ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-12 10:58:12    
ການ​ເຄື່ອນ​ໄຫວ​ບຸນ​ວັດ​ທະ​ນະ​ທຳ​ຣັດ​ເຊຍ​ທີ່​ໂລດ​ໂຜນ(ສຽງ)

cri Author: sayvanny

ວັນ​ທີ 21 ມີນາ, ປະມຸກ​ລັດ​ຈີນ​ລັດ​ເຊຍ​ໄດ້​ພ້ອມ​ກັນ​ເຂົ້າຮ່ວມ​ພິທີ​ເປີດ​ປີ​ຣັດ​ເຊຍຢູ່​ຈີນ.​ ໃນ​ໄລຍະ​ປີ​ຣັດ​ເຊຍ, ຈີນ​ຈະ​ຈັດການ​ເຄື່ອນ​ໄຫວ​ແລກປ່ຽນ​​ແລະ​ການ​ໄປມາຫາ​ສູ່​ກັນລະຫວ່າງ​ຈີນ​ຣັດ​ເຊຍ​ດ້ວຍ​ຫລາຍ​ຮູບ​ຫລາຍ​​ແບບ.​ໃນ​ຖານ​ເປັນ​ການ​ເຄື່ອນ​ໄຫວ​ສຳຄັນ​ຂອງ​ປີ​ຣັດ​ເຊຍ, ບຸນ​ວັດທະນະທຳ​ຣັດ​ເຊຍຈະ​ສະ​ແດງ​​ໃຫ້​ມວນ​ຊົນ​ຈີນ​ໄດ້​ເຫັນ​ພື້ນຖານ​ວັດທະນະທຳ​ອັນ​ເລິກ​ເຊິ່ງ​ແລະ​ພະລັງ​ຊີວິດ​ຍຸກ​ປະຈຸ​ບັນອັນ​ຟົດ​ຟື້ນຂອງ​ຣັດ​ເຊຍ.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ດົນຕີ​ທີ່​ມີ​ຫົວ​ເລື່ອງ​ວ່າ​ຍາມ​ບຸນ ທີ່​ແຕ່ງ​ໂດຍ​ທ່ານ​ໂຊ​ສຕາ​ໂກວິດ ນັກ​ແຕ່ງ​ນົດດົນຕີຣັດ​ເຊຍ,​ ​ເສບ​ໂດຍ​ວົງ​ດົນຕີ​ຊິ​ມ​ໂຟນີຂອງ​ໂຮງ​ລະຄອນ​ແບບຢ່າງ​ແຫ່ງ​ຊາດ​ຣັດ​ເຊຍ​ທີ່​ມີ​ຊື່ສຽງ.ຕອນ​ຄ່ຳ​ວັນ​ທີ 22 ມີນາ, ຄຽງ​ຄູ່​ກັບ​ບຸນ​ວັດທະນະທຳ​ຣັດ​ເຊຍ​ເປີດ​ສາກ,​ໂ​ຮງລະຄອນ​ແບບຢ່າງ​ແຫ່ງ​ຊາດ​ຣັດ​ເຊຍໄດ້​ສະ​ແດງ​ລາຍການ​​ໂລດ​​ໂຜນຍອດ​ຢ້ຽມ​ໃຫ້​ຜູ່​ຊົມ​ປັກ​ກິ່ງ​ຫລາຍ​ພັນຄົນ​ໄດ້​ຊົມ​ຢູ່​ຫໍ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ປັກ​ກິ່ງ.

​ໂຮງ​ລະຄອນ​ແບບຢ່າງ​ແຫ່ງ​ຊາດຣັດ​ເຊຍ​ມີ​ປະຫວັດ​ມາ 230 ປີ​ແລ້ວ,​ແມ່ນ​ຄະນະສະ​ແດງ​ຊັ້ນນຳ​ທີ່​ມີ​ສີສັນ​ຣັດ​ເຊຍກວ່າ​ຫມູ່.​ເທື່ອ​ນີ້, ພວກ​ເຂົາ​ເຈົ້າ​ໄດ້​ແຕ່ງຄະນະ​ຜູ່​ແທນ​ຂະຫນາດ​ໃຫຍ່​ທີ່​ປະກອບ​ດ້ວຍ​ 280 ຄົນ​ເຊິ່ງລວມທັງວົງ​ເສບ​ດົນຕີ​ຊິ​ມ​ໂຟນີ ຄະນະ​ລະຄອນ​ຮ້ອງ ຄະນະ​ຟ້ອນ​ບາ​ເລ​ແລະ​ຄະນະ​ຮ້ອງ​ຮວມຫມູ່ມາ​ຈີນ,ນີ້​ໄດ້​ເຮັດ​ໃຫ້​ບັນດາ​​ແຟນສິນລະປະຂອງ​ປັກ​ກິ່ງ​​ເຕັມ​ໄປ​ດ້ວຍຄວາມ​ຄ່ອງ​ຄອຍ​.

1  2  3  4  5