ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-12 10:58:12    
ການ​ເຄື່ອນ​ໄຫວ​ບຸນ​ວັດ​ທະ​ນະ​ທຳ​ຣັດ​ເຊຍ​ທີ່​ໂລດ​ໂຜນ(ສຽງ)

cri Author: sayvanny




ຮູບແຕ້ມສີນ້ຳມັນຂອງຣັດເຊຍ

ບຸນ​ວັດທະນະທຳ​ຣັດ​ເຊຍ​ແມ່ນການ​ເຄື່ອນ​ໄຫວ​​ແລກປ່ຽນ​ວັດທະນະທຳ​ສຳຄັນລາຍ​ຫນຶ່ງ​ທີ່​ນອນ​ຢູ່​ໃນ​​ຂອບປີ​ຣັດ​ເຊຍ,ຈະ​ຍືດ​ເຍືອ​ແຕ່​ວັນ​ທີ 22 ມີນາ​ ​ຮອດ​ເດືອນ​ມັງກອນ​ປີຫນ້າ.ທ່ານ​ຕິ່ງ​ເວີຍ ຮອງ​ຫົວຫນ້າ​ຄະນະ​ຈັດຕັ້ງຝ່າຍ​ຈີນ​ຂອງບຸນ​ວັດທະນະທຳ​ຣັດ​ເຊຍ ຜູ່​ຊ່ອຍ​ລັດຖະມົນຕີ​ກະຊວງ​ວັດທະນະທຳ​ຈີນ​ແນະນຳ​ວ່າ:

ຣັດ​ເຊຍ​ແມ່ນ​ມະຫາ​ປະ​ເທດ​ດ້ານ​ສິນລະປະ​ວັດທະນະທຳ,ບໍ່​ວ່າຕໍ່​ໂລກ​ຫລື​ຕໍ່ຈີນ,ລ້ວນ​ແຕ່​​ເຄີຍມີ​ຜົນ​ສະທ້ອນ​ເລິກ​ເຊິ່ງ​ໃນດ້ານ​ວັດທະນະທຳ. ຄະນະ​ສິນລະປາກອນ​ທີ່​ມາ​ຮ່ວມ​ບຸນ​ວັດທະນະທຳ​ຣັດ​ເຊຍຢູ່​ຈີນ​ເທື່ອ​ນີ້​ມີ​ຫລາຍ​ຢ່າງ​ຫລາຍ​ແນວ, ນອກຈາກ​ປະ​ເພດ​ສິນລະປະກຳ​ດັ້ງ​ເດີມ​ຄື ການ​ຟ້ອນ​ບາ​ເລ ດົນຕີ​ຊິ​ມ​ໂຟນີ​ແລະ​ການ​ຮ້ອງ​ແລະ​ຟ້ອນ​ພື້ນ​ເມືອງຂອງຣັດ​ເຊຍ​ແລ້ວ, ຍັງ​ມີ​ຄະນະລະຄອນ​ຮ້ອງ ດົນຕີ​ສະ​ໄຫມນິຍົມ ດົນຕີ​ເສບ​ໃນ​ຫ້ອງ​ແລະ​ປະ​ເພດ​ລະຄອນ​ເວົ້າ​,ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ສະພາບ​ການ​ພັດທະນາ​ຂອງ​ສິນລະປະ​ວັດທະ ນະທຳ​ຍຸກ​ປະຈຸ​ບັນ​ຂອງ​ລັດ​ເຊຍ.

​ໃນ​ຂະນະ​ດຽວ​ກັນ,ງານ​ວາງສະ​ແດງ​ສິ່ງ​ລ້ຳຄ່າ​ຂອງ​ຫໍພິພິຕະພັນ​ວິ​ຈິ​ຕະກຳ​ເຕຼ​ເທຍ​ໂຄ​ຟສກາ​ຢາ​ແຫ່ງ​ຊາດທີ່​ມີ​ຫົວ​ເລື່ອງ​ວ່າ: 300 ປີ​ແຫ່ງ​ສິນລະປະຣັດ​ເຊຍ​ແລະ​ງານ​ວາງສະ​ແດງ​ສິນລະປະ​ທີ່​ມີ​ຫົວ​ເລື່ອງ​ວ່າ​ຣັດ​ເຊຍ​ທີ່​ເປີດ​ປະຕູ​ກໍ່​ໄດ້​ເປີດ​ສາກ​ຢູ່​ຫໍ​ວິຈິດ​ຕະກຳ​ຈີນ,​ໄດ້​ກໍ່​ສະ​ແສ​ເຫີ່​ກັນ​ນິຍົມ​ສິນລະປະຣັດ​ເຊຍ​ຢູ່​ປັກ​ກິ່ງ​ໃນ​ຍາມ​ລະດູບານ​ໃຫມ່.



1  2  3  4  5