ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-02 15:50:12    
ຄວາມ​ຮັກ​ແພງ​ຖານ​ອ້າຍ​ນ້ອງ​45​ປີ ​​ເວົ້າ​ບໍ່​ສຸດ​ຈັກ​ເທື່ອ​(ສຽງ)

cri Author: shuo

ລາຍການ​ພິ​ເສດ​​ເພື່ອສະ​ເຫຼີມສະ​ຫຼອງຈີນ​ລາວ​ສ້າງສາ​ຍສຳພັນ​​ການ​ທູດ​ຄົບ ຮອບ45​ປີ

ທຸກ​ໆ​ປີ,ຕ້ອງມີ​ມື້ໜຶ່ງ,ດອກ​​ໂບຕັນ​ກັບ​ດອກ​ຈຳປາ​​ເບັ່ງ​ບານ​ພ້ອມ​ກັນ​ຢູ່​ບົນ​ດິນ​ແດນ​ທີ່​ໄກ​ກັນ​ແສນ​ໂຍດ;
ທຸກໆ​ປີ,ຕ້ອງມີ​ມື້ໜຶ່ງ,​ແມ່ນ້ຳລ້ານ​ຊ້າງ​ແລະ​​ແມ່ນ້ຳຂອງ​ມີ​ກະ​ແສ​ຟອງ​ຟົດ​ຟຶ້ນ​ມ່ວນ​ຊື່ນ;
ທຸກໆ​ປີ,ຕ້ອງມີ​ມື້ໜຶ່ງ,​ມີ​ກະ​ແສຄື້ນໂທລະ​ເລກ​ສອງ​ສະບັບ​ພາສາຕ່າງ​ກັນ,​ບິນ​ຜ່ານ​ພູ ຜາ​ແມ່​ນ້ຳ,​ສົ່ງ
ຄວາມ​ອວຍ​ພອນ​ແກ່​ກັນ​ເປັນ​ສຽງ​ດຽວ​ກັນ​ວ່າ:ຂໍ​ອວຍ​ພອນ​​ເຈົ້າ ອ້າຍ​ນອງ​ທີ່​​ມີ​ສາຍ​ພູ​ແລະ​ແມ່​ນ້ຳ​ເຊື່ອມ​ຕໍ່​ກັນ,​ມິດ​ຕະ​ພາບ​ລະ​ຫວ່າງ​ພວກ​ເຮົາ​ໄດ້​ກ້າວ​ເຂົ້າ​ປີ​ໃໝ່​ອີກ​ປີ​ໜຶ່ງ.
ແມ່ນ​ແລ້ວ,​ນັ້ນ​ກໍ​ແມ່ນ​ວັນ​ທີ​25​ເມ​ສາ​ຂອງ​ທຸກໆ​ປີ.

ແຕ່​ຈີນ​ກັບ​ລາວ​ສ້າງສາຍ​ສຳ​ພັນ​ການທູດ​ຢ່າງ​ເປັນ​ທາງ​ການ​ໃນວັນ​ທີ25​ເມ​ສາ​ປີ​1961​ຈົນ​ຮອດ​ວັນ​ທີ​25​ເມ​ສາ​ປີ​2006​ທີ່​ຫາ​ກໍ​ຜ່ານ​ໄປ,ສອງ​ປະ​ເທດ​ຈີນ​ລາວ​ໄດ້​ເກາະ​ແຂນ​ກັນ​ກ້າວ​ເດີນ​ມາ​ເປັນ​ເວ​ລາ​45​ປີ​ແລ້ວ.​45​ປີ​ມາ​ນີ້,​ການ​ພົວ​ພັນ​ໄມ​ຕີ​ຈິດ​ລະ​ຫວ່າງ​ສອງ​ປະ​ເທດ​ຈີນ​ລາວ​ໄດ້​ຂຽນ​ໜ້າ​ໃໝ່​​ເລື່ອຍໆ,​ອາດ​ເວົ້າ​ໄດ້​ວ່າ,​ເອກ​ອັກຄະ​ລັດ​ຖະ​ທູດ​ຈີນ​ຫຼາຍ​ທ່ານ​ທີ່​ເຄີຍ​ປະ​ຈຳ​ຢູ່​ລາວ​ກໍ​​ແມ່ນ​ຜູ້​ປະ​ສົບ​ເຫດ​ການ​ຄັ້ງ​ປະ​ຫວັດ​ສາດ​ເຫຼົ່າ​ນີ້,​ແລະ​ທັງ​ເປັນ​ສັກ​ຂີ​ພິ​ຍານ​ຢັ້ງ​ຢືນ​ຜູ້ມີ​ອິດ​ທິ​ພົນ​ທີ່​ສຸດ​ຕໍ່​ມິດ​ຕະ​ພາບ​ຈີນ​ລາວ.

ທ່ານ​​ເອກ​ອັກຄະ​ລັດ​ຖະທູດ​ຮວງ​ກົວະ​ໄຊ​ປີ​ນີ້​ອາຍຸ70​ກວ່າ​ແລ້ວ,ທ່ານ​​ແມ່ນເອກ​ອັກ ຄະ​ລັດ​ຖະ​ທູດ​ຈີນ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ແຕ່ງ​ມາ​ປະ​ຈຳ​ລາວ​ແຕ່​ເດືອນ​ພຶດ​ສະ​ພາ​ປີ​1991​ຫາ​ເດືອນ​ກຸມ​ພາ​ປີ​1994.​ໃນ​ເວ​ລາ​ສາມ​ປີ​ທີ່​ທ່ານ​ດຳ​ລົງ​ຕຳ​ແໜ່ງ,​ການ​ພົວ​ພັນ​ສອງ​ປະ​ເທດ​ຈີນ​ລາວ​ເລີ່ມ​ຂະ​ຫຍາຍ​ຕົວ​ຢ່າງ​ຮອບ​ດ້ານ.​ການ​ຮ່ວມ​ມື​ດ້ວຍ​ໄມ​ຕີ​ຈິດ​ໃນ​ດ້ານ​ຕ່າງໆ ​ເຊັ່ນ​ການ​ເມືອງ ​ເສດ​ຖະ​ກິດ​ການ​ຄ້າ ວັດ​ທະ​ນະ​ທຳ​ການ​ສຶກ​ສາ ສາ​ທາ ລະ​ນະ​ສຸກ​ແລະ​ການ​ທະ​ຫານ​ເປັນ​ຕົ້ນ​ລ້ວນ​ແຕ່​ໄດ້​ມີ​ການ​ຄືບ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.​ເນື່ອງ​ຈາກ​ຜູ້​ນຳ​ຂອງ​ພັກ ລັດ​ແລະ​ກອງ​ທັບ​ສອງ​ປະ​ເທດ​ໄປ​ມາ​ຢ້ຽມ​ຢາມ​ກັນ​ເລື່ອຍໆ​ໃນ​ໄລ​ຍະ​ທ່ານ​​ຮວງ​ກົວະ​ໄຊ​ດຳ​ລົງ​ຕຳ​ແໜ່ງ​ຢູ່​ລາວ,​ສະ​ນັ້ນ,​ທ່ານ​ຈຶ່ງ​ໄດ້​ກາຍ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ຂຸ້ນ​ວຽກ​ກວ່າ​ໝູ່​ໃນ​ບັນ​ດາ​ທູດ​ຈີນ​ທຸກ​ສະ​ໄໝ​ທີ່​ປະ​ຈຳ​ຢູ່​ລາວ.ທ່ານ​ບອກ​ນັກ​ຂ່າວ​ວ່າ:"​ໃນ​ຄາວ​ນັ້ນ,ສະ​ຖານ​ທູດ​ຂອງ​ບັນ​ດາ​ປະ​ເທດ​​ທີ່​ປະຈຳ​ຢູ່​ລາວ​​ໃຜ​ກໍ​ເວົ້າ​ວ່າ,​ຫຼາຍປີ​ມາ​ນີ້ທູດ​ຈີນ​ຈັ່ງ​ແມ່ນ​ວຽກ​ຫຼາຍ​ນໍ.​ເພາະ​ວ່າ,​ໃນ​​ເວ​ລາ​ບໍ່​ຮອດ3​ປິ​ທີ່​ຂ້າພະ​ເຈົ້າດຳລົງ​ຕຳ​ແໜ່ງ,​ທ່ານ​ໄກ​ສອນ ພົມ​ວິ​ຫານ ປະ​ທານ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ແລະ​ທ່ານ​ຄຳ​ໄຕ ສີ​ພັນ​ດອນ ທີ່​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃນ​ຄາວ​ນັ້ນ​ຕ່າງ​ໄດ້​ຢ້ຽມ​ຢາມ​ຈີນ​ສອງ​ເທື່ອ,​​ໄດ້​ເຈ​ລະ​ຈາ​ກັບ​ຜູ້​ນຳ​ຂອງ​ຈີນ​ຢ່າງ​ມີ​​ໄມ​ຕີ​ຈິດ​ທີ່​ສຸດ.​ຜູ້​ຮັບ​ຜິດ​ຊອບ​​ພາກ​ສ່ວນ​ຕ່າງໆ​ຂອງ​ພັກ ລັດ​​ແລະ​ກອງ​ທັບ​ລາວ​ທີ່​ນຳ​ພາ​ຄະ​ນະ​ຜູ້​ແທນ​ໄປ​ຢ້ຽມ​ຢາມ​ຈີນ​ນັ້ນ​ກໍ​ແຮ່ງ​ຫຼາຍ. ຜູ້ນຳ​ຈີນ​​ກໍ​​ມາ​ຢ້ຽມ​ຢາມ​ລາວ​​ເລື່ອຍໆ,​ຜູ້​ນຳ​ສູນ​ກາງ​ຫຼາຍ​ທ່ານ​ໃນ​ຄາວ​ນັ້ນ ຄື ທ່ານ​ໂຈ່​ວ​ເຈ່ຍ ຮວາ​ແລະ​ທ່ານ​ຊຽນ​ຊີ​ເຊິ່ນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​​ທ່ານ​ຊືຮ້າວ​ທຽນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ ຊວງ​ປ້ອງ​ກັນ​ປະ​ເທດ ທ່ານ​ເຢ້​ສວນ​ພີງ ຮອງ​ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ,​ພ້ອມ​ດ້ວຍ​ກຳ​ມະ​ການ​ກົມ​ການ​ເມືອງ​ຫຼາຍ​ທ່ານ ຄື ທ່ານ​ຕີ່​ງກ່ວນ​ເກິ່ງ​ແລະ​ທ່ານ​ຫຼີ​​ເຖຍ​ອີ້ງ​ເປັນ​ຕົ້ນ ກໍ​ຕ່າງ​ໄດ້​ມາ​ຢ້ຽມ​ຢາມ​ລາວ​ໃນ​ໄລ​ຍະ​ທີ່​ຂ້າ​ພະ​ເຈົ້າ​ເປັນ​ທູດ ປະຈຳ​ຢູ່​ລາວ.​ນອກ​ຈາກ​ຕ້ອນ​ຮັບ​ຜູ້​ນຳ​ຈີນ​ມາ​ຢ້ຽມ​ຢາມ​ລາວ​ແລ້ວ,​ໃນ​ເວ​ລາ​ທີ່​ຜູ້​ນຳ​ສຳ​ຄັນ​ຂອງ​ຝ່າຍ​ລາວ​ໄປ​ຢ້ຽມ​ຢາມ​ຈີນ,ຂ້າພະ​ເຈົ້າ​ກໍ​ຕ້ອງ​ກັບ​ຄືນ​ປະ​ເທດ​ໄປ​ເຂົ້າ​ຮ່ວມ​ວຽກ​ງານ​ຕ້ອນ​ຮັບ​ພວກ​ເພິ່ນ​ຄື​ກັນ.​ສະ​ນັ້ນ,​ໃນ​ເວ​ລາ​ຂ້າ​ພະ​ເຈົ້າ​ເຮັດ​ວຽກ​ຢູ່​ລາວ​3​ປີ,​ໄດ້​ກັບ​ຄືນ​ປະ​ເທດ​ຊາດ​ຫຼາຍ​ເທື່ອ.​ໃນ​ຄາວ​ນັ້ນ,​ມີ​ໄລ​ຍະ​ໜຶ່ງ​ມີ​ຍົນ​ບິນ​ຈາກ​ວຽງ​ຈັນ​ຫາ​ປັກ​ກິ່ງ​ໂດຍ​ກົງ,​ແມ່ນ​ຍົນ​ຂອງ​ບໍ​ລິ​ສັດ​ການ​ບິນ​ນານ​ຟ່າງ.​ພາຍ​ຫຼັງ​ມາ,​ຈົນ​ພະ​ນັກ​ງານ​ໃນ​ໜ່ວຍ​ການ​ບິນ​ເທິງ​ຍົນ​ຈື່​ຂ້າ​ພະ​ເຈົ້າ,​ຄັນ​ຂຶ້ນ​ຍົນ​ເທື່ອ​ໃດ,​ພວກ​ເຂົາ​ເຈົ້າກໍ​ຖາມ​ຂ້າ​ພະ​ເຈົ້າ​ວ່າ,​ທ່ານ​ທູດ​ກັບ​ຄືນ ປະ​ເທດ​ອີກ​ຫວະ?​ຂ້າ​ພະ​ເຈົ້າ​ຕອບ​ວ່າ,​ແມ່ນ​ແລ້ວ,​ເພາະ​ມີ​ໜ້າ​ທີ່,​ມີ​ວຽກ,ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ,​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ດີ​ຫຼາຍ."


1  2  3  4