ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-19 09:50:31    
ທ່ານ​ລີ​ຊວນງ​ຈ່ຽງ ນັກ​ຮ້ອງ​ທີ່​ຊື່​ດັງ​ຂອງ​ຈີນ

cri Author: sayvanny

​ໃນ​ເວ​ລາ​ສີ່​ປີ​ທີ່​ຮຽນ​ຢູ່​ສະ​ຖາ​ບັນ​ດົນຕີ​ສູນ​ກາງ, ທ່ານ​ລີ​ຊວງ​ຈ່ຽງ​ໄດ້​ຮຽນ​ທິດ​ສະ​ດີ​ກ່ຽວ​ກັບ​ການ​ຮ້ອງ​ເພງ​ແລະ​ສິນລະປະ​​ຮ້ອງ​ເພງ​ຢ່າງ​ເປັນ​ລະບົບ. ປີ 1963,ພາຍຫລັງ​ຮຽນ​ຈົບ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​​ແລ້ວ, ທ່ານ​ລີ​ຊວງ​ຈ່ຽງຖືກ​ຈັດ​ໃຫ້ໄປ​ເຮັດ​ວຽກ​ຢູ່​ຄະນະ​ສິນ​ລະ​ປາ​ກອນ​​ເຂດ​ທະ​ຫານ​ຊິນ​ຈ່ຽງ ທີ່​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເຫນືອ​ຂອງ​ຈີນ, ຊີວິດ​ສິນ​ລະ​ປິນ​ໃນ​ກອງ​ທະ​ຫານ​ຂອງ​ທ່ານ​ກໍ່​ໄດ້​ເລີ່​ມຕົ້​ນ​ຕັ້ງ​ແຕ່​ນັ້ນ​ມາ.​ໃນ 10 ປີ​ທີ່​ເຮັດ​ວຽກ​ຢູ່​ເຂດ​ຊິນ​ຈ່ຽງ,ທ່ານ​ລີ​ຊວງ​ຈ່ຽງ​ໄດ້​ຖືກ​ສິນ​ລະ​ປະ​ກຳ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ຫລໍ່​ຫລອມ​ຢ່າງ​ເລິກ​ເຊິ່ງ,ນີ້ໄດ້​ເສີມ​ຂະ​ຫຍາຍ​ບົດບາດ​ສຳຄັນ​ໃນ​ການ​ຈໍ່​ຕົວເປັນລີລາ​ຂັບ​ຮ້ອງ​ຂອງ​ທ່ານ.ທ່ານ​ລີ​ຊວງ​ຈ່ຽງ​ເວົ້າວ່າ:

ພາຍ​ຫລັງ​ຂ້າ​ພະ​ເຈົ້າ​ໄປ​ຮອດ​ເຂດ​ຊິນ​ຈ່ຽງ, ກໍ່​ເຫມືອນ​ກັບ​ປາຊົມ​ນ້ຳ​ໃຫມ່, ດ້ານ​ຫນຶ່ງ​ແມ່ນ​ຂ້າພະ​ເຈົ້າ​ມັກ​ຊີວິດ​ໃນ​ກອງ​ທະ​ຫານ,ອີກ​ດ້ານ​ຫນຶ່ງ ຂ້າພ​ະ​ເຈົ້າມັກ​ວັດ​ທະ​ນະ​ທຳ​ດົນ​ຕີ​ຂອງ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ທີ່​ສຸດ.ບວກ​ກັບຝີ​ມື​ຂັບ​ຮ້ອງທີ່​ຂ້າພະ​ເຈົ້າຮຽນ​ໃນ​ສະ​ຖາ​ບັນ​ດົນຕີ​ສູນ​ກາງ​, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ວ່າ​ນີ້​ເປັນ​ການ​ຊຸກ​ຍູ້​ອັນ​ມະຫາສານ​ຕໍ່ພາລະກິດ​ຮ້ອງ​ເພງ​ຂອງ​ຂ້າພະ​ເຈົ້າ,ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຄື​ວ່າໄດ້​ຮັບ​ຂອງ​ປະ​ເສີດ.

ປີ 1970, ທ່ານ​ລີ​ຊວງ​ຈ່ຽງ​ໄດ້​ເຂົ້າຮ່ວມ​ການສະ​ແດງ​ສິນລະປະກຳ​ທົວ ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ,ຍ້ອນ​ໄດ້​ຮ້ອງ​ເພງ​ສັນລະ​ເສີນ​ປັກ​ກິ່ງ​ຢ່າງ​ດີ​ເດັ່ນ​ຈິ່ງໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກວົງ​ການ​ດົນຕີ,​ແລະ​ໄດ້​ຮັບ​ລາ​ງວັນ​ນັກ​ຮ້ອງ​ຜູ່​ດີ​ເດັ່ນ. ຈາກ​ນັ້ນມາ, ທ່ານ​ໄດ້​ຮ້ອງ​ເພງ​ຢ່າງ​ຫລວງຫລາຍທີ່​ຄົນ​ທັງຫລາຍ​ນິຍົມ​ຮ້ອງ​ກັນ.​ ສຽງ​ສູງທີ່​ດັງ​ຫອງ​ແລະ​ລີລາ​ການ​ຮ້ອງ​ທີ່​ເສາະ​ໃສ ຂອງ​ທ່ານ​​ແມ່ນ​ຫນຶ່ງ​ບໍ່​ມີ​ສອງໃນ​ເວທີ​ຮ້ອງເພງ​ຂອງ​ຈີນ​ໃນ​ຍາມ​ນັ້ນ,​ເພງ​ທີ່​ຂັບ​ຮ້ອງ​ໂດຍ​ທ່ານ​ນັ້ນ​ໄດ້​ເຜີຍ​ແຜ່​ໄປ​ຮອດ ຢູ່​ໃນ​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​ຈີນ​ຢ່າງ​ວ່ອງ​ໄວ.

1  2  3  4