ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-13 22:23:29    
ໄປທ່ຽວຄູຫາ​ຫຼົງ​ເໝິນ​ແລະ​ຊົມ​ເບິ່ງດອກ​​ໂບຕັນ​ຢູ່​ເມື​ອງ​ໂລ້​ຢາງ

cri Author: da

ຄັນ​ຢາກ​​ເບິ່ງ​ລັກສະນະ​ຮູບ​ຄວັດ​ທີ່​ຕ່າງ​ກັນຂອງ​ລາຊະວົງ​ປາຍ​ເວີ້​ຍ​ແລະ​ລາຊະວົງຖາງ,ຕ້ອງ​ເບິ່ງ​ຢູ່ຖ້ຳປິ່ງ​ຢາງ​ກ່ອນ.ຖ້ຳປິ່ງ​ຢາງລວມມີ​ຖ້ຳ​ໃຫຍ່ໜຶ່ງຖ້ຳ​ແລະ​ຖ້ຳນ້ອຍ​ສອງ​ຖ້ຳ,​ເລີ່​ມ​ເຈາະ​ໃນ​ໄລຍະ​ລາຊະວົງ​ປາຍ​ເວີ້​ຍ,​ແມ່ນ​ຖ້ຳທີ່​ໃຊ້​ເວລາ​ເຈາະ​ດົນ​ນານກວ່າ​ໝູ່​ໃນ​ຄູຫາ​ຫຼົງ​ເໝິນ,ຄື​ໄດ້​ໃຊ້​ເວລາ 24 ປີ.ຍ້ອນ​ສາຍ​ເຫດ​ເກີດ​ລັດ​ຖະທະຫານ​ໃນລາຊະສຳນັກ,​ໃນ 3 ຖ້ຳດັ່ງກ່າວ​ມີ​ຖ້ຳໜຶ່ງ​ແມ່ນ​ສ້າ​ງສຳ​ເລັດ​ໃນ​ລາຊະວົງ​ປາຍ​ເວີ້​ຍ,ສ່ວນ​ສອງ​ຖ້ຳຢູ່​ທິດ​ໃຕ້​ແລະ​ທິດ​ເໜືອ​ແມ່ນ​ສ້າງ​ສຳ​ເລັດ​ຢູ່​ລາຊະວົງ​ຖາງ.ນາງ​ຢາງ​ທິງ ພະນັກງານ​ຢູ່​ຄູຫາຫຼົງ​ເໝິນເວົ້າວ່າ,​ຈາກ 3 ຖ້ຳຂອງ​ຄູຫາ​ປິ່ງ​ຢາງ​ຈະ​ເຫັນ​ລັກສະນະ​ຮູບຄວັດທີ່​ຕ່າງ​ກັນ​ຂອງ​ສອງ​ສະ​ໄໝ​ນີ້,ນາງ​ເວົ້າວ່າ:

"​ໃນ​ຖ້ຳນີ້ ພະພຸດທະ​ຮູບສຳຄັນແມ່​ນພະພຸດທະ​ເຈົ້າສາ​ກະ​ຍະ​ມຸນີ,ພະພຸດທະ​ເຈົ້າໜ້າ​​ຈ່ອຍ,ຄໍ​​ຍາວ,ພະ​ວໍລະ​ກາຍ​ຍາວ,ສ່ອງ​ແສງ​ໃຫ້​ເຫັນ​ລັກສະນະຮູບຄວັດ​ຂອງ​ລາຊະວົງ​ປາຍ​ເວີ້​ຍ​ໃນ​ຄາວ​ນັ້ນ,ນັ້ນກໍ​ຄື​ຖື​ຄວາມ​ຈ່ອຍ​ເປັນຄວາມ​ສວຍ​ງາມ.​ສ່ວນ​ຮູບຄວັດ​ຢູ່​ໃນ​ຄູຫາ​ສອງ​ຂ້າງໃຕ້​ແລະ​ເໜືອ,ພັດ​​ໄດ້ປ່ຽນ​ລັກສະນະ​ຮູບຄວັດ​ທີ່​ຈ່ອຍ​ສູງຂອງ​ລາຊະວົງ​ປາຍ​ເວີ້​ຍ,ມາ​ເປັນ​ລັກສະນະ​ຮູບຊົງຕຸ້ຍ​ງາມຂອງ​ລາຊະວົງ​ຖາງ."

ຫ່າງ​ຈາກ​ຄູຫາ​ປິ່ງ​ຢາງ​ບໍ່​ໄກ,ຍັງ​ມີ​ຄູຫາ​ລາຊະວົງ​ຖາງ​ທີ່​ມີ​ຊື່​ສຽງ​ແຫ່ງ​ໜຶ່ງ,ຊື່ວ່າ"ຖ້ຳວ້ານ​ໂຟ"​ແປ​ວ່າ"ຖ້ຳພະ​ໝື່ນ​ອົງ",ຢູ່​ເທິງ​ຝາ​ທິດ​ໃຕ້​ແລະ​ທິດ​ເໜືອ​ໃນ​ຄູຫາ​ໄດ້​ຄວັດ​​ພະພຸດທະ​ຮູບ​ອົງ​ນ້ອຍ 1 ໝື່ນ 5 ພັນ​ອົງ,ພະພຸດທະ​ຮູບ​ອົງ​ນ້ອຍ​ທີ່​ສຸດ​ສູງ​ພຽງ​ແຕ່ 4 ຊັງ​ຕີແມັດທໍ່​ນັ້ນ.ຕາມ​ການ​ບັນທຶກ,ຄູຫາ​ວ້ານ​ໂຟຍັງແມ່ນ​ຄູຫາ​ພຽງ​ແຫ່ງ​ດຽວ​ໃນບັນດາ​ຄູຫາຫຼົງ​ເໝິນ ​ເຊິ່ງ​ແມ່ນຜູ້ຍິງ​ເປັນ​ຜູ້​ກຳກັບ​ການ​ຂຸດ​ເຈາະ.
1  2  3  4