ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-02 15:50:12    
ຄວາມ​ຮັກ​ແພງ​ຖານ​ອ້າຍ​ນ້ອງ​45​ປີ ​​ເວົ້າ​ບໍ່​ສຸດ​ຈັກ​ເທື່ອ​(ສຽງ)

cri Author: shuo

ການ​ແກ້​ໄຂ​ບັນຫາຊາຍ​ແດນ​ລະຫວ່າງ​ຈີນ​ກັບ​ລາວ,ກໍເວົ້າ​ໄດ້​ວ່າ​ແມ່ນ​ເລື່ອງ​ທີ່​​ເປັນໜ້າ​ລະ​ລຶກກວ່າ​ໝູ່​ໃນ​​ໄລຍະທ່ານ​ຮວງ​ກົວະ​ໄຊ​ເປັນເອກ​ອັກຄະ​ລັດຖະທູດຈີນ​ປະຈຳ​ລາວ,ທ່ານ​ເວົ້າ​ວ່າ,

"ກ່ຽວ​ກັບ​ບັນ​ຫາຊາຍ​ແດນ​ຈີນລາວ,​ແຕ່​​ເລີ່ມ​ເຈລະຈາ​,​ຮອດ​ຕົກລົງກັນ,ຂີດ​​ເສັ້ນຊາຍ​ແດນ​ແລະ​ປັກ​ຫຼັກ​ໝາຍ​ຊາຍ​ແດນ,ໃຊ້​ເວລາພຽງ​ແຕ່3​ປີ​ເທົ່າ​ນັ້ນ​ກໍ່​ເຮັດ​ສຳ​ເລັດ​ທັງ​ໝົດ,​ໄວ​ສົມຄວນ.ບໍ່​ວ່າ​ຢູ່ໃນ​ໂລກ,ຫຼື​ວ່າ​ທຽບ​ກັບ​ການ​​ແກ້​ໄຂ​ບັນຫາ​ຊາຍ​ແດນ​ລະຫວ່າງ​ຈີນ​ກັບ​ປະ​ເທດ​ອື່ນໆ​ແລ້ວ ເວົ້າ​ໄດ້​ວ່າ​ແມ່ນ​​ໄວ​ຫຼາຍ.ພ້ອມ​ທັງ,​​ດຳ​ເນີນ​ໄປ​ຢ່າງ​ສະດວກ​,​​ເກືອ​ນວ່າ​ບໍ່ມີການ​ຜິດ​ຖຽງ​ຫຍັງ​ກັນ,​​​ເຖິງ​ຈະມີ​ຄວາມ​​ເຫັນ​ຂັດ​ກັນ​ເລັກ​ໜ້ອຍ,​​ເມື່ອ​ໄດ້​ຫາ​ລືກັນ​ແລ້ວ,ກໍ່​​ແກ້​ຕົກ​ໂດຍ​​ໄວ.

ປີ1992,ຢູ່​ຊາຍ​ແດ​ນຈີນ​ລາວ​ໄດ້​ຈັດ​ພິທີ​ເປີດ​ຜ້າ​ປົກ​ຫຼັກ​ໝາຍຊາຍ​ແດນ​ຫຼັກທຳ​ອິດຢ່າງ​ຄຶກຄື້ນ,ຝ່າຍ​ລາວ​ມີຮອງ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ​,ສ່ວນ​ຝ່າຍ​ຈີນ​ກໍ​ມີຮອງ​ເຈົ້າ​​ແຂວງ​​ແຂວງຢຸນນານ​ເຂົ້າ​ຮ່ວມ​,ຂ້າພະ​ເຈົ້າ​ກັບ​​ເອກ​ອັກ​ຄະ​ລັດຖະທູດ​ລາວ​ປະຈຳ​ຈີນ​ໃນ​ຄາວ​ນັ້ນ​ກໍ່​ໄດ້​ເຂົ້າ​ຮ່ວມ​ພິທີ.ໝົດ​ທຸກ​ຄົນ​​ດີ​ໃຈ​ຫຼາຍ,ຕຶ້ນ​ເຕັ້ນ​ຫຼາຍ,​ເພື່ອນ​ລາວ​ເວົ້າ​ວ່າ,ຈີນ​ກັບ​ລາວ​ແກ້​ໄຂ​ບັນຫາ​ຊາຍ​ແດນ​ໄດ້​ຢ່າງ​ສະດວກ​ປານນີ້​ແລະ​​ໄວປານ​ນີ້,​ຄວນເວົ້າ​ວ່າ​ແມ່ນ​​ແບບຢ່າງອັນ​ດີງາມ."

ແມ່ນ​ແທ້,ການແກ້​ໄຂ​ບັນຫາ​ຊາຍ​ແດນຈີນ​​ລາວ​ໄດ້​ສ້າງ​ແບບຢ່າງ​ແກ້​ໄຂ​ບັນຫາ​ຊາຍ​ແດນ​ລະຫວ່າງ​ຊາດດ້ວຍ​ການ​ເຈລະຈາ​ກັນ​ໂດຍ​ສັນຕິ​.​​​ຫຼັກ​ໝາຍ​ຊາຍ​ແດນ​ທີ່​ຕັ້ງ​ຢູ່​​ຕາມຊາຍ​ແດນ​ຮ່ວມ​ກັນ​ທີ່​ຍາວ500​ກິ​ໂລ​ແມັດ​ລະ​ຫວ່າງຈີນ​ກັບ​ລາວ​ນັ້ນ,​ຄືກັນ​ສາຍ​​ໂບສີ​​ທີ່​ສອດຮ້ອຍ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ຈີນ​ກັບ​ປະຊາຊົນ​ລາວ,​ແລະກໍ​ຄືກັບອະນຸສອນ​ທີ່​ເປັນ​ສັກຂີ​ພິຍານ​ຢືນຢັນ​ການ​ພົວພັນອັນ​ສັນຕິ,​ລັນ​ຖະວະໄມ​ຕີແລະໜັກ​ແໜ້ນທີ່​​ຊາວ​ໂລກ​ຍ້ອງ​ຍໍສໍລະ​ເສີນ​ລະຫວ່າງ​ສອງ​ຊາດ​ຈີນ​ລາວ.

ທ່ານ​ຈ້າວ​ເຈຍຮວາ ທີ່​ໄດ້​ບຳນານ​ແລ້ວ ​ແມ່ນ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ​ແຕ່​ເດືອນ​ພະ​ຈິກ​ປີ1995​ຮອດ​​ເດືອນ​ທັນວາ​ປີ2000.ການດຳລົງ​ຕຳ​ແໜ່​ງ5ປີຢູ່​ລາວ,​​​ເຮັດ​​ໃຫ້ທ່ານ​ກາຍ​ເປັນ​ເອກ​ອັກຄະ​ລັດຖະທູດ​ຈີນທີ່​ປະຈຳຢູ່​ລາວ​​​ດົນ​ກວ່າ​ໝູ່ນັບ​ມາຮອດ​ດຽວນີ້.​ທຳ​ມະ​ດາ​ແລ້ວ,​ອາຍຸ​ຕຳ​ແໜ່​ງຂອງ​ເອກ​ອັກຄະ​ລັດຖະທູດ​ແມ່ນ​2ປີຫຼື3ປີ,​ເປັນ​ຫຍັງທ່ານ​ຈ້າວ​ເຈ່ຍ​ຮວາ​ຈື່ງ​​ໄດ້ປະຈຳຢູ່​ລາວ​ຕັ້ງ5​ປີ?​ທ່ານ​ບອກວ່າ:

"​ເປັນ​ຫຍັງ ຂ້າພະ​ເຈົ້າ​ຈື່ງບໍ່​ໄດ້​ກັບ​ຄືນ​ປະ​ເທດ​ຕາມ​ກຳນົດ,ທີ່​ຈິງ​,​ໃນ​ຄາວນັ້ນ,ຫົວ​ໃຈ​ຂອງ​ຂ້າພະ​ເຈົ້າ​​ບໍ່​ສະບາຍ​ປານ​ໃດ​​ແລ້ວ,ຂ້າ​ພະ​ເຈົ້າ​ເຄີຍ​ສະ​ເໜີ​ຕໍ່ກະຊວງ​ວ່າ,ຂ້າພະ​ເຈົ້າ​ຕ້ອງ​ກັບ​​ເມືອ​ແລ້ວ.​ແຕ່​ຝ່າຍ​ກະຊວງຕອບ​ວ່າ,ຢ່າ​ຝ້າ​ວກັບ​​ເທື່ອ​,​ຂໍ​ໃຫ້ທ່ານ​ຖ້າ​ຢູ່​ລາວ​ກ່ອນ,​ຫຼັງ​ຈາກ​ທ່ານ​ປະ​ທານ​ຈ່ຽງ​ເຈີ​ມິນ​ຢ້ຽມຢາມ​ລາວ​ແລ້ວຈິ່ງ​ກັບ​.

ແຕ່​ວັນ​ທີ11​ຫາ​ວັນ​ທີ13​ພະຈິກ​ປີ2000,ທ່ານ​ປະທານ​ຈ່ຽງ​ເຈີ​ມິນ​ໄດ້​ຢ້ຽມຢາມ​ລາວ,ນີ້​ແມ່ນ​ປະມຸກ​ລັດ​ຈີນ​ຢ້ຽມຢາມ​ລາວ​ທາງ​ລັດຖະກິດ​ຄັ້ງ​ທຳ​ອິດ.​ແມ່ນ​​ເລື່ອງ​ສຳຄັນ​ຫຼາຍ,​ໃນ​ໄລຍະ​ຢ້ຽມຢາມ,ສອງ​ປະ​ເທດ​ຈີນ​ລາວ​ຕ່າງ​ໄດ້​ລາຍ​ງານ​ຂ່າວ​ຢ່າງ​ຫຼວງ​ຫຼາຍ,​ແລະ​ມີ​ເລື່ອງ​​ເດັ່ນໆ​ຫຼາຍ​ເລື່ອງ.ກ່ອນ​ທ່ານ​ປະທານ​ຈ່ຽງ​ເຈິ​ມິນ​ຈະ​ອອກ​ເດີນທາງ​ກັບ​ຄືນປະ​ເທດ,ທ່າ​ນ​ເວົ້າ​ນຳ​ຂ້າພະ​ເຈົ້າ​ວ່າ,ທ່ານ​ເພິ່ງ​ພໍ​ໃຈ​ຫຼາຍນຳ​ການ​ຢ້ຽມຢາມ​ເທື່ອ​ນີ້,ການ​ເຄື່ອນ​ໄຫວ​ຈັດ​ໄດ້​ດີ​ທີ່​ສຸດ,​ເຖິງ​ວ່າການ​ຢ້ຽມ​ຢາມ​ມີ​ແຕ່2​ມື້​ເທົ່າ​ນັ້ນ,​ແຕ່​ທຸກ​ຢ່າງ​ໄດ້​ຈັດ​ວາງ​ແລະ​ດຳ​​ເນີນ​ເປັນ​ຢ່າງ​ດີ.​ໃນ​ງານ​ລ້ຽງ,ທ່ານ​ປະທານ​ຈ່ຽງ​ເຈິ​ມິນ​ມ່ວນ​ຫຼາຍ​ທັງ​ຮ້ອງ​ເພງ​ທັງ​ຟ້ອນ​ລຳ,​ແມ່​ນບໍ່​ສູ້​ເຫັນ​ໃນ​ເວລາ​ເພິ່ນ​ໄປ​ຢາມ​ຕ່າງປະ​ເທດ.ທ່ານ​ປະທານ​ຄຳ​ໄຕກໍ​ເພິ່ງ​ພໍ​ໃຈຫຼາຍ,ກ່ອນ​ຂ້າພະ​ເຈົ້າ​ຈະ​ພົ້ນ​ຕຳ​ແໜ່​ງກັບ​ຄືນ​ປະ​ເທດ,ຂ້າພະ​ເຈົ້າ​ໄດ້​​ໄປ​ຢາມ​ທ່ານ​ປະທານ​ຄຳ​​ໄຕ​ເພື່ອ​ອຳ​ລາ​ໃນ​ເວລາ​ໂອ້​ລົມ​ກັນ,​ເພິ່ນ​ໄດ້​ເວົ້າ​ເຖິງ​ເລື່ອງ​ທ່ານ​ປະ​ທ່ານ​ຈ່ຽງ​ເຈິ​ມິນ​ຢ້ຽມຢາມ​ໂດຍ​ຕະຫຼອດ."

ທ່ານ​ຈ່ຽງ​ເຈີມິນ ປະທານ​ປະ​ເທດ​ຈີນ​ຢ້ຽມຢາມ​ລາວ​ທາງ​ລັດຖະກິດ​ໃນ​ຄາວ​ນັ້ນ ມີ​ຄວາມ​ໝາຍ​ເປັນ​ຫຼັກ​ໝາຍ​ທາງ​ໃນ​ປະ​ຫວັດ​ການ​ພົວພົນ​ສອງ​ຝ່າຍ​ຈີນ​ລາວ.​ໃນ​​​ໄລຍະ​ຢ້ຽມຢາມ,ສອງ​ປະເທດໄດ້​ປະກາດ"ຖະ​ແຫຼ​ງການ​ຮ່ວມ"ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ,​ໄດ້​ຕົກລົງຂະຫຍາຍການ​ພົວພັນ​ຮ່ວມ​ມືຮອບດ້ານທີ່ໝັ້ນຄົງ​ຍາວນານ,​ມີໄມ​ຕິ​ຈິດ​ຖານ​ບ້ານ​ໃກ້​ເຮືອນຄຽງແລະ​​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ.

ການ​ຢ້ຽມຢາມ​ດ້ວຍ​ຄວາມ​ຈິງ​ໃຈ​ເທື່ອນັ້ນ,​ໄດ້​ສະ​ແດງ​​ໃຫ້​ເຫັນຜັງ​ວາດ​ອັນ​ດີງາມ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ລາວ​ໃນ​ອະນາຄົດ.ທ່ານ​ລີ​ວຢົງ​ຊີ່ງ ​ເອັກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ​ໃນ​ປັດຈຸບັນ​ໄດ້​ຕີ​ລາຄາ​ຕໍ່​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ລາວ​ໃນ​ປັດຈຸບັນ​ດັ່ງນີ້ວ່າ:



1  2  3  4