ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດຮັບຮອງເອົາມະຕິກ່ຽວກັບປັນຍາປະດິດສະບັບທຳອິດ

2024-03-24 13:26:16 cri


ວັນທີ 21 ມີນານີ້, ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ເປັນເອກະພາບກັນຮັບຮອງເອົາມະຕິສະບັບໜຶ່ງທີ່ມີລັກສະນະເປັນຂີດໝາຍທາງປະຫວັດສາດ, ຮຽກຮ້ອງໃຫ້ຄົນທັງຫຼາຍກຳເອົາໂອກາດທີ່ສ້າງຂຶ້ນດ້ວຍລະບົບປັນຍາປະດິດ ຫຼື AI ທີ່ “ມີຄວາມປອດໄພ, ໄວ້ໃຈໄດ້ ແລະ ໜ້າເຊື່ອຖື”, ເຮັດໃຫ້ປັນຍາປະດິດສ້າງຜົນປະໂຫຍດໃຫ້ແກ່ມວນມະນຸດ, ແລະຊຸກຍູ້ການພັດທະນາແບບຍືນຍົງ.

ຕາມຂ່າວແຈ້ງໃຫ້ຮູ້ວ່າ, ນີ້ແມ່ນກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດຮັບຮອງມະຕິກ່ຽວກັບການຕິດຕາມຄຸ້ມຄອງປັນຍາປະດິດເຊິ່ງເປັນຂົງເຂດພັດທະນາໃໝ່ເປັນຄັ້ງທຳອິດ. ຮ່າງມະຕິດັ່ງກ່າວແມ່ນສະເໜີໂດຍອາເມຣິກາ, ໂດຍມີ 120 ກວ່າປະເທດສະມາຊິກເປັນ “ປະເທດສະເໜີຮ່ວມກັນ” ຫຼືສະແດງການສະໜັບສະໜູນ.

ມະຕິດັ່ງກ່າວລະບຸວ່າ, ບັນດາປະເທດໄດ້ຮັບຮູ້ວ່າ, “ການອອກແບບ, ການພັດທະນາ, ການວາງແຜນ ແລະ ການນຳໃຊ້ລະບົບ AI ເລັ່ງໄວຂຶ້ນ, ການປ່ຽນແປງໃໝ່ດ້ານເຕັກນິກໄດ້ເກີດຂຶ້ນຢູ່ເລື້ອຍໆ, ມີຜົນສະທ້ອນບົ່ມຊ້ອນຕໍ່ການເລັ່ງລັດບັນລຸເປົ້າໝາຍການພັດທະນາແບບຍືນຍົງ.”

ສະນັ້ນ, ກອງປະຊຸມສະມັດຊາໃຫຍ່ “ຕັດສິນໃຈສົ່ງເສີມລະບົບ AI ທີ່ມີຄວາມປອດໄພ, ໄວ້ໃຈໄດ້ ແລະ ໜ້າເຊື່ອຖື, ເພື່ອໃຫ້ໄດ້ຮັບຄວາມຄືບໜ້າໄວຂຶ້ນໃນດ້ານການບັນລຸເປົ້າໝາຍ ໃນວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດຢ່າງຮອບດ້ານ.”