ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-02 15:50:12    
ຄວາມ​ຮັກ​ແພງ​ຖານ​ອ້າຍ​ນ້ອງ​45​ປີ ​​ເວົ້າ​ບໍ່​ສຸດ​ຈັກ​ເທື່ອ​(ສຽງ)

cri Author: shuo

ໃນ​ມື້​ວັນ​ທີ25​ເມສາ ​ເຊິ່ງ​ເປັນ​ມື້​ຈີນ​ລາວ​ສ້າງສາ​ຍສຳພັນ​ການ​ທູດ​ຄົບ​ຮອບ​45​ປີ,​ນາງ​ອະ ພິ​ລັດ​ຊະ​ນີ​ທີ່​ເຄີຍ​ຮຽນ​ຢູ່​ໂຮງ​ຮຽນ​ປະ​ຖົມ​ຊີ່​ອີ​ປັກ​ກິ່ງ,​ດຽວ​ນີ້​ຮຽນ​ຢູ່​ໂຮງ​ຮຽນ​ມັດ​ທະ​ຍົມ​ທີ່​ວຽງ​ຈັນ​ໄດ້​ໂທ​ລະ​ສັບ​ມາວ່າ:​"ເນຶ່ອງ​ໃນ​ໂອກາດ​ຈີນ​ລາວ​ສ້າງ​ສາຍ​ສຳ​ພັນ​ການ​ທູດ​ຄົບ​ຮອບ​45​ປີ,​ຂ້ອຍ​ຂໍ​ອວຍ​ພອນ​ໃຫ້​ເດັກ​ນ້ອຍ​ຈີນ​ແຕ່ລະຄົນ​ຈົ່ງ​ມີ​ສຸກ​ຂະ​ພາບ​ເຂັ້ມ​ແຂງ,​ໄດ້​ຮັບ​ຜົນ​ສຳ​ເລັດ​ໃນ​ການ​ຮຽນ,​​ເພື່ອ​ກາຍ​ເປັນ​ຄົນ​ສືບ​ທອດ​ຂອງ​ປະ​ເທດ​ຊາດ​ທີ່​ດີ.​ຂ້ອຍ​ຢາກ​ບອກ​​ໃຫ້​ໝູ່​ດີ​ຂອງ​ຂ້ອຍ​ທີ່​ຢູ່​ຈີນ​ຄື:​ນາງ​ລີ​ເຟ່​ເຟ່ ທ້າວ​ວາງ​ເຫຼີຍ​ແລະ​ທ້າວ​ເຊີນ​ຈຸ່ນ​​ເປັນ​ຕົ້ນ,​ຂ້ອຍ​ຄິດ​ຮອດ​ຄິດ​ເຖິງ​ພວກ​ເຈົ້າ​ຫລາຍ.​ຂ້ອຍ​ມີ​ຄວາມ​ຫວັງ​ອັນ​ຫນຶ່ງ,​ເມື່ອ​ຂ້ອຍ​ຮຽນ​ຈົບ​ໂຮງ​ຮຽນ​ມັດ ທະ​ຍົມ​ປາຍ​ຢູ່​ລາວ​ແລ້ວ,​ຫວັງ​ຈະ​ໄດ້​ຜ່ານ​ການ​ເສັງ​ແລ້ວ​ຮັບ​ເອົາ​ທຶນ​ຂອງ​ລັດ​ຖະ​ບານ,​ໄປ​ຮຽນ​ຕໍ່​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ຈີນ,​ຫວັງ​ວ່າ​ເມື່ອ​ຮອດ​ເວລາ​ນັ້ນ,ຈະ​ໄດ້​ຮຽນ​ນຳ​ກັບ​ໝູ່​ເກົ່າ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ດຽວ​ກັນ."

ເຈົ້າ,ອະພິ​ລັດ​ຊະ​ນີ,​ພວກ​ເຮົາ​ຈະ​ຖ້າ​ນ້ອງູ.ອີກ5ປີ,ເມື່ອ​ນ້ອງ​ໃຫຍ່​ແລ້ວ,ເມື່ອ​ດອກ​ໄມ້​ແຫ່ງ​ມິດ​ຕະ​ພາບ​ຈີນ​ລາວ​ຍິ່ງ​ບານ​ເຮື່ອ​ເຮືອງ,​ໃນ​ເວ​ລາ​ພວກ​ເຮົາ​ຕ້ອນ​ຮັບ​ວັນ​ສ້າງ​ສາຍ​ສຳ​ພັນ​ການ​ທູດ​ຈີນ​ລາວ​ຄົບ​ຮອບ​50​ປີ,ພວກ​ເຮົາ​ຈົ່ງ​ພົບ​ກັນ​ອີກ.


1  2  3  4