ເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮ້ກ່າວປະນາມຢ່າງຮຸນແຮງຕໍ່ການກໍ່ອາຊະຍາກຳລັດທິກໍ່ການຮ້າຍ

2024-03-25 15:49:05 CRI

 

    ວັນທີ 24 ມີນານີ້: ເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮ້ໄດ້ອອກຖະແຫຼງການກ່ຽວກັບເຫດການກໍ່ການຮ້າຍທີ່ເກີດຂຶ້ນຢູ່ມົສກູ. ຖະແຫຼງການລະບຸວ່າ: ອົງການຮ່ວມມືຊຽງໄຮ້ກ່າວປະນາມຢ່າງຮຸນແຮງຕໍ່ອາຊະຍາກຳລັດທິກໍ່ການຮ້າຍທີ່ເກີດຂຶ້ນຢູ່ເມືອງກຣາສໂນໂກສະກີແຫ່ງລັດມົສກູໃນວັນທີ 22 ເດືອນນີ້, ສະແດງຄວາມເຫັນໃຈຕໍ່ຍາດຕິພີ່ນ້ອງຂອງຜູ້ເສຍຊີວິດ ແລະ ຜູ້ບາດເຈັບໃຈ, ສະແດງຄວາມໄວ້ອາໄລຕໍ່ປະຊາຊົນຜູ້ເສຍຊີວິດເຊິ່ງລວມທັງເດັກນ້ອຍ ເປັນຈຳນວນຫຼວງຫຼາຍ. ຂ້າພະເຈົ້າຂໍອວຍພອນໃຫ້ຜູ້ທີ່ໄດ້ຮັບບາດເຈັບໃນເຫດການຄັ້ງນີ້ດີຂຶ້ນໂດຍໄວ.