 ກາຂອງປີວັດທະນະທຳຣັດເຊຍ
ໃນຂະນະດຽວກັນ, ງານວາງສະແດງສິນລະປະທີ່ມີຫົວເລື່ອງວ່າຣັດເຊຍທີ່ເປີດປະຕູກໍ່ໄດ້ຈັດຂຶ້ນຢູ່ຫໍວິຈິດຕະກຳເຊັ່ນດຽວກັນ,ເຊິ່ງໄດ້ວາງສະແດງສິນລະປະກຳຍຸກປະຈຸບັນຂອງຣັດເຊຍ,ໄດ້ວາງສະແດງເຄື່ອງສິນລະປະກຳ 100 ກວ່າເຄື່ອງຄື ຮູບແຕ້ມ ຮູບຄວັດແລະຜົນງານທີ່ເຮັດດ້ວຍວັດສະດຸສັງລວມ,ຄົນທັງຫລາຍສາມາດໄດ້ຮູ້ເຖິງອາລົມຈິດອັນສັບສົນແລະການຊອກຄົ້ນທີ່ຫ້າວຫັນຂອງສິນລະປິນຣັດເຊຍຍຸກປະຈຸບັນທີ່ມີຕໍ່ການປ່ຽນແປງຂອງປະຫວັດສາດ. ເມື່ອກ່າວເຖິງງານວາງສະແດງທີ່ມີສີສັນຕ່າງກັນດັ່ງກ່າວນີ້, ທ່ານຟານດີອານ ຫົວຫນ້າຫໍວິຈິດຕະກຳຈີນເວົ້າວ່າ:
ໃນເວລາດົນນານມານີ້, ນັກວິຈິດຕະກຳຈີນອັນໄພສານແມ່ນເຄົາລົບ ນັບຖືວິຈິດຕະກຳຣັດເຊຍແຕ່ສັດຕະວັດທີ 18 ມານີ້, ແລະໄດ້ຮຽນເອົາຈຸດດີຢ່າງຫລວງຫລາຍ.ມື້ນີ້,ຮູບແຕ້ມຍອດຢ້ຽມ 110 ແຜ່ນຂອງຫໍພິພິຕະພັນວິຈິຕະກຳເຕຼເທຍໂຄຟສກາຢາແຫ່ງຊາດຣັດເຊຍໄດ້ວາງສະແດງຢູ່ຕໍ່ຫນ້າຄົນທັງຫລາຍ,ເຮັດໃຫ້ພວກເຮົາໄດ້ເຫັນປະຫວັດວິຈິດຕະກຳເປັນເວລາ 300 ປີຂອງຣັດເຊຍ. ງານວາງສະແດງສອງຢ່າງຈັດຂຶ້ນພ້ອມກັນ,ແລະໄດ້ຈັດເປັນເວລາດົນປານນີ້,ແລະມີເນື້ອໃນອຸດົມສົມບູນປານນີ້,ອາດເວົ້າໄດ້ວ່າໄດ້ຕອບສະຫນອງກັບຄວາມປາຖະຫນາຂອງຜູ່ຊົມຈີນອັນໄພສານທີ່ຢາກຊົມສິນລະ ປະກຳຣັດເຊຍແລະເສີມຂະຫຍາຍມິດຕະພາບຈີນຣັດເຊຍ.
ນອກຈາກການແລກປ່ຽນລະຫວ່າງອົງການສິນລະປະກຳຝ່າຍທາງການແລ້ວ, ການແລກປ່ຽນວັດທະນະທຳຝ່າຍປະຊາຊົນລະຫວ່າງຈີນຣັດເຊຍໃນປີນີ້ກໍ່ຄຶກຄັກຫລາຍ.ວັນທີ 17 ມີນາ, ງານສິນລະປະນັກສຶກສາຈີນຣັດເຊຍໄດ້ຈັດຂຶ້ນຢູ່ມະຫາວິທະຍາໄລປັກກິ່ງ ໂຮງຮຽນຊັ້ນສູງທີ່ມີຊື່ສຽງຂອງຈີນ,ນັກສຶກສາຣັດເຊຍ 50 ກວ່າຄົນທີ່ມາຈາກມົສກູແລະແຊງເປແຕກບວກເປັນ ຕົ້ນໄດ້ເຕົ້າໂຮມຢ່າງມ່ວນຊື່ນກັບນັກສຶກສາທີ່ມາຈາກໂຮງຮຽນຊັ້ນສູງຕ່າງໆຂອງປັກກິ່ງ.
 ງານສະແດງເປີດສາກບຸນວັດທະນະທຳຣັດເຊຍຢູ່ຈີນ
1 2 3 4 5
|