ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-13 22:23:29    
ໄປທ່ຽວຄູຫາ​ຫຼົງ​ເໝິນ​ແລະ​ຊົມ​ເບິ່ງດອກ​​ໂບຕັນ​ຢູ່​ເມື​ອງ​ໂລ້​ຢາງ

cri Author: da


ໂລ້​ຢາງ ​ເມືອງ​ເກົ່າ​ແກ່​ທີ່​ຕັ້ງຢູ່​ແຂວງ​ເຫີ​ນານ ພາກ​ກາງຂອງ​ຈີນ,​ແມ່ນ​ແຫຼ່ງກຳ​ເນີ​ດອາລະຍະ​ທຳ​ຈີນ​ແຫ່ງໜຶ່ງ​.​​ໃນ​ລາຍການ​ມື້​ນີ້ ດາລາ​ວັນ​ຈະ​ພາ​ທ່ານ​ໄປ​ຊົມ​ເບິ່ງ​ຄູຫາ​ຫຼົງ​ເໝິນ​ທີ່​ມີ​ປະຫວັດ 1500 ປີແລະດອກ​​ໂບຕັນ​ທີ່​ບານ​ເຮືອງ​ເຮື່ອ ​ເຊິ່ງ​ເປັນ​ທິວ​ທັດ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ໃນ​ເມືອງ​ໂລ້​ຢາງ.

\ຄູຫາ​ຫຼົງ​ເໝິນຕັ້ງຢູ່​ເມືອງ​ໂລ້​ຢາງ​ໄປ​ທິດ​ໃຕ້ 13 ກິ​ໂລ​ແມັດ,ຢູ່​ແຫ່ງ​ນີ້ ຢູ່​ທິດຕາ​ເວັນ​ຕົກ​ແລະ​ທິດຕາ​ເວັນ​ອອກ ມີ​ພູ​ສອງ​ໜ່ວຍ​ຕັ້ງຊ້ອງໜ້າ​ກັນ,ຢູ່​ທາງ​ກາງ​ ​ມີແມ່ນ້ຳອີ່​ໄຫຼ​ຜ່ານຄ່ອຍໆ ​,ພູ​ຂຽວ ນ້ຳ​ໃສ,ປະກອບ​​ເປັນ​ພາບ​ວິວທິວ​ທັດ​ອັນ​ສວຍ​ງາມ.ຢູ່​​ຜາ​ຫີນ​ຍາວ​ປະມານ 1 ກິ​ໂລ​ແມັດ​ເທິງ​ພູ​ທິດຕາ​ເວັນ​ອອກ​ແລະ​ທິດຕາ​ເວັນ​ຕົກ​ຫຼົງ​ເໝິນ,​ໄດ້​​ເຈາະ​ຖ້ຳ 2300 ກວ່າ​ບ່ອນ, ຊ່າງ​ຫີນສະ​ໄໝ​ບູຮານ​ຂອງ​ຈີນ​ໄດ້ຄວັດ​ພະພຸດທະ​ຮູບທີ່​ສວຍ​ງາມ​ປານີດ​ແສນ​ກວ່າ​ອົງ​ຢູ່​ໃນ​ຖ້ຳ​ເຫຼົ່າ​ນີ້.​ຜູ້​ມາ​ຊົມ​ຄູຫາ​ຫຼົງ​ເໝິນລ້ວນ​ແຕ່​ຢາກ​ຖາມ​ວ່າ,​ແມ່ນ​ໃຜ​ແລະ​ຍ້ອນ​ຫຍັງຈຶ່ງ​ເຈາະ​ຄູຫາ​ແລະ​ຄວັດຮູບ​ຢູ່​ແຫ່ງ​ນີ້?

ແຕ່​ກ່ອນ ຄື​ໃນ​ຄ.ສ.ທ້າຍ​ສະຕະວັດທີ 5 ,​ເຈົ້າຊີວິດ​ຂອງ​ລາຊະວົງ​​ປາຍ​ເວີ້​ຍຂອງຈີນ​ເຊື່ອ​ຖື​ພຸດທະ​ສາສະໜາ.​ໃນ​ຄາວ​ນັ້ນມີ​ຄຳ​ເວົ້າ​ແນວ​ໜຶ່ງວ່າ,ຖ້າວ່າ​ຜູ້​ໃດຄວັດ​ພະພຸດທະ​ຮູບ​ຫຼາຍ​ເທົ່າ​ໃດ,ຜູ້ນັ້ນຈະ​ໄດ້​ຄ່າ​ຕອບ​ແທນຈາກພະ​ພຸດທະ​ຮູບ​ຫຼາຍ​ເທົ່າ​ນັ້ນ,ສະນັ້ນ ​ເຈົ້າຊີວິດ​ລາຊະວົງ​ປາຍ​ເວີ້​ຍຈຶ່ງ​ຕົກລົງ​ເຈາະ​ຄູຫາ​ແລະ​ຄວັດ​ພະພຸດທະ​ຮູບຢ່າງ​ຂະໜາດ​ໃຫຍ່.​ສ່ວນວ່າ​ເປັນ​ຫຍັງ​ຈິ່ງເລືອກ​​ເອົາ​ຫຼົງ​ເໝິນ,​ຕົ້ນຕໍແມ່ນ​ຍ້ອນ​ວ່າ ຫີນ​ຜາ​ຢູ່​ແຖບ​ນີ້​ມີ​ຄຸນ​ນະພາ​ບດີ,ຖືກ​ລົມ​​ເສື່ອ​ມກັດ​ຍາກ,​ເໝາະ​ແກ່​ການ​ເຈາະ​ຄູຫາ.

ເມື່ອ​ໄດ້​ສ້າງ​ມາ​ເປັນ​ເວລາ 400 ກວ່າປີ ຄູຫາ​ຫຼົງ​ເໝິນຈຶ່ງ​ມີ​ຂະໜາດຄື​ໃນ​ປະຈຸ​ບັນນີ້,​ໃນ​ນັ້ນ​ໄດ້​ຜ່ານ​ໄລຍະ​ຈະ​ເລີ​ນສອງ​ໄລຍະຄື:ລາຊະວົງ​ປາຍ​ເວີ້​ຍ​ແຕ່​ຄ.ສ.ສະຕະວັດ​ທີ 4 ຫາ 6 ​ແລະ​ລາຊະວົງ​ຖາງ​ແຕ່​ຄ.ສ.ສະຕະວັດ​ທີ 7 ຫາ 10 .​ໃນຖ້ຳ​ທີ່​ມີ​ຢູ່​ໃນ​ປະຈຸ​ບັນ​ຂອງ ຄູຫາ​​ຫຼົງ​ເໝິນ,ສອງລາຊະວົງ​​ນີ້​ໄດ້​​ເຈາະ​ຖ້ຳຫຼາຍ​ກວ່າ 90% .
1  2  3  4