ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-20 15:05:23    
ສຳ​ພາດ​ທ່ານ​ສົມ​ສະ​ຫວາດ.​ເລັ່ງ​ສະ​ຫວັດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສປປ​ລາວ​ກ່ຽວ​ກັບ​ສະ​ພາບ​ການ​ກະ​ກຽມ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊຽນ​ຄັ້ງ​ທີ 10(ສຽງ)

cri Author: sayvanny

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ສົມ​ສະ​ຫວາດ.​ເລັ່ງ​ສະ​ຫວັດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ໄດ້​ມາ​ເຂົ້າ ຮ່ວມ​ກອງ​ປະ​ຊຸມ​ສາ​ກົນ​ຂອງ​ບັນ​ດາ​ພັກ​ການ​ເມືອງ​ໃນ​ທະ​ວີບ​ອາ​ຊີ​ຄັ້ງທີ​ສາມ​ຢູ່​ປັກ​ກິ່ງ,ທ່ານ​ໄດ້​ໃຫ້​ສຳ​ພາດ​ໂດຍ​ຈຳ​ເພາະ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ​ພວກ​ເຮົາ,​ໃນ​ເວລາ​​ໃຫ້​ສຳ​ພາດ,ທ່ານ​ສົມ​ສະ​ຫວາດ​ໄດ້​ຕີ​ລາຄາ​ສູງ​ຕໍ່​ນະ​ໂຍ ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ,​ແລະ​ໄດ້​ສະ​ເຫນີ​ສະ​ພາບ​ການ​ກະ​ກຽມ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊຽນ​ຄັ້ງ​ທີ 10 ທ່ີ​ຈະ​ຈັດ​ຂຶ້ນ​ຢູ່​ລາວ​ນັ້ນ​ສູ່​ພວກ​ເຮົາ​ຟັງ, ຕໍ່​ໄປ ​ເຊີນ​ຟັງ​ບົດ​ສຳ​ພາດ​ທ່ານ​ສົມ​ສະ​ຫວາດ​ເລັ່ງ​ສະ​ຫວັດ.

ນັກ​ຂ່າວ:ວັນ​ທີ 8 ຕຸລາ​ປີ 2003 ຈີນ​ປະ​ກາດ​​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ອາ​ຊີ​ອາ​ຄະ​ເນ​ຢ່າງ​ເປັນ​ທາງ​ການ,​ແລ້ວ​ກາຍ​ເປັນ​ປະ​ເທດ​ເຊັນ​ສັນຍາ​ດ່ັງ​ກ່າວ​ປະ​ເທດ​ທຳ​ອິດ​ທ່ີ​ຢູ່​ນອກ​ເຂດ​ອາ​ຊີ​ອາ​ຄະ​ເນ,ທ່ານ​ມີ​ການ​ວິ​ຈານ​ແນວ​ໃດ​ຕໍ່​ນະ​​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ທ່ີ"ມີ​ໄມຕີ​ຈິດ​ຕໍ່​ປະ​ເທດ​ໃກ້​ຄຕຽງ ຖື​ປະ​ເທດ​ໃກ້​ຄຽງ​ເປັນ​ເພື່ອນ""ຖືກ​ຕ້ອງ​ປອງ​ດອງ​ກັບ​ບ້ານ​ໃກ້​ເຮືອນ​ຄຽງ ຢູ່​ຮ່ວມ​ກັນ​ກັບ​ປະ​ເທດ​ໃກ້​ຄຽງ​ຢ່າງ​ສະ​ຫງົບ ​ເຮັດ​ໃຫ້​ປະ​ເທດ​ໃກ້​ຄຽງ​ຮ່ັງ​ມີ​ຂຶ້ນ"?

ທ່ານ​ສົມ​ສະ​ຫວາດ:ອາ​ຊຽນ​ພວກ​ເຮົາ​ມີ​ຄວາມ​ຊົມ​ຊື່ນ​ຍິນ​ດີ​ທ່ີ​ເຫັນ​ວ່າ​ຈີນ​ໄດ້​ເຂົ້າ​ເປັນ​ພາ​ຄີ​ຂອງ​ສົນ​ທິ​ສັນ​ຍາ​ໄມຕີ​ຈິດ​ແລະ​ການ​ຮ່ວມ​ມື​ຢູ່​ອາຊີ​ອາ​ຄະ​ເນ ເປັນ​ປະ​ເທດ​ທຳ​ອິດ​ທ່ີ​ຢູ່​ນອກ​ອາ​ຊຽນ.ນີ້​ເປັນ​ການ​ສະ​ແດງ​ວ່າ​ຈີນ​ມີ​ຄວາ​ມ ​ມຸງ​ຫວັງ​ຢາກ​ສ້າງ​ການ​ພົວ​ພັນ​ເປັນ​ມິດ​ໄມ​ຕີ​ທ່ີ​ດີ​ກັບ​ອາ​ຊຽນ.

ຂ້າ​ພະ​ເຈົ້າ​ໄດ້​ຕິດ​ຕາມ​ວ່າ,ນັບ​ແຕ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 16 ຂອງ​ພັກ​ກອມ​ມູນິດ​ຈີນ,​ເພິ່ນ​ໄດ້​ມີ​ທິດ​ນຳ​ການ​ຕ່າງ​ປະ​ເທດ​ໃຫມ່​ທ່ີ​ຖືກ​ຕ້ອງ​ແທ້,​ເພິ່ນ​ເວົ້າ​ເລື່ອງ​ຈະ​ສ້າງ​ຄວາມ​ເປັນ​ມິດ​ໄມຕີ​ກັບປະ​ເທດ​ເພື່ອ​ບ້ານ​ໃກ້​ຄຽງ, ຢາກ​ເປັນ​ຄູ່​ຮ່ວມ​ທ່ີ​ດີ​ກັບປະ​ເທດ​ໃກ້​ຄຽງ,ຢ່າ​ກສ້າງ​ຄວາມ​ປອງ​ດອງ​ກັບປະ​ເທດ​ໃກ້​ຄຽງ ​ເຮັດ​ໃຫ້​ປະ​ເທດ​ໃກ້​ຄຽງ​ມີ​ຄວາມ​ສະຫງົບ ມີ​ຄວາມ​ຈະ​ເລີນ​ຮັ່ງ​ມີ​ຂຶ້ນ.ອັນ​ນີ້​ແມ່ນ​ທິດ​ນຳ​ທ່ີ​ຖືກ ຕ້ອງ​ທ່ີ​ສຸດ​,ບໍ່​ວ່າ​ປະ​ເທດ​ຈີນ​ຫລື​ປະ​ເທດ​ອື່ນ​ໃນ​ອາ​ຊຽນ​ພວກ​ເຮົາ​ກໍ່​ຢາກ​ແບບ​ດຽວ​ກັນ​ນັ້ນ,​ແມ່ນ​ຢາກ​ມີ​ຄວາມ​ສະ​ຫງົບ.ສະ​ນັ້ນ ພວກ​ເຮົາ​ຈິ່ງ​ຮຽກ​ຮ້ອງ​ຢາກ​ໃຫ້​ປະ​ເທດ​ຢູ່​ນອກ​ອາ​ຊີ​ອາ​ຄະ​ເນ​ເຂົ້າ​ເປັນ​ພາຄີ​ຂອງ​ສົນ​ທິ​ສັນ​ຍາ​ໄມຕີ​ຈິດ​ແລະ​ການ​ຮ່ວມ​ມື​ນີ້,ດຽວ​ນີ້ ຫລັງ​ຈາກ​ຈີນ​ແລ້ວ,ຕໍ່​ມາ​ກໍ່​ມີ​ອິນ​ເດຍ ຍີ່​ປຸ່ນ,​ເດືອນ 11 ນີ້ ຢູ່​ວຽງ​ຈັນ​ໃນ​ໂອ​ກາດ​ຈັດ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊຽນ​ນັ້ນ,ລັດ​ເຊຍ​ກໍ່​ຈະ​ເຂົ້າ​ເປັນ​ພາຄີ​ຂອງ​ສົນ​ທິ​ສັນ​ຍາ​ດ່ັງ​ກ່າວ.ອັນ​ນີ້​ແມ່ນ​ເປັນ​ການ​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ຂອງ​ທາງ​ອາ​ຊຽນ​ພວກ​ເຮົາ.

ພ້ອມ​ກັນ​ນັ້ນ ຂ້າ​ພະ​ເຈົ້າກໍ່​ຄິດ​ວ່າ,ນະ​ໂຍ​ບາຍ​ຫລື​ທິດ​ນຳ​ການ​ຕ່າງປະ​ເທດ​ຂອງ​ຈີນ​ທ່ີ​ໃຫ້​ຄວາມ​ສຳ​ຄັນ​ກ່ອນ​ອື່ນ​ຫມົດ​​ແກ່​ການ​ສ້າງ​ບັນ​ຍາ​ກາດ​ການ​ພົວ​ພັນ​ເປັນ​ມິດ​ທ່ີ​ດີ​ກໍ່​ປະ​ເທດ​ໃກ້​ຄຽງ​ແມ່ນ​ຖືກ​ຕ້ອງ​ຫລາຍ.​ເພາະ​ບໍ່​ມີ​ປະ​ເທດ​ໃດ​ຢາກ​ສ້າງ​ປະ​ເທດ​ຂອງ​ຕົນ​,​ແຕ່​ສະ​ພາບ​ແວດ​ລ້ອມ​ອ້ອມ​ແອ້ມ​ຕົນ​ເອງ​ມີ​ແຕ່​ເສິກ​ສົງຄາມ​ຫລື​ວ່າ​ຜິດ​ຂອງ​ຕ້ອງ​ຖຽງ​ກັນ,ຈັ່ງ​ໃດ​ຈິ່ງ​ສ້າງ​ໄດ້?ອັນ​ນີ້​​ແລະ, ສະ​ນັ້ນ​ນະ​ໂຍບາຍ​ຕ່າງ​ປະ​ເທດ​ຂອງ​ຈີນ​ແມ່ນ​ສອດ​ຄ່ອງ​ກັບ​ສະ​ພາບ​ການ​ປະ​ຈຸ​ບັນ.

1  2  3  4