ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-02 15:50:12    
ຄວາມ​ຮັກ​ແພງ​ຖານ​ອ້າຍ​ນ້ອງ​45​ປີ ​​ເວົ້າ​ບໍ່​ສຸດ​ຈັກ​ເທື່ອ​(ສຽງ)

cri Author: shuo

ໃນ10ປີ​ມາ​ນີ້,ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ແລະ​ການ​ພົວພັນ​ຮ່ວມ​ມື​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​​ແຂງ​ແຮງ,​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ​ລະ​ຫວ່າງ​ສອງ​ປະ​ເທດ​ກໍ​ເລິກ​ເຊິ່ງ​ກວ່າ​ເກົ່າ,​ການ​ແລກ​ປ່ຽນ​ແລະ​​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ການ​ເມືອງ ​ເສດ​ຖະ​ກິດ​ການ​ຄ້າ ການ​ທະ​ຫານ​ແລະ​ວັດ​ທະ​ນະ​ທຳ​ການ​ສຶກ​ສາ​ເປັນ​ຕົ້ນ​ໄດ້​ເພີ່ມ​ທະ​ວີ​ຂຶ້ນ​ເລື່ອຍໆ,​ຄວນ​ເວົ້າ​ວ່າ,​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ລາວ​ໃນ​ປະ​ຈຸ​ບັນ,​ພວມ​ຢູ່​ໃນ​ໄລ​ຍະ​ປະ​ຫວັດ​ສາດ​ທີ່​ດີ​ກວ່າ​ຍາມ​ໃດ​ໝົດ,​ແລະ​ກໍ່​ແມ່ນ​ໄລຍະ​ທີ່​ມີ​ອະ​ນາ​ຄົດ​ພັດ​ທະ​ນາ​ດີ​ທີ່​ສຸດ.

ພາຍ​ໃຕ້ທ້ອງຟ້າ​ທີ່​ມິດ​ງຽບ,ປະຊາຊົນ​ສອງ​ປະ​ເທດ​ໄດ້​ດຳລົງ​ຊີວິດ​ຢ່າງ​ຜາ​ສຸກ,ມີ​ໄມຕີ​ຈິດ​ຕໍ່​ກັນ,ຕ່າງ​ຊ່ອຍ​ເຫລືອ​ກັນ​,​ເກາະ​ແຂນ​ກັນ​ກ້າວ​ໄປ​ຫນ້າ.ຊາວຫນຸ່ມ​ທີ່​ຕາງຫນ້າ​​ໃຫ້​ແກ່​ອະ ນາ​ຄົດ​ຂອງ​ປະ​ເທດ​ທັງ​ສອງ​ກໍ່​ໄດ້​ຂຽນ​ຫນ້າ​ໃຫມ່​ແຫ່ງ​ມິດຕະພາບ​ລະ​ຫວ່າງ​ຈີນ​ລາວ​ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ​ຂອງ​ພວກ​ເຂົາ​ເຈົ້າ.​ຕັ້ງ​ແຕ່​ປີ​2002​ເປັນ​ຕົ້ນ​ມາ,​ໄດ້​ມີ​ຊາວ​ໜຸ່ມ​ຜູ່​ອາ​ສາ​ສະ ໝັກ​ຈີນ​50​ກວ່າ​ຄົນ​​ໄປ​ຮັບ​ໃຊ້​ຢູ່​ຮາກ​ຖານ​ລາວ​ໂດຍ​ແບ່ງ​ອອກ​ເປັນ​5​ງວດ.​ນາງ​ຟ່າງ​ໝິນ​ແມ່ນ​ນັກ​ຂ່າວ​ຫນັງ​ສື​ພິມ​ເຈຍ​ຟ້າງ​ຢື້​ປ້າວ​ຂອງ​ນະ​ຄອນ​ຊຽງ​ໄຮ້,​ນາງ​ຫນຸ່ມ​ນ້ອຍ​ໜ້າ​ຕາ ສວຍ​ງາມ ມີ​ນິດ​​​ໄສ​​ເບີກ​ບານ​ລະ​ເຕັມ​ໄປ​ດ້ວຍ​ຄວາມ​ຫ້າວ​ຫັນ.

ນາງ​ຟ່າງ​ໝິນ​ແມ່ນ​ໄປ​ເຮັດ​ວຽກ​ອາສາ​ສະຫມັກ​ຢູ່​ລາວ​ໃນ​ນາມ​ເປັນ​ສະມາຊິກ​ກອງ​ອາສາ​ສະ​ຫມັກ​ຂອ​ງຊາວ​ຫນຸ່ມ​ຈີນງວດ​ທີ​ສີ່​ແຕ່​ເດືອນ​ພະ​ຈິກ​ປີ​2004​ຫາ​ເດືອນ​ພຶດ​ສະ​ພາ​ປີ​2005.​ໃນ​ເວ​ລາ​ສຳ​ພາດ,​ນາງ​ຟ່າງ​ໝິນ​ບອກ​ນັກ​ຂ່າວ​ວ່າ,​ເຖິງ​ວ່າ​ກັບ​ມາ​ແຕ່​ລາວ​ໄດ້​ປີ​ຫນຶ່ງ​ແລ້ວ,​ແຕ່​​ຊີ​ວິດ​ຢູ່​ລາວ​ເປັນ​ເວລາ​ເຄິ່ງ​ປີ​ຍັງ​ປະ​ທັບ​ໃນ​ຄວາມ​ຊົງ​ຈຳ​ຂອງ​ນາງ​ຢ່າງ​ຈິງ​ໃຈ,ເມື່ອ​ຫວນ​ຄຶດ​ເທື່ອ​ໃດ​ກໍ່​ເຮັດ​ໃຫ້​ນາງ​ມີ​ຄວາມ​ຮູ້​ສຶກ​ອັນ​ສັບ​ສົນ​ທີ່​ສຸດ.​ໃນ​ເຄິ່ງ​ປີ​ນັ້ນ,​ນາງ​ໄດ້​ສອນ​ນັກ ຮຽນ​ຫ້ອງ​ຫນຶ່ງ​ເປັນ​ປະ​ຈຳ,​ໄດ້​ມີຄວາມ​ຮັກ​ແພງ​ຢ່າງ​ເລິກ​ເຊິ່ງ​ກັບ​ນັກ​ຮຽນ​20​ກວ່າ​ຄົນ.​ຈົນ​ຮອດ​ດຽວ​ນີ້​ນາງ​ຍັງ​ໄດ້​ຕິດ​ຕໍ່​ພົວ​ພັນ​ກັບ​ນັກ​ຮຽນ​ຂອງ​ນາງ​ແລະ​ຫມູ່​ເພື່ອນ​ທີ່​ຮູ້​ຈັກ​ກັນ​ຢູ່​ລາວ, ບາງ​ເທື່ອ​ໂທ​ລະ​ສັບ,​ບາງ​ເທື່ອ​ສົ່ງ​ອີ​ເມຣຖາມ​ຂ່າວ​ຄາວ​ກັນ.​ນາງ​ເວົ້າ​ວ່າ:​"ຂ້ອຍ​ຄິດ​ຮອດ​ຄິດ​ເຖິງ​ນັກຮຽນ​ຂອງ​ຂ້ອຍ​ຫລາຍ,​ຄື​ຢຸດ ສິງ​ຄຳ​ແລະ​ອຸ​ນາ​ລິນ,ພວກ​ນ້ອງ​ຫນ້າ​ຮັກ​ຫລາຍ.​ຂ້ອຍ​​ໄດ້​ຮັບ​ປາກ​ວ່າ,​ເມື່ອ​ຂ້ອຍ​ທ້ອນ​ເງິນ​ໄດ້​ແລ້ວ​ກໍ່​ຈະ​ໄປ​ຢາມ​ພວກ​ເຂົາ​ເຈົ້າຢູ່​ລາວ​ອີກ."

ໃນ​ໄລຍະ​ຢູ່​ລາວ,ນາງ​ຟາງ​ມີນ​ໄດ້​ຖ່າຍ​ຮູບ​ຢ່າງ​ຫລວງຫລາຍ​ໃນ​ນາມ​ເປັນ​ນັກ​ຂ່າວ,​ແລະ​ໄດ້​ຂຽນ​ຂ່າວ ຂຽນ​ບົດ​ພິມ​ລົງ​ຫນັງ​ສື​ພິມ​ຊາວ​ໜຸ່ມ ຫນັງ​ສື​ພິມ​ເຈຍ​ຟ້າງ​ຢື້​ປ້າວ​ຂອງ​ຊຽງ​ໄຮ້​ແລະ​ວາ​ລະ​ສານ​ຜູ່​ທ່ອງ​ທ່ຽວ,​ເມື່ອ​ກ່າວ​ເຖິງ​​ເລື່ອງ​ເຫຼົ່າ​ນີ້,​ນາງ​ບອກ​ວ່າ:​"ດຽວ​ນີ້,​ເມື່ອ​ເປີດ​ເບິ່ງ​ການ​ບັນ​ທຶກ​ເຫລົ່າ​ນີ້​​ເທື່ອ​ໃດ,​ຂ້ອຍ​ກໍ່​ຄຶດ​ຮອດ​ພວກ​ເພິ່ນ​ທີ່​ສຸດ.​ເຄິ່ງ​ປີ​ຢູ່​ລາວ​ລືມ​ຍາກ​ຫຼາຍ,​ຖ້າ​ຄາວ​ນັ້ນ​ຂ້ອຍ​ບໍ່​ໄດ້​ສະ​ໝັກ​ໄປ​ລາວ,ຂ້ອຍ​ຄິດ​ວ່າ​ມັນຈະ​ເປັນ​ເລື່ອງ​ທີ່​ຂ້ອຍ​ກິນ​ແໜງ​ສຸດ​ຊົ່ວ.

ແມ່ນ​ແທ້,ຖ້າ​ບໍ່​ໄດ້​ໄປ​ລາວ,ນາງ​ຟາງ​ມີນກໍ່​ຈະພາດ​ຄວາມສຸກ​ໃນ​ຊີວິດ​ຂອງ​ນາງ.ນາງ​ບອກ​ນັກ​ຂ່າວ​ວ່າ:​"ປີ​ນີ້​ແມ່ນ​ປີ​ຫນຶ່ງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ຂ້ອຍ,​ເພາະ​ວ່າ,​ອາ​ທິດ​ນີ້​ຂ້ອຍ​ຫາ​ກໍ່​​​ໄປ​ຈົດ​ທະ ບຽນ​ສົມ​ລົດ​​.ສາມີ​ຂອງ​ຂ້ອຍ​ກໍ່​ມີ​ສາຍ​ແນນ​ກັບ​ລາວ​ທີ່​ສຸດ.ຂ້ອຍ​ໄດ້​ຮູ້​ຈັກ​ກັບ​ເພິ່ນ,​ເມື່ອ​ເດືອນ​ສິງ​ຫາ​ປີ2004,​ໃນ​ເວລາ​ນັ້ນ,​ຂ້ອຍ​ໄປ​ສະ​ຫມັກ​​ເຂົ້າ​ຮ່ວມ​ກອງ​ອາ​ສາ​ສະ​ໝັກ​ໄປ​ລາວ​ງວດ​ທີ​ສີ່,​ເພິ່ນ​ແມ່ນ​ຫົວ​ຫນ້າ​ກອງ​ໂຄ​ສະ​ນາ​ຂອງ​ຄະ​ນະ​ຊາວ​ຫນຸ່ມ​ກອມ​ມູ​ນິດ​ນະ​ຄອນ​ຊຽງ​ໄຮ້,​ແມ່ນ​ຜູ່​ຮັບ​ຜິດ​ຊອບ​ໂຄງ​ການ​ຮັບ​ສະ​ໝັກ​ເທື່ອ​ນັ້ນ.​ໃນ​ເວ​ລາ​ນັ້ນ,​ພວກ​ເຮົາ​ໄດ້​ຮູ້​ຈັກ​ກັນ.​ພາຍ​ຫຼັງ​ມາ,​ໃນ​ໄລ​ຍະ​ຂ້າ​ພະ​ເຈົ້າ​ຢູ່​ລາວ,​ພວກ​ເຮົາ​​ໄດ້​ໂທ​ລະ​ສັບ​ຕິດ​ຕໍ່​ກັນ​ເລື່ອຍໆ,​ດົນ​ແລ້ວ​ກໍ່​ຄ່ອຍໆ​ມີ​ຄວາມ​ຮັກ​​ແພງ​ກັນ.​ອາດ​ເວົ້າ​ໄດ້​ວ່າ,ຖ້າ​ບໍ່​​ແມ່ນ​ຂ້ອຍ​ອາ​ສາ​ສະ​ໝັກ​ໄປ​ລາວ,​ຂ້ອຍ​ກໍ່​ບໍ່​ຮ່ອນ​ຈະ​ຮູ້​ຈັກ​ກັບ​ສາ​ມີ​ຂ້ອຍ.​ດຽວ​ນີ້ຂ້ອຍ​ຮູ້ສຶກ​ມີ​ຄວາມ​ສຸກ​ຫາ​ອັນ​ປຽບ​ບໍ່​ໄດ້,​ຈົນ​ເພີນ​ຈິດ​ເພີນ​ໃຈ​ທີ່​ສຸດ.

​ໃນ​ວັນ​ອັນ​ມີ​ຄວາມ​ໝາຍ​ນີ້,​​ພວກ​ເຮົາ​ຈົ່ງ​ມາ​ຜູກ​ແຂນ​ສູ່​ຫຂວັນ​ໃຫ້​ຜົວ​ແກ້ວ​ເມຍ​ແຫວນ​ຄູ່​ນີ້,​ອວຍ​ພອນ​ໃຫ້​ພວກ​ເຂົາ​ເຈົ້າ​ຈົ່ງ​ມີ​ຄວາມ​ສຸກ,​​ເໝືອນ​ກັບ​ອວຍ​ພອນ​ໃຫ້​ປະ​ຊາ​ຊົນ​ສອງ​ຊາດ​ຈີນ​ລາວ​ທີ່​ຕ່າງ​ອີງ​ອາໃສ​ກັນ​ຢ່າງ​ຜາ​ສຸກ​ຈົນ​ເທົ່າ​ໃດໆ;​ໃນ​ມື້​ສັນ​ວັນ​ດີ​ນີ້,ພວກ​ເຮົາ​ຈົ່ງ​ຍົກ​ຈອກ​ອວຍ​ພອນ​ໃຫ້​ຊາວ​ໜຸ່ມ​ຄູ່​ນີ້​ຈົ່ງ​ຮັກ​ກັນ​ຊົ່ວ​ກາ​ລະ​ນານ,​ເໝືອນ​ກັບ​ມິດ​ຕະ​ພາບ​ຈີນ​ລາວ​ຈົ່ງ​ໝັ້ນ​ຄົງ​ຂະ​ໜົງ​ແກ່ນ​ຊົ່ວ​ຟ້າ​ດິນ​ສະ​ຫຼາຍ.


1  2  3  4