|
![](/images/spacer.gif) |
(GMT+08:00)
2005-04-18 15:12:56
|
![](/images/shim.gif) |
ເຂົ້າຮ່ວມບຸນຫົດນ້ຳຂອງເຜົ່າໄທລື້(ສຽງ)
cri
Author: sayvanny
ຜູ່ເຂົ້າຮ່ວມການຊ່ວງເຮືອໃນບຸນຫົດນ້ຳປີນີ້ລ້ວນແຕ່ແມ່ນຊາວເຜົ່າລື້, ໃນທ່າມກາງສຽງຄ້ອງສຽງກອງແລະສຽງໄຊໂຍໂຮ່ຮ້ອງຂອງຜູ່ຊົມຢູ່ສອງຟາກຝັ່ງສີພາຍລູກຫລານເຜົ່າລື້ທີ່ນຸ່ງຊຸດຊົນເຜົ່າແຕ່ລະຄົນທ່າທາງຈຶກຈັກ, ພ້ອມໃຈຮ່ວມແຮງກັນ,ຕັດຜ່າຫົວຟອງເພື່ອຍາດເອົາໄຊຊະນະ.ເມື່ອການແຂ່ງຂັນສິ້ນສຸດລົງແລ້ວ, ສີພາຍທັງຫລາຍບໍ່ວ່າຜູ່ໄດ້ຊະນະຫລືເສຍໄຊ, ໃຜໆກໍ່ຫນ້າຊື່ນຕາບານຢ່າງເຕັມໄປດ້ວຍຄວາມຜາສຸກ,ສິ່ງທີ່ພວກເຂົາເຈົ້າໄດ້ຮັບນັ້ນອຸດົມໄປດ້ວຍຄວາມມ່ວນຊື່ນ.
ພວກເຂົາເຈົ້າອີງຕາມປະເພນີເຜົ່າລື້, ຕີຄ້ອງຕີກອງທັງຟ້ອນທັງລຳ, ປ່ຽນກັນໄປສະແດງຄວາມອວຍພອນປີໃຫມ່ໃຫ້ແຂກຜູ່ມີກຽດທີ່ຮ່ວມງານ, ຜູ່ນຳຂອງກິ່ງແຂວງສິບສອງພັ່ນນາແລະນາງຕ່າວໄມລານ ນັກຟ້ອນຂອງເຜົ່າລື້ທີ່ມີຊື່ສສຽງໄດ້ມອບລາງວັນໃຫ້ຄະນະສີພາຍທີ່ເຂົ້າຮ່ວມການຊ່ວງເຮືອ,ຍັງໄດ້ມອບບັງບຸບຜາຊາດທີ່ເປັນສັນຍະລັກແຫ່ງພອນປີໃຫມ່ໃຫ້ລົມຟ້າອາກາດ ດີເກັບກ່ຽວໄດ້ອຸດົມສົມບູນ.
ພໍລາຍການຊ່ວງເຮືອສິ້ນສຸດລົງ, ການແຂ່ງຂັນຕົບພະທາດຊາຍກໍ່ເລີ່ມ ຈັດຂຶ້ນ.
ການຕົບພະທາດຊາຍແມ່ນພິທີບູຊາອັນເກົ່າແກ່ຢ່າງຫນຶ່ງຂອງເຜົ່າລື້, ແຕ່ກ່ອນການຕົບພະທາດຊາຍແມ່ນຈັດຢູ່ໃນວັດ,ຄົນທັງຫລາຍເອົາກອງດິນຊາຍຕົບເປັນຮູບພະທາດ, ເພື່ອສະແດງຄວາມເຄົາລົບບູຊາຕໍ່ພະພຸດທະເຈົ້າ. ຕໍ່ມາ, ຄ່ອຍໆຂະຫຍາຍເປັນກິລາພື້ນເມືອງຢ່າງຫນຶ່ງ, ທັງແມ່ນກິລາ ທັງເປັນການປັ້ນຮູບແລະການແຂ່ງຂັນກັນ, ໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນສິບສອງພັ່ນນາ.ທິມແຂ່ງຂັນທີ່ມາຈາກໂຮງຮຽນຕ່າງໆຂອງສິບສອງພັ່ນນາໄດ້ແຂ່ງແດດກ້າ,ຕົບກອງດິນຊາຍໃຫ້ເປັນຮູບຕ່າງໆ, ເພື່ອສະແດງຄວາມຮັກຫອມຕໍ່ທຳມະຊາດແລະຄວາມເອົາໃຈໃສ່ຕໍ່ການອະນຸລັກສິ່ງແວດລ້ອມ.
ສາວນ້ອຍຜູ່ຫນຶ່ງພວມເອື່ອຍອີງຊ້າງໂຕຫນຶ່ງ, ຊ້າງເອົາງວງພົ່ນນ້ຳໃສ່ນາງ, ສາວນ້ອຍທີ່ກຳລັງຕົບດິນທາດພະຊາຍເວົ້າວ່າ:ຮູບປັ້ນນີ້ແມ່ນຮູບຊ້າງພົ່ນນ້ຳ,ເພື່ອສົ່ງພອນໃຫ້ປະຊາຊົນທົ່ວປະເທດ.
1 2 3 4 5
|
|
|