|
![](/images/spacer.gif) |
(GMT+08:00)
2006-04-19 09:50:31
|
![](/images/shim.gif) |
ທ່ານລີຊວນງຈ່ຽງ ນັກຮ້ອງທີ່ຊື່ດັງຂອງຈີນ
cri
Author: sayvanny
ນາງລີຊວງຊົງເຄີຍເປັນລູກສິດຂອງທ່ານລີຊວງຈ່ຽງ. ນາງລີຊວງຊົງເຫັນວ່າ, ທ່ານລີຊວງຈ່ຽງບໍ່ພຽງແຕ່ຮ້ອງເພງມ່ວນເທົ່າ,ວິທີສິດສອນສຶກສາຂອງທ່ານກໍ່ມີເອກກະລັກພິເສດທີ່ສຸດ.ໂດຍສະເພາະແມ່ນຄວາມລະອຽດອ່ອນຂອງທ່ານລີຊວງຈ່ຽງ,ໄດ້ສ້າງຄວາມປະທັບໃຈອັນເລິກເຊິ່ງໄວ້ໃຫ້ແກ່ ນາງ.ນາງເວົ້າວ່າ:
ຄວາມເວົ້າທີ່ຂ້ອຍໄດ້ຟັງເພິ່ນເວົ້າເປັນປະຈຳນັ້ນແມ່ນ: ໃນເວລາຮ້ອງເພງຢູ່ບົນເວທີສະແດງ, ເຈົ້າຕ້ອງເຮັດໃຫ້ຕົນເອງຫ້າວຫັນຂຶ້ນ.ຄວາມເວົ້ານີ້ຕົ້ນຕໍແມ່ນຮຽກຮ້ອງໃຫ້ພວກເຮົາຕ້ອງມີຄວາມດູດດື່ມໃນເວລາສະແດງ.ທ່ານ ມີຄວາມຮຽກຮ້ອງລະອຽດອ່ອນທີ່ສຸດຕໍ່ທຸກກິລິຍາວາຈາຂອງລູກສິດຢູ່ບົນແລະລຸ່ມເວທີສະແດງ.
ດຽວນີ້ ທ່ານລີຊວງຈ່ຽງນອກຈາກຕັ້ງໃຈເຮັດວຽກການສິດສອນແລ້ວ, ຍັງຂຸ້ນນຳການນຳຫນ້າຮຽບຮຽງປະຫວັດດົນຕີຂອງກອງທັບປົດປ່ອຍປະຊາຊົນຈີນ,ຮຽບຮຽງສາງເອກະສານກ່ຽວກັບດົນຕີຮ້ອງຂອງກອງທັບປົດປ່ອຍ ປະຊາຊົນຈີນ.ເມື່ອຫວນຄືນຊີວິດສິນລະປະກຳເປັນເວລາ 40 ກວ່າປີ,ທ່ານລີຊວງຈ່ຽງເວົ້າວ່າ, ທ່ານໄດ້ເຮັດວຽກໃນວົງການນີ້ເປັນເວລາຫລາຍປີແລ້ວ, ທ່ານໄດ້ເອົາຄວາມໄຝ່ຝັນຂອງຊີວິດແລະການສະແຫວງຫາດ້ານສິນລະປະ ກຳຂອງທ່ານເອງເຊື່ອມໂຍງເຂົາກັນ,ທ່ານຫວັງຢາກມີການປະກອບສ່ວນຫລາຍກວ່າເກົ່າໃນວົງການນີ້. 1 2 3 4
|
|
|