ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-12 10:58:12    
ການ​ເຄື່ອນ​ໄຫວ​ບຸນ​ວັດ​ທະ​ນະ​ທຳ​ຣັດ​ເຊຍ​ທີ່​ໂລດ​ໂຜນ(ສຽງ)

cri Author: sayvanny


ງານສະແດງເປີດສາກບຸນວັດທະນະທຳຣັດເຊຍຢູ່ຈີນ


ຫໍພິພິຕະພັນ​ວິ​ຈິ​ຕະກຳ​ເຕຼ​ເທຍ​ໂຄ​ຟສກາ​ຢາ​ແຫ່ງ​ຊາດ​ແມ່ນຫນຶ່ງ​ໃນ​ບັນ ດາ​ສາງ​ສິນລະປະກຳ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ຣັດ​ເຊຍ,ມີ​ຊື່​ສຽງ​ທໍ່ກັບ​ຫໍພິພິຕະພັນ​ລູ​ເວຼີຂອງປາຣີ​ແລະ​ຫໍພິພິຕະພັນ​ລອນ​ດອນ.​ເທື່ອ​ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່ຫໍພິ ພິຕະພັນ​ດັ່ງ ກ່າວ​ເອົາ​ເຄື່ອງ​ສິນລະປະກຳ​ຍອດຢ້ຽມ​ຫລາຍ​ປານ​ນີ້​ມາ​ວາງສະ​ແດງ​ຢູ່​ຈີນ,ຮູບ​ແຕ້ມ​ຂອງ​ບັນດາຝ່າຍ​ວິຈິດ​ຕະກຳ​ຣັດ​ເຊຍຕ່າງໆ​ແລະຂອງ​ອົງການ​ຈັດຕັ້ງວິຈິດ​ຕະກຳ​ຣັດ​ເຊຍຕ່າງໆ 110 ​ແຜ່ນ​ໄດ້​ສະ​ແດງ​ໃຫ້​ຜູ່​ຊົມ​ທັງຫລາຍ​ໄດ້​ເຫັນ​ວິວັດທະ​ນາ​ການ​​ຂອງ​ວິຈິດ​ຕະກຳ​ທີ່​ສະຫງ່າ​ລາສີ​ຂອງຣັດ​ເຊຍໃນ​ 300 ປີ​ແຕ່​ສະຕະວັດ​ທີ 18 ຫາຕົ້ນສະຕະວັດ​ທີ 21.

​ໃນ​ຫລາຍ​ມື້​ມາ​ນີ້, ມີຜູ່​ຊົມ​ໄປ​ຊົມ​ງານ​ວາງສະ​ແດງ​ເຄື່ອງ​ຍອດ​ຢ້ຽມ​ທີ່​ມີ​ຫົວ​ເລື່ອງ​ວ່າ​ 300 ປີ​ແຫ່ງ​ສິນລະປະກຳ​ຣັດ​ເຊຍ​ຢູ່​ຫໍວິຈິດ​ຕະກຳ​ຈີນຢ່າງ​ບໍ່​ຂາດ​ສາຍ,ຮູບ​ແຕ້ມ​ຂອງ​ບັນດາ​ຈິດຕະກອນ​ລະດັບ​ອາຈານ​ທັງຫລາຍໄດ້​ກະ​ຕຸ້ນ​ໃຈ​ຜູ່​ຊົມ​​ຫລວງຫລາຍຢ່າງ​ເລິກ​ເຊິ່ງ.

​ໃນຫ້ອງ​ວາງສະ​ແດງ, ນາງ​ຟູ້ອ້າຍ​ຢຸນ​ເວົ້າຕໍ່​ນັກ​ຂ່າວ​ດ້ວຍ​ຄວາມ​ກະ​ຕຸ້ນ​ໃຈ​ວ່າ:

ຮູບ​ແຕ້ມ​​ສີ​ນ້ຳມັນຂອງ​ຣັດ​ເຊຍ​ມີ​ຊື່​ລື​ນາມສູງ​ທີ່​ສຸດ​ໃນ​ສາກົນ,​ເມື່ອ​ໄດ້​ຊົມ​ຮູບ​ແຕ້ມ​ເຫລົ່າ​ນີ້​ແລ້ວ, ຂ້າພະ​ເຈົ້າຮູ້ສຶກ​ຕື້ນ​ຕັນ​ໃຈ​ຫລາຍ.ຂ້າພະ​ເຈົ້າຮູ້ສຶກ​ໂຊກ​ດີ​ຫລາຍ​ທີ່​ໄດ້​ຊົນ​ຮູບ​ແຕ້ມລະດັບ​ສູງ​ຂອງ​ຣັດ​ເຊຍຜົນງານ​ບາງ​ຢ່າງ​ແມ່ນ​ຜົນງານ​ຈິດຕະກອນ​ລະດັບ​ອາຈານທີ່​ມີ​ຊື່​ສຽງ​ໃນ​ຫລາຍ​ຮ້ອຍ​ປີ​ກ່ອນ. ຖ້າ​ບໍ່​ມີ​ປີ​ຣັດ​ເຊຍ,ກໍ່​ຍາກ​ທີ່​ຈະ​ໄດ້​ຊົມ​ຮູບ​ແຕ້ມ​ເຫລົ່າ​ນີ້.



1  2  3  4  5