ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-18 15:12:56    
ເຂົ້າ​ຮ່ວມ​ບຸນ​ຫົດ​ນ້ຳຂ​ອງ​ເຜົ່າ​ໄທ​ລື້(ສຽງ)

cri Author: sayvanny

ຄູ​ຂອງ​ນາງ​ບອກ​ພວກ​ເຮົາ​ວ່າ:

ພະ​ທາດ​ຊາຍ​ນີ້​ໃຫ້​ຊື່​ວ່າ: ຄວາມ​ຮັກ​ຂອງ​ນ້ຳ, ນ້ຳ​ຫມາຍ​ເຖິງ​ບຸນ​ຫົດ​ນ້ຳ​ຂອງ​ເຜົ່າ​ລື້,ຜູ່​ຍິງ​ຫມາຍ​ເຖິງ​ມານ​ດາ, ນ້ຳ​ກໍ່​ແມ່ນ​ບໍ່​ເກີດ​ຂອງ​ພວກ​ເຮົາ, ​ຊ້າງ​ແມ່ນ​ສັດ​ສິ​ລິ​ມຸງ​ຄຸນ​ຂອງ​ເຜົ່າ​ລື້,​​ໃຫ້​ມັນ​ພົ່ນ​ນ້ຳ​ໃຫ້​ພອນ​ແກ່​ຊາວ​ລື້​ເຫມາະ​ສົມ​ທີ່​ສຸດ.

​ຜົນ​ສຸດ​ທ້າຍ, ຜູ່​ໄດ້​ທີ​ຫນຶ່ງ​ໃນ​ການ​ແຂ່ງ​ຂັນ​ຕົບ​ພະ​ທາດ​ຊາຍ​ປີ​ນີ້​ແມ່ນ​ທີມ​ແຂ່ງ​ຂັນ​ຂອງ​ໂຮງ​ຮຽນ​ປະຖົມ​ເລກ​ຫນຶ່ງ​ສິບ​ສອງ​ພັ່ນ​ນາ,ພະ ທາດ​ຊາຍ​ຂອງ​ພວກ​ເຂົາ​ເຈົ້າ​ໃຫ້​ຊື່​ວ່າ:ວັດ​ທະ​ຈັກ,​​ເປັນ​ຮູບ​ທາດ​ຢູ່​ໃນ​ວົງ​ອ້ອມ​ຂອງ​ດຶກ​ດຳ​ບັນ.ຄູ​ວາງ​ຊຽວ​ອຽນ​ໂຮງ​ຮຽນ​ດັ່ງ​ກ່າວ​ໄດ້​ອະ​ທິ​ບາຍ​ໃຫ້​ພວກ​ເຮົາ​ຟັງ​ວ່າ:

ໃນ​ວັດທະນະທຳ​ໃບ​ລານ​,​ເຜົ່າ​ລື້​ສົ່ງ​ເສີມ​ວ່າ: ສິ່ງ​ທີ່​ມີຊີວິດກ່ອນ​ຫມູ່ແມ່ນ​ຕົ້ນ​ໄມ, ຫມາຍ​ຄວາມ​ວ່າ, ມີ​ຕົ້ນ​ໄມ້​ຫລາຍຢ່າງ​ບໍ່​ຄວນ​ຕັດ​ຖີ້ມ, ຮັກສາ​ຊີວະ​ພາບ, ແມ່ນ​ຈຸດ​ດີ​​ເດັ່ນຂອງ​ຊົນ​​ເຜົ່າ​ພວກ​ເຣົາ. ຂ້າພະ​ເຈົ້າຄິດ​ວ່າ​ພວກ​ເຮົາຍິ່ງ​ຕ້ອງ​ປົກ​​ປັກ​ຮັກສາ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ພວກ​ເຮົາ, ສ້າງ​ບ້ານ​ໄທ​ລື້​ໃຫ້​ສວຍງາມກວ່າ​ເກົ່າ.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​​ແມ່ນດົນຕີ​ຟ້ອນ:​ເມືອງພະ​ລາ​ນະ​ສີທີ່​ຈັດ​ຂຶ້ນ​ຢູ່​ວັງ​ພະ​ລາ​ນະ​ສີ​ທີ່​ງາມ​ຮຸ່ງ​ເຮືອງ​ເຫລືອງ​ເຫລື້ອມ​ໃນ​ເມືອງ​ຊຽງ​ຮຸ່ງ.ພະ​ລາ​ນະ​ສີໃນ​ພາສາ​ລື້​ມີ​ຄວາມ​ຫມາຍວ່າ:​ແດນ​ສວຍ​ງາມ​ອັດສະຈັນ​ທີ່ມ່ວນ​ຊື່ນ.ຖ້າວ່າ​ຊາວ​ເຜົ່າ​ລື້​ມີ​ນິ​​ໃສ​​ໂສອ່ອນ​ໂຍນປານ​ນ້ຳ, ວາດ​ຟ້ອນຂອງ​ເຜົ່າ​ລື້​ກໍ່​ໄດ້​ສະ​ແດງ​​ໃຫ້​ເຫັນນິດ​ໃສທີ່​ເຂັ້ມ​ແຂງ​​ທັງ​ອ່ອນ​ໂຍນ​ຂອງ​ປະຊາຊົນ​ຊາວລື້.

1  2  3  4  5