ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-19 09:50:31    
ທ່ານ​ລີ​ຊວນງ​ຈ່ຽງ ນັກ​ຮ້ອງ​ທີ່​ຊື່​ດັງ​ຂອງ​ຈີນ

cri Author: sayvanny


ປີ 1973 ທ່ານ​ລີ​ຊວງ​ຈ່ຽງຖືກ​ຍ້າຍ​ໃຫ້​ໄປ​ເຮັດວຽກ​ຢູ່​ປັກ​ກິ່ງ.ພາຍຫລັງ​ມາ​ຮອດປັກ​ກິ່ງ​ແລ້ວ, ທ່ານ​ລີ​ຊວງ​ຈ່ຽງ​ໄດ້​ເຂົ້າສູ່​ໄລຍະ​ຮຸ່ງ​ເຮືອງ​ໃນການ​ປະ ດິດ​ສ້າງ​​ດ້ານ​ສິນລະປະກຳ​ຂອງຕົນ,ທ່ານ​ໄດ້​ອັດ​​ແຜ່ນສຽງຢ່າງ​ຫລວງຫລາຍ, ​ລີລາ​​ຂັບ​ຮ້ອງ​ທີ່​ມີ​ເອກ​ກະ​ລັກ​ພິ​ເສດ​ຂອງ​ທ່ານ​ໄດ້​ເຫີ່ກັນ​​ໃນູ​ທົ່ວ​ປະ​ເທດ​ຈີນ​ໃນ​ຄາວ​ນັ້ນ. ຈຳນວນຈຳຫນ່າຍ​ຂອງ​ເພງ​ດາວ​ແດງ​​ເຍືອງ​ແສງ​ສົ່ງ​ທາງຂ້ອຍ​ໄປ​ສູ້​ລົບ​ໄດ້​ບັນລຸ​ເຖິງ 3 ລ້ານ​ແຜ່ນ, ​ໄດ້​ສ້າງ​ສະຖິຕິ​ສູງ​ສຸດ​ຂອງ​ຈີນ​ໃນ​ການຈຳ ຫນ່າຍ​ແຜ່ນສຽງ​ໃນ​ຊຸມ​ປີ 70-80 ສະຕະວັດ​ແລ້ວ​ນີ້.​ເພງ​ລາ​ກ່ອນ​ແມ່ນ ​ເພງ​ອາ​ຫາ​ເພື່ອນຮ່ວມ​ສູ້​ລົບ​​ແລະ​ເພງ​ຕ່າງໆ​ທີ່​ຂັບ​ຮ້ອງ​ໂດຍ​ທ່ານ​ໄດ້​ຮັບ​ຄວາມ​ນິຍົມ​ຊົມຊອບຈາກ​ຜູ່​ຟັງ​ທັງຫລາຍ​,​ ກາຍ​ເປັນ​ເພງ​​ຍຸກ​ສະ​ໄຫມທີ່​ເປັນ​ສັນຍະ ລັກ. ທ່ານ​ຖືກ​ມວນ​ຊົນ​​ເອິ້ນເປັນ​ລາຊາ​ເພງ.ປີ 1994,ທ່ານ​ລີ​ຊວງ​ຈ່ຽງທີ່​ຢູ່​ໃນ​ຍອດ​ສູງ​ແຫ່ງ​ພາລະກິດ​ຮອງ​ເພງ​ໄດ້​ເລີ່​ມມີ​ບາດ​ລ້ຽວອີກ​ເທື່ອ​ຫນຶ່ງ​ໃນ​ຊີວິດ​ສິນລະປະກຳ​​.ທ່ານ​ໄດ້​ຍ້າຍຈາກບົນ​ເທິງ​ເວທີ​ສະ​ແດງ​​ໄປ​ສູ່​ຫລັງ​ສາກ,ຮັບ​ຕຳ​ແຫນ່​ງ​ເປັນ​ຫົວຫນ້າ​ພະ​ແນ​ກດົນຕີ​ຂອງ​ສະ​ຖາ​ບັນ​ສິນລະປະກຳ​ກອງທັບ​ປົດ​ປ່ອຍ,ທຸ່ມ​ເຫື່ອ​ເທ​ແຮງ​ເຂົ້າ​ໃນ​ການ​ບຳລຸງ​ສ້າງຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ສິນລະປະກຳ​ຂອງ​ກອງທັບ.ຕໍ່​ເລື່ອງ​ນີ້, ທ່ານ​ລີ​ຊວງ​ຈ່ຽງ​ເວົ້າວ່າ:

ປີ 1994 ຂ້າ​ພະ​ເຈົ້າ​ໄດ້​ຍ້າຍ​ຈາກ​ຄະ​ນະ​ລະ​ຄອນ​ຮ້ອງ​ຂອງ​ກົມ​​ໃຫຍ່ ການ​ເມືອງ​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນຈີນ​ໄປ​ເຮັດ​ວຽກ​ຢູ່​ສະ​ຖາ​ບັນ​ສິນລະປະກຳ​ກອງທັບ​ປົດ​ປ່ອຍ​ປະ​ຊາ​ຊົນຈີນ,​ເປັນ​ຫົວ​ຫນ້າ​ພະ​​ແນກ​ດົນ​ຕີ.​ການມາ​​ເຮັດ​ວຽກ​ຢູ່​ສະ​ຖາ​ບັນ​ສິນລະປະກຳ​ກອງທັບ​ປັດ​ປ່ອຍ​ນີ້​ກໍ່​ມີ​ພາ​ລະ​ກຳ​ໃຫມ່​ລາຍ​ຫນຶ່ງ, ນັ້ນ​ກໍ່​ແມ່ນ​ບຳ​ລຸງ​ສ້າງ​ນັກ​ສຶກ​ສາ​ຫລາຍ​ກວ່າ​ເກົ່າດ້ວຍ​ບົດ ຮຽນ​ທີ່​ຂ້າພະ​ເຈົ້າ​ໄດ້​ສະ​ສົມ​ມາ​ຫລາຍ​ປີ​,​ ໃຫ້​ນັກ​ຮ້ອງ​ຫນຸ່ມ​ແລະ​ສິນ​ລະ​ປິນ ຫນຸ່ມ​ຂອງ​ກອງທັບ​​ພວກ​ເຮົາ​ປະສົບ​ຄວາມລະ​ອິດ​ລະ​ອ້ຽວ​ໃຫ້​ຫນ້ອຍ​ລົງ.

ພາຍຫລັງ​ທ່ານ​ລີ​ຊວງ​ຈ່ຽງດຳລົງ​ຕຳ​ແຫນ່ງ​ດັ່ງ​ກ່າວ​ແລ້ວ, ​ໄດ້ສ້າງ​ເວທີ​ດົນຕີ​ດາວ​ແດງ​ຂຶ້ນ, ຜ່ານ​ຈາກການ​ເຄື່ອນ​ໄຫວ​ຕ່າງໆ​ຄື ຈັດ​ຄອນ​​ເສີດ​ແລະ​ຈັດ​ການ​ສິດສອນ​ແບບ​ເປີດ​ເຜີຍ​ເປັນຕົ້ນ,​ໄດ້​ອຳນວຍ​ໂອກາ​ດ​ເຮັດ​ຕົວ​ຈິງ​ດ້ານ​ສິນ​ລະ​ປະ​ກຳ​ຫລາຍ​ກວ່າ​ເກົ່າໃຫ້​ນັກ​ສຶກສາ,​ເຮັ​ດ​ໃຫ້​ລະດັບ​​ຮ້ອງ​ເພງ​ຂອງ​ພວກ​ເຂົາ​ເຈົ້າ​ສູງ​ຂຶ້ນ​ຢ່າງ​ຫລວງ​ຫລາຍ.ລູກ​ສິດ​ຂອງ​ທ່ານ​ໄດ້​ຮັບ​ລາງ ວັນ​ໃນ​ການ​ແຂ່ງ​ຂັນ​ດົນ​ຕີ​ປະ​ເພດ​ຕ່າງໆ​ຂອງ​ພາຍ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ​ຫລາຍ​ເທື່ອ,ຫມາກຜົນ​ຄົ້ນຄວ້າ​ການ​ສິດ​ສອນ​ຂອງ​ທ່ານ​ກໍ່​ໄດ້​ຮັບ​ລາງ​ວັນ​ທີ​ຫນຶ່ງ​ລະດັບ​ຊາດ​ຫລາຍ​ເທື່ອ​.ຊູ່​ມື້​ນີ້ ທ່ານ​ລີ​ຊວງ​ຈ່ຽງທີ່​ມີ​ອາຍຸ 67 ປີ​ໄດ້​ມີ​ລູກສິດ​ຢ່າງ​ຫລວງ​ຫລາຍ.

1  2  3  4