ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-13 22:23:29    
ໄປທ່ຽວຄູຫາ​ຫຼົງ​ເໝິນ​ແລະ​ຊົມ​ເບິ່ງດອກ​​ໂບຕັນ​ຢູ່​ເມື​ອງ​ໂລ້​ຢາງ

cri Author: da

ຈາກຄູຫາ​ວ້ານ​ໂຟ​ໄປ​ທິດ​ໃຕ້,ກໍ​ໄປ​ຮອດ​ວັດ​ເຟີ້​ງຊ່ຽນ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ໃນ​ຄູ​ຫາ​ຫຼົງ​ເໝິນ.ວັດ​ເຟີ້​ງ​ຊ່ຽນ​​ໃຫຍ່​ຫຼາຍ,​ພະພຸດທະ​ຮູບ​ອົງທີ່​ມີ​ຊື່​ສຽງ​ທີ່​ສຸດ​ໃນ​ນັ້ນສູງ 17 ​ແມັດ,ຄວັດ​ຢ່າງ​ປາ​ນີດ​ແລະ​ມີ​ຊີວິດ​ຊີວາ​ທີ່​ສຸດ,ຖືກ​ເອີ້ນ​ເປັນ​ພະພຸດທະ​ຮູບ​ທີ່​ສວຍ​ງາມ​ທີ່​ສຸດ​ໃນ​ປະຫວັດ​ຄູຫາ​ຫຼົງ​ເໝິນຂອງ​ຈີນ,​ແລະ​ຖືກ​ຄົນ​ຝ່າຍ​ຕາ​ເວັນ​ຕົກ​ເອີ້ນ​ເປັນ" ​ໂມ​ນາ ລີ​ຊາ​ຂອງ​ຝ່າຍ​ຕາ​ເວັນ​ອອກ".ນາງ​ຢາງ​ທິງ​ເວົ້າວ່າ,ບ່ອນ​ທີ່​ຄວັດ​ແກະ​ໄດ້​ງາມ​ກວ່າ​ໝູ່​ຂອງ​ທົ່ວ​ພະ​ພັກ​ຂອງ​ພະ​ພຸດທະ​ຮູບ​ອົງ​ນີ ກໍ​ແມ່ນ​ພະ​ເນ​ດທີ່​ມີ​ຮອຍ​ຍີ້ມ.ນາງ​ເວົ້າວ່າ:

"ການ​ຄວັດ​​ແກະ​ພະ​ເນ​ດ ​ແມ່ນ​ໃຊ້ວິທີ​ຄວັດ​ແບບ​​ໃຫ້​​ລຸບ​ເຂົ້າໃນ,​ໃນ​ພະ​ເນ​ດ​ໄດ້​ຝັງ​ກະ​ເບື້ອງ​ເຄືອບ​ສີດຳ,​ເບິ່ງ​ແລ້ວ ຮຸ່ງ​ແຈ້ງ​ທີ່​ສຸດ.​ໃນ​ເວລາ​ຢືນຢູ່​ນີ້​ເງີຍ​ໜ້າ​ເບິ່ງ​ພະພຸດທະ​ຮູບ,ກໍ​ຈະ​ພົບ​ກັບ​ແສງ​ພະ​ເນ​ດຂອງ​ພະພຸດທະ​ຮູບ,​ແລ້ວ​ເກີດມີ​ການ​ແລກປ່ຽນ​ກັນ​ລະຫວ່າງ​ຄົນ​ກັບ​ພະພຸດທະ​ເຈົ້າ,ນີ້​ກໍ​ແມ່ນສິລະ​ປະຄວັດ​ແກະ​ພະພຸດທະ​ຮູບທີ່​ມີ​ລະດັບສູງ​ສຸດ,​ໝາຍ​ຄວາມ​ວ່າ ພະ​ພຸດທະອົງເອົາ​ໃຈ​ໃສ່​ຄົນ​ທັງຫຼາຍ​ໃນ​ເມືອງ​ຄົນ​ຊົ່ວ​ນິລັນດອນ."

ບາງ​ຄົນ​ເວົ້າວ່າ,ຢູ່​ຄູຫາຫຼົງ​ເໝິນ,ຖ້າວ່າ​ເບິ່ງ​ພະພຸດທະ​ຮູບພຽງ​ແຕ່ສອງ​ວິນາ​ທີຕໍ່​ອົງ,​ຢາກເບິ່ງ​ໃຫ້​ໝົດກໍ​ຕ້ອງ​ໃຊ້​ເວລາ​ສາມ​ເວັນ​ສາມ​ຄືນ​ຈຶ່ງ​ຈະ​ຄົບໄດ້.ປີ 2000,​ໃນ​ຖານ​ເປັນ​ຫໍພິພິທະ​ພັນ​ສິລະ​ປະຫີນຄວັດຂະໜາດໃຫຍ່,ຄູຫາ​ຫຼົງ​​ເໝິນໄດ້ຖືກຈັດເຂົ້າໃນ"ສາລະບານມໍລະດົກ​ວັດທະນະທຳ​ໂລກ".ທ່ານ​ມາ​ຊື້​ສາງ ສາດສະດາຈານ​ຝ່າຍ​ບູຮານ​ນະ​ຄະດີຂອງ​ມະຫາວິທະຍາ​ໄລ​ປັກ​ກິ່ງ​ເຫັນ​ວ່າ,ຄຸນ​ຄ່​າຂອງ​ຄູຫາ​ຫຼົງ​ເໝິນບໍ່​ພຽງ​ແຕ່​ຢູ່​ນຳ​ບ່ອນ​ວ່າ ມັນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ສິລະປະ​ປະຕິມາ​ກຳທີ່​ມີ​ຂະໜາດ​ໃຫຍ່​ກວ່າ​ໝູ່​ແລະ​ດີ​ເລີດ​ກວ່າ​ໝູ່​ຢູ່​ຈີນ​ທໍ່​ນັ້ນ,ຫາກ​ຍັງ​ຢູ່​ນຳບ່ອນ​ວ່າ ມັນ​ໄດ້​ຮັກສາ​ອາລະຍະ​ທຳ​​ແຕ່​ຄ.ສ.ສະຕະວັດ​ທີ 5 ຫາ 10 ທີ່​ໄດ້​ຫັບ​ຫາຍ​ໄປ​ແລ້ວນັ້ນອີກ​.ທ່ານ​ເວົ້າວ່າ:

"ຢູ່​ໃນ​ຄູຫາຫຼົງ​ເໝິນ ຍັງ​ຮັກສາ​ວັດ​ຖຸ​​ໄວ້ໃນ​ຫຼາຍ​ດ້ານ,​ເຊັ່ນ:​ເນື້ອ​ໃນ​ທາງ​ສາສະໜາ,ປະຫວັດສາດ ​ເສດຖະກິດ ສິລະປະ​ແລະ​ວັດທະນະທຳ​ລ້ວນ​ແຕ່​ສ່ອງ​ແສງ​ໃຫ້​ເຫັນ​ໃນ​ຄູຫາ​ຫຼົງ​ເໝິນ.ຄວນ​ເວົ້າ​ວ່າ,ການ​ຖືກ​ຈັດ​ເຂົ້າ​ໃນ​ສາລະບານ​ມໍ​ລະ​ດົກ​ວັດທະນະທຳ​ໂລກ ​ກໍເປັນ​ການ​ຢືນຢັນ​ຕໍ່​ຄຸນຄ່າ​ຂອງ​ຄູຫາຫຼົງ​ເໝິນ."
1  2  3  4