ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-13 22:23:29    
ໄປທ່ຽວຄູຫາ​ຫຼົງ​ເໝິນ​ແລະ​ຊົມ​ເບິ່ງດອກ​​ໂບຕັນ​ຢູ່​ເມື​ອງ​ໂລ້​ຢາງ

cri Author: da

ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ຖ້າວ່າ​ທ່ານ​ມາທ່ຽວ​ຊົມ​ຄູຫາ​ຫຼົງ​ເໝິນຢູ່​ເມືອງ​ໂລ້​ຢາງ​ໃນ​ລະດູ​ນີ້,ຍັງ​ສາມາດ​ໄປແວ່​ເບິ່ງ​ງານ​ດອກ​​ໂບຕັນ​ທີ່​ມີ​ຊື່​ສຽງ​ຢູ່​ໂລ້​ຢາງ​ໄດ້.​ເລີ່​ມ​ແຕ່​ຕົ້ນ​ເດືອນ​ເມສາ​ຮອດ​ຕົ້ນ​ເດືອນ​ພຶດສະພາ​ແຕ່ລະ​ປີ ​ແມ່ນ​ລະດູ​ທີ່ດອກ​ໂບຕັນຢູ່​ເມືອງ​ໂລ້​ຢາງບານ​ເຮືອງ​ເຮື່ອ,​ເມືອງ​ໂລ້​ຢາງ​ກໍ​ຈະ​ຈັດ​ງານ​ດອກ​​ໂບຕັນ​ຢ່າງ​ໃຫຍ່​ໂຕ​ມະ​ໂຫລານ,​ເພື່ອຕ້ອນຮັບ​ຊົມ​ເຊີຍ​ນັກ​ທ່ອງ​ທ່ຽວ​ມາ​ທ່ຽວ​ຊົມ​ດອກ​​ໂບຕັນ.ທ່ານ​ໂກ່​ຊົງ​ປິ່ນ ຮອງ​ເຈົ້າຄອງ​ເມືອງ​ໂລ້​ຢາງ​​ແນະນຳ​ວ່າ,ການ​ປູກ​ຕົ້ນ​ໂບຕັນ​ຢູ່​ເມືອງ​ໂລ້​ຢາງ ມີ​ປະ​ຫວັດ​ພັນ​ກວ່າ​ປີ​ແລ້ວ.ທ່ານ​ເວົ້າວ່າ:

"​ຊະນິດ​ດອກ​​ໂບຕັນ​ໝົດ​ທຸກ​ປະ​ເພດ​ໃນ​ໂລກ ລ້ວນ​ແຕ່​ມີ​ຢູ່​ໃນ​ເມືອງ​ໂລ້​ຢາງ,ດຽວ​ນີ້​ມີ​ປະມານ 970 ກວ່າ​ປະ​ເພດ​ແລ້ວ.ນອກ​ນີ້,​ເນື້ອ​ທີ່​ປູກ​ດອກ​ໂບຕັນຢູ່​ເມືອງ​ໂລ້​ຢາງຂ້ອນ​ຂ້າງ​ກວ້າງ​,ດຽວ​ນີ້ ສວນ​ດອກ​​ໂບຕັນ​ທີ່​​ໃຫ້​ຄົນ​ຊົມ​ເບິ່ງ​ໄດ້​ມີ 2 ພັນ​ເຮັກຕາ​ແລ້ວ,​ກວ້າງ​ສົມຄວນ."

ແຕ່​ເດືອນ​ເມສາ​ຮອດ​ເດືອນ​ພຶດ​ສະພາ,​ທົ່ວເມືອງ​ໂລ້​ຢາງ​ຈະ​ກາຍ​ເປັນ​ທະ​ເລດ​ອກ​ໂບຕັນ.ທ່ານ​ບໍ່​ພຽງ​ແຕ່​ຈະ​​ໄດ້ເຫັນ​ດອກ​​ໂບຕັນ​ສີ​ບົວ ສີ​ເຫຼືອງ ​ແລະສີ​ຂາວທໍ່​ນັ້ນ,ຫາກ​ຍັງ​ໄດ້​ຊົມ​ເບິ່ງ​ດອກ​ໂບຕັນ​ສີດຳ ສີຂຽວ ​ແລະ​ສີຟ້າ​ທີ່​ລ້ຳຄ່າ​ອີກ​ດ້ວຍ.ຖ້າວ່າ​ທ່ານມາ​ທ່ຽວ​ເມືອງ​​ໂລ້​ຢາງ​ໃນ​ຍາມ​ນີ້,ຂະ​ບວນການທ່ອງທ່ຽວ​ຈະ​ເຕັມ​ໄປ​ດ້ວຍກິ່ນ​ຫອມ​.

 


1  2  3  4