ສະພາສູງອາເມຣິກາຮັບຮອງຮ່າງກົດໝາຍວ່າດ້ວຍການຈັດສັນງົບປະມານມູນຄ່າ 1.200 ຕື້ໂດລາເພື່ອຫຼີກລ່ຽງບໍ່ໃຫ້ລັດຖະບານຢຸດປະຕິບັດງານໃນບາງພາກສ່ວນ

2024-03-24 12:27:31 cri

ອີງຕາມແຫຼ່ງຂ່າວຈາກຂ່າວສານAPຂອງອາເມຣິກາແລະຂ່າວສານAFPຂອງຝຣັ່ງລາຍງານໃຫ້ຮູ້ວ່າ: ຕອນຄ່ຳວັນທີ22ມີນານີ້, ສະພາສູງອາເມຣິກາໄດ້ຮັບຮອງຮ່າງກົດໝາຍວ່າດ້ວຍການຈັດສັນງົບປະມານຂອງລັດຖະບານມູນຄ່າ1.200ຕື້ໂດລາເພື່ອຫຼີກລ່ຽງບໍ່ໃຫ້ລັດຖະບານຢຸດປະຕິບັດງານໃນບາງພາກສ່ວນ.

ກ່ອນໜ້ານີ້, ສະພາຕ່ຳອາເມຣິກາໄດ້ຮັບຮອງເອົາຮ່າງກົດໝາຍສະບັບນີ້ດ້ວຍການລົງຄະແນນສຽງເຫັນດີ 286 ສຽງ, ບໍ່ເຫັນດີ 134 ສຽງ.

ຮ່າງກົດໝາຍສະບັບນີ້ຈະຍື່ນໃຫ້ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາລົງນາມເພື່ອໃຫ້ເກີດມີຜົນສັກສິດ.