ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-18 15:12:56    
ເຂົ້າ​ຮ່ວມ​ບຸນ​ຫົດ​ນ້ຳຂ​ອງ​ເຜົ່າ​ໄທ​ລື້(ສຽງ)

cri Author: sayvanny

ວັນ​ທີ 13 ​ເມສາ​ແມ່ນ​ບຸນສັງຂານ​ຕາມ​ຈຸນ​ລະສັກກະ​ຫລາດ,​ແລະກໍ່​ແມ່ນ​ມື້​ທຳ​ອິດຂອງ​ບຸນ​ຫົດ​ນ້ຳ ບຸນ​ປະ​ເພນີ​ຂອງ​ເຜົ່າ​ລື້​ຈີນ.​ເມືອງ​ຊຽງ​ຮຸ່ງ ​ເທດສະບານ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ແຂວງ​ຢຸນນານ​ຈີນ​​ແມ່ນ​ສະຖານ​​ແຫ່ງ​ຫນຶ່ງທີ່​ຈັດ​ງານ​ທ່ອງ​ທ່ຽວ​ວັດທະນະທຳ​ສາກົນ​ຄຸນ​ມິ​ງຈີນ,ການ​ເຄື່ອນ​ໄຫວ​ຕ່າງໆສະຫລອງ​ບຸນ​ຫົດ​ນ້ຳລຈະ​ຈັດ​ຂຶ້ນ​ຢູ່​ແຫ່ງ​ນີ້.

ຕອນ​ເຊົ້າວັນ​ທີ 13 ​ເມສາ, ຢູ່ຕາມຫາດ​ຊາຍ​ສີຄຳແຄມ​ແມ່ນ້ຳລ້ານ​ຊ້າງກໍ່​ເຕັມ​ໄປ​​ແຕ່​ສຽງ​ຟົດ​ນັ່ນຂອງ​ຫມູ່​ຄົນ​ທີ່​ຄັບຄາ​ຫນາ​ແຫນ້ນ.ຜູ່​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ແຫ່ງ​ຕ່າງໆພາກັນ​ຫລັ່ງ​ໄຫລ​ໄປ​ຫາ​ແຄມ​ນ້ຳ,​ເພື່ອ​ຫາ​ບ່ອນ​ທີ່​ເຫັນ​ຄັກ,​ເພື່ອ​ຊົມ​ການ​ເຄື່ອນ​ໄຫວ​ສະຫລອງ​ຕ່າງໆຂອງ​ພິທີ​ໄຂ​ງານ. ຢູ່​ຫາດ​ຊາຍ​ສີ​ຄຳ​ທີ່​ບໍ່​ໃຫຍ່​ປານ​ໃດ,​ໄດ້​ປຸກ​ຜາມ​ນ້ອຍໆ​ໃຫຍ່ໆ​ຂຶ້ນ​ຫລາຍມື້​ແລ້ວ​ຕິດ​ຕໍ່​ກັນ​ເປັນ​ແຖວ,ບາງ​ແຫ່ງ​ຂາຍ​ຊິ້ນປີ້ງ,ບາງ​ແຫ່ງ​ຂາຍ​ເຄື່ອງ​ດື່ມ​ເຢັນ,​​ໃນ​ຂະນະ​ທີ່​ທ່ານ​ຮູ້ສຶກ​ເຖິງ​ຄວາມ​ມ່ວນ​ຊື່ນ​ຟັດ​ຟື້ນໃນ​ຍາມ​ບຸນນັ້ນ, ຍັງ​ໃຫ້​ທ່ານ​ໄດ້ຊິ​ມລົດອາ ຫານ​ເຜົ່າ​ລື້​. ຂົວສາຍ​ກາບ​ຈ່ອງ​ທີ່​ສູງສະຫງ່າ​ຢູ່​ທາງ​ຂ້າງ, ມີ​ລົດ​ລາແລະ​ຄົນ​ສັນຈອນໄປມາ​ຢ່າງລຸດໆ​ລ້າຍ.

ຕອນ​ທ່ຽງ, ຄຽງ​ຄູ່​ກັບສ​ຽງບັ້​ໄຟ​ດັງຂຶ້ນ,ງານ​ສະຫລອງ​ບຸນ​ຫົດ​ນ້ຳ​​ໄດ້​ເລີ່​ມຕົ້ນ​ເປັນ​ທາງ​ການ, ທົ່ວກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ໄດ້​ກາຍ​ເປັນມະຫາ​ສະຫມຸດແຫ່ງ​ຄວາມ​ມ່ວນ​ຊື່ນ.

ການ​ຊ່ວງ​ເຮືອ​ຕາມປະ​ເພນີ​ໄດ້​ເລີ່​ມຕົ້ນ​ແລ້ວ, ຄົນ​ທັງ​ຫລາຍ​ໂຫ້​ກັນ​ໄປ​ເບິງ​ຢູ່​​ແຄມ​ນ້ຳ,ພໍ່​ແມ່​ປະ​ຊາ​ຊົນ​ຂອງ​ຄະນະ​ສີ​ພາຍ​ແຕ່​ລະ​ຄະ​ນະ​ກໍ່​ຢືນ​ຢູ່​ເວ​ທີ​ດື່ມ​ເຫລົ້າ​ທີ່​ສ້າງ​ຂຶ້ນ​ຊົ່ວຄາວ,​ເຊຍ​ໃຫ້​ກຳລັງ​ໃຈ​ແກ່​ຄະນະ​ຂອງຕົນ​ເອງ.

1  2  3  4  5