|
![](/images/spacer.gif) |
(GMT+08:00)
2005-04-18 15:12:56
|
![](/images/shim.gif) |
ເຂົ້າຮ່ວມບຸນຫົດນ້ຳຂອງເຜົ່າໄທລື້(ສຽງ)
cri
Author: sayvanny
ຊາຍຜູ່ຫນຶ່ງທີ່ມາຈາກນະຄອນຈຸ່ງກິ່ງເວົ້າວ່າ:
ຂ້າພະເຈົ້າຮູ້ສຶກຕື່ນເຕັ້ນທີ່ສຸດທີ່ໄດ້ຫລິ້ນບຸນຫົດນ້ຳເທື່ອທຳອິດ.
ສ່ວນຜູ່ຊົມທີ່ມາຈາກເມືອງຄຸນມິງຜູ່ຫນຶ່ງເວົ້າວ່າ:
ສົມໃຈແທ້ໆ,ສາວໄທລື້ຫົດນ້ຳນຳກັນກັບພວກເຮົາ, ບໍ່ເຄີຍມີຄວາມຮູ້ສຶກແນວນີ້ຈັກເທື່ອ.
ການສະແດງພະລານະສີບໍ່ພຽງແຕ່ເຕັມໄປດ້ວຍວັດທະນະທຳຂອງສິບສອງພັ່ນນາ, ສະແດງໃຫ້ເຫັນຮີດຄອງປະເພນີແຫ່ງນີ້ທໍ່ນັ້ນ, ມັນຍັງແມ່ນຄວາມສວຍງາມທີ່ຄົນທັງຫລາຍປາຖະຫນາຫາອີກດ້ວຍ.
ຕາມທ່ານຢຽນຈ່ວງ ເຈົ້າຄອງກິ່ງແຂວງສິບສອງພັ່ນນາແນະນຳວ່າ:
ຕັ້ງແຕ່ໄດ້ສ້າງກິ່ງແຂວງສິບສອງພັ່ນນາເຜົ່າລື້ປົກຄອງຕົນເອງເມື່ອປີ 1953 ມານີ້, ໂດຍສະເພາະແມ່ນໃນ 20 ກວ່າປີແຕ່ດຳເນີນການປະຕິຮູບແລະໄຂປະຕູສູ່ພາຍນອກເປັນຕົ້ນມາ,ເສດຖະກິດສັງຄົມຂອງສິບສອງພັ່ນນາໄດ້ພັດ ທະນາຢ່າງບໍ່ເຄີຍມີມາກ່ອນ,ກຳລັງເສດຖະກິດສັງລວມເພີ່ມຂຶ້ນຢ່າງເດັ່ນຊັດ.ປີ 2004,GDP ຂອງທົ່ວກິ່ງແຂວງໄດ້ບັນລຸ 6 ຕື້ 878 ລ້ານຢວນ,ເພີ່ມຂຶ້ນຫລາຍກວ່າປີ 2003 43,1%.ດ່ານຊັ້ນຫນຶ່ງລະດັບຊາດສາມແຫ່ງຄື:ດ່ານບໍ່ຫານ ສະຫນາມບິນສິບສອງພັ່ນນາ ທ່າຊຽງຮຸ່ງແລະດ່ານຕາໂລເປັນຕົ້ນໄດ້ກໍ່ສ້າງຈົນມີຂະຫນາດໃຫຍ່ໃນເບື້ອງຕົ້ນແລ້ວ.ສະຫນາມບິນສິບສອງພັ່ນນາໄດ້ເປີດສາຍການບິນພາຍໃນປະເທດ 10 ກວ່າສາຍແລະສາຍການບິນໄປຊຽງໃຫມ່ ບາງກອກໄທແລະຫລວງພະບາງ ວຽງຈັນຂອງລາວ. ແມ່ນ້ຳລ້ານຊ້າງແລະແມ່ນ້ຳຂອງທີ່ໄຫລຜ່ານສີ່ປະເທດຈີນ ລາວ ມຽນມາແລະໄທກໍ່ໄດ້ເປີດໃຫ້ກ່ຳປັ່ນການຄ້າເດີນເຮືອຢ່າງເປັນທາງການແລ້ວ.
ພວກເຮົາຈົ່ງພ້ອມກັນອວຍພອນໃຫ້ສິບສອງພັ່ນນາ ແດນທີ່ສວຍງາມອັດສະຈັນນີ້ດີຂຶ້ນທຸກປີ. 1 2 3 4 5
|
|
|