຕາມຂໍ້ມູນເບື້ອງຕົ້ນສະແດງໃຫ້ເຫັນວ່າ, ອູແກຣນໄດ້ກະກຽມ “ທາງໜີ” ຂ້າມຊາດໃຫ້ແກ່ພວກເຂົາ. ບໍ່ວ່າມືມືດຢູ່ເບື້ອງຫຼັງຂອງພວກລັດທິກໍ່ການຮ້າຍແມ່ນໃຜ, ຜູ້ວາງແຜນ, ຜູ້ຈັດຕັ້ງ ແລະ ຜູ້ປະຕິບັດເຫດການຫຼອນໂຈມຕີແບບກໍ່ການຮ້າຍທັງໝົດ ລ້ວນແຕ່ຈະຖືກລົງໂທດຢ່າງເປັນທຳ ແລະ ສົມຄວນຕາມໂທດທີ່ກໍ່ຂຶ້ນ.

ທ່ານປູຕິນຍັງປະກາດໃຫ້ວັນທີ 24 ມີນາເປັນວັນໄວ້ອາໄລແຫ່ງຊາດ.