ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-19 09:50:31    
ທ່ານ​ລີ​ຊວນງ​ຈ່ຽງ ນັກ​ຮ້ອງ​ທີ່​ຊື່​ດັງ​ຂອງ​ຈີນ

cri Author: sayvanny

 

ທ່ານ​ລີ​ຊວນງຈ່ຽງ​ແມ່ນ​ນັກ​ຮ້ອງຊາຍ​ສຽງ​ສູງ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ, ​ໃນ​ຫລາຍ​ສິບ​ປີ​ມາ​ນີ້, ​ລີລາ​ຮ້ອງ​ທີ່​ມີ​ເອກະລັກ​ພິ​ເສດຢ່າງ​ເດັ່ນ​ຊັດ​ແລະ​ຄວາມ​ຫ້າວຫັນ​ດ້ານ​ສິນລະປະກຳ​ຂອງ​ທ່ານ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຜູ່​ຟັງ​ຢູ່​ພາຍ​ໃນ​ປະ​ເທດ​ຈີນແລະ​ຕ່າງປະ​ເທດ.​ໃນ​ຂະນະ​ດຽວ​ກັນ, ​ໃນ​ດ້ານ​ການ​ສິດ ສອນ​ວິຊາ​ຮ້ອງ​ເພງ, ທ່ານ​ກໍ່ໄດ້​ບຳລຸງ​ສ້າງສິນລະປິນ​ຮ້ອງ​​ເພງໄວ​ຫນຸ່ມ​ໄວ​ກາງຄົນ​ທີ່​ມີ​ຄວາມ​ສາມາດຕົວ​ຈິງ​ແລະ​ມີ​ກຳລັງ​ບົ່ມ​ຊ້ອນ​ໃນ​ການ​ພັດທະນາ​ຫລາຍ​ສົມຄວນງວດ​ຫນຶ່ງ​ໃຫ້​ເວທີ​ຮ້ອງເພງຂອງ​ຈີນ.​

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ​ດາວ​ແດງ​​ເຍືອງ​ແສງ​ສົ່ງ​ທາງຂ້ອຍ​​ໄປ​ສູ້​ລົບ​ທີ່​ຂັບ​ຮ້ອງ​ໂດຍ​ທ່ານ​ລີ​ຊວງຈ່ຽງ,​ເພງ​ນີ້​ແມ່ນ​ເພງ​ປະກອບ​ຮູບ​ເງົາ​ເລື່ອງ​ດາວ​ແດງ​​ເຫລື້ອມ​ຍິບຍັບ ​ເຊິ່ງ​ເປັນ​ຮູ​ບ​ເງົາ​ກ່ຽວ​ກັບ​ການ​ທະຫານ​ໃນ​ຊຸມ​ປີ 70 ສະຕະວັດ​ແລ້ວ​ນີ້,ຄຽງ​ຄູ່​ກັບ​ຮູບ​ເງົາ​ນີ້​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ຜູ່​ຊົມ, ຊື່​ຂອງ​ທ່ານ​ລີ​ຊວງ​ຈ່ຽງກໍ່​ໄດ້​ເຜີຍ​​ແຜ່​ໄປ​ຮອດ​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດຈີນ. ຕໍ່​ຈາກ​ນັ້ນ, ທ່ານ​ລີ​ຊວງ​ຈ່ຽງ​ໄດ້​ຮ້ອງ​ເພງ​ກ່ຽວ​ກັບ​ການ​ທະຫານ​ຢ່າງ​ຫລວງຫລາຍ, ນີ້​ແມ່ນ​​ແຍກ​ອອກ​ຈາກ​ຊີວິດ​ໃນ​ກອງ​ທະຫານ​ຂອງ​ທ່ານ​​ເປັນ​ເວລາ​ຫລາຍ​ປີ​ນັ້ນ ບໍ່​ໄດ້.

ທ່ານ​ລີ​ຊວງ​ຈ່ຽງ​ເກີດ​​ໃນປີ 1939 ຢູ່​ເມືອງ​ຮາ​ເອີ​ປິນ ຕົວ​ເມືອງ​ພາກ​ຕາ​ເວັນ​ອອກສຽງ​ເຫນືອ​ຂອງ​ຈີນ,ທ່ານ​ມັກ​ສິນລະປະກຳ​ຕັ້ງ​ແຕ່​ຍາມ​ຍັງ​ນ້ອຍ, ມັກ​ຮ້ອງ​ເພງ​ຫລາຍ.​ ໃນ​ເວລາ​ຮຽນ​ຢູ່​ໂຮງຮຽນ​ປະຖົມ,ທ່ານ​ໄດ້​ຮັບ​ລາງວັນ​ໃນ​ການສະ​ແດງ​ສິນລະປະກຳ​ຂັ້ນແຂວງ​ແລະຂັ້ນເມືອງ​ທຸກ​ປີ.​ ໃນ​ເວລາ​ຮຽນ​ຈົບ​ຈາກ​ໂຮງຮຽນມັດທະຍົມ​ປາຍ, ທ່ານ​ລີ​ຊວງ​ຈ່ຽງ​ໄດ້​ຖືກ​ສົ່ງ​ໄປ​ຮຽນ​ຢູ່ມະຫາ​ວິທະຍາ​ໄລ​ແພດສາດ​ໂດຍ​ບໍ່​ຕ້ອງ​ເສັງ​ຍ້ອນ​ມີຜົນງານ​ການ​ຮຽນ​ດີ​ເດັ່ນ,ນີ້​ກໍ່​ແມ່ນ​ຄວາມ​ຫວັງ​ຂອງ​ພໍ່​ເພິ່ນ​ໃນ​ຫລາຍ​ປີ​ມາ​ນີ້.​ ແຕ່​ທ່ານ​ລີ​ຊວງ​ຈ່ຽງພັດ​ຕິດ​ໃຈນຳ​ດົນຕີ,​ເພື່ອ​​ເຮັດ​ໃຫ້​ຄວາມ​ຝັນ​ຂອງ​ຕົນ​ບັນລຸ​ຜົນ​ເປັນ​ຈິງ, ທ່ານ​ໄດ້​ປະລະ​ໂອກາດ​ຖືກ​ສົ່ງ​ໄປ​ຮຽນ​ຢູ່ມະຫາວິທະຍາ​ໄລ​ໂດຍ​ບໍ່​ຕ້ອງ​ເສັງ,​ແລ້ວ​ສະ​ສະຫມັກຊື່​ເສັງ​ເຂົ້າສະ​ຖາ​ບັນ​ດົນຕີ. ການ​ເລືອກ​​ເອົາຂອງ​ເພິ່ນຖືກ​ພໍ່​ຂອງເພິ່ນ​ຄັດຄ້ານ​ຢ່າງ​ເດັດດ່ຽວ, ​ແຕ່​ໂດຍ​ມີ​ການ​ສະຫນັບສະຫນູນຢ່າງ​ລັບໆ​ຂອງ​ແມ່,​ໃນ​ທີ່​ສຸດທ່ານ​ລີ​ຊວງ​ຈ່ຽງ​ໄດ້​​ສະ​ຫມັກ​ຊື່​ເສັງ​ເຂົ້າ​ສະ​ຖາ​ບັນ​ດົນຕີ​ສູນ​ກາງ,​ແລະ​ໄດ້​ຜ່ານ​ການສອບ​ເສັງ​ດ້ວຍ​ຜົນງານ​ອັນດີ​ເດັ່ນ.

1  2  3  4