ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-10 11:09:35    
ທ່ານ​ຈູ​ມິງ ນັກ​ແກະ​ສະ​ຫລັກ​ໄຕ້​ຫວັນ

cri Author: sayvanny


(ທ່ານຈູມີງ)

ປະ​ຈຸ​ບັນ ທ່ານ​ຈູ​ມິ​ງ ນັກ​ແກະ​ສະ​ຫລັກ​ທີ່​ມີ​ຊື່​ສຽງ​ຂອງ​ໄຕ້​ຫວັນ​ກຳລັງ​ຈັດ​ງານ​ວາງ​ສະ​ແດງ​ຮູບ​ຄວັດ​ທາຍ​ຈີ​ຂອງ​ທ່ານ​ຢູ່​ຫໍ​ວິ​ຈິດ​ຕະ​ກຳ​ຈີນ​ທີ່​ປັກ​ກິ່ງ.​ໃນ​ວົງ​ການ​ຄວັດ​ແກະ​ສາກົນ, ທ່ານ​ຈີ​ມິງ​ແມ່ນ​ນັກ​ແກະ​ສະ​ຫລັກ​ຊາວ​ຈີນຜູ່​ຫນຶ່ງ​ທີ່​ດີ​ເດັ່ນ​ກວ່າ​ຫມູ່​ໃນ​ສູ່​ມື້​ນີ້,ນີ້​ແມ່ນ​ທ່ານ​ຈັດ​ງານ​ວາງ​ສະ​ແດງ​ຢູ່​ປັກ​ກິ່ງ​ເປັນ​ຄັ້ງ ທຳ​ອິດ. ງານ​ວາງ​ສະ​ແດງ​ໄດ້​ພາ​ໃຫ້​ວົງ​ການ​ວິຈິດ​ຕະ​ກຳ​ແລະ​ຜູ່​ຊົມ​ຢູ່​ແຜ່ນ​ດິນ​ໃຫຍ່​ປະ​ເທດ​ຊາດ​ສົນ​ໃຈ​ນຳ​ທີ່​ສຸດ,ນັກ​ຂ່າວ​ວິ​ທະ​ຍຸ CRI ພວກ​ເຮົາ​ໄດ້​ສຳພາດ​ທ່ານ​ຈູ​ມິ​ງ​ໂດຍ​ຈຳ​ເພາະ.​

​ເທື່ອ​ນີ້,ທ່ານ​ຈູ​ມິ​ງ​ໄດ້​ວາງສະ​ແດງ​ຜົນງານ 60 ກວ່າ​ເຄື່ອງ​ໃນ​ຜົນ​ງານ​ລະ​ບົບ​ທາຍ​ຈີ ​ເຊິ່ງ​ເປັນ​ຜົນ​ງານ​ທີ່​ມີ​ຊື່​ສຽງ​ກວ່າ​ຫມູ່ຂອງ​ທ່ານ.​ໃນ​ນັ້ນ, ລວມ ທັງ​ຜົນ​ງານ​ໄມ້​ຄວັດ​ທາຍ​ຈີ​ທີ່​ທ່ານຄວັດ​ແກະ​ໃນ​ຊຸມປີ 70 ສະ​ຕະ​ວັດ​ແລ້ວ​ນີ້,​ແລະ​ຮູບ​ຄວັດ​ປະຕູ​ໂຂງ​ທາຍ​ຈີ​ທີ່​ຄວັດ​ດ້ວຍ​ທອງ​ສຳ​ລິດ​ໃນ​ປີ 2000 ​ເຊິ່ງ​ເປັນ​ຜົນງານ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຢ່າງ​ກວ້າງ​ຂວາງ.



(ຜົນງານແກະສະຫລັກລະບົບທາຍຈີ)


​ເຖິງ​ວ່າ​ນີ້​ແມ່ນ​ທ່ານ​ຈູ​ມິງ​ຈັດ​ງານ​ວາງ​ສະ​ແດງ​ຢູ່​ແຜ່ນ​ດິນ​ໃຫຍ່​ຈີນ​ເປັນ ຄັ້ງ​ທຳ​ອິດ​ກໍ່​ຕາມ, ​ແຕ່​ຊື່​ຂອງ​ທ່ານ​ໄດ້​ຖືກ​ວົງ​ການ​ວິ​ຈິດ​ຕະ​ກອນ​ແຜ່ນ​ດິນ​ໃຫຍ່​ປະ​ເທດ​ຊາດ​ຄຸ້ນ​ຫູ​ມາ​ແຕ່​ດົນ​ແລ້ວ.ທ່ານ​ຟານ​ດີ​ອານ ຫົວ​ຫນ້າ​ຫໍ​ວິ​ຈິດ​ຕະ​ກຳ​ຈີນ​ເວົ້າວ່າ:

ທ່ານ​ຈູ​ມິງ​ແມ່ນ​ວິ​ຈິດ​ຕະ​ກອນ​ທີ່​ໄດ້​ປະ​ກອບ​ສ່ວນ​ອັນ​ພົ້ນ​ເດັ່ນ​ເຂົ້າ​ໃນ​ດ້ານ​ສິນ​ລະ​ປະ​ແກະ​ສະ​ຫລັກ ​ເຊິ່ງ​ຜົນ​ງານ​ຂອງ​ທ່ານ​ມີ​ຮູບ​ຊົງ​ຍຸກ​ປະ​ຈຸ​ບັນ​ທີ່​ມີ​ເອ​ກະ​ລັກ​ທັງ​ມີ​ຄວາມ​ຫມາຍ​ວັດ​ທະ​ນະ​ທຳ​ຝ່າຍ​ຕາ​ເວັນ​ອອກ.ຜົນ​ງານ​​ໃນ​ງານ​ວາງ​ສະ​ແດງ​ເທື່ອ​ນີ້​ແມ່ນ​ຜົນ​ງານ​ລະບົບ​ສຳ​ຄັນ​ທີ່​ສຸດ​ຂອງ​ທ່ານ​ຈູ​ມິງ,​ເພາະ​ວ່າ​ຜົນ​ງານ​ລະ​ບົບ​ທາຍ​ຈີ​ທັງ​​ເປັນ​ຮູບ​ປະ​ທຳ​ທັງ​ເຕັມ​ໄປ​ດ້ວຍນາມ​ມະ​ທຳ,​ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ສີ​ສັນ​ປະ​ດິດ​ສ້າງ​ທີ່​ມີ​ເອ​ກະ​ລັກ​ຂອງ​ທ່ານ​ຈູ​ມິງ​ທີ່​ຄົນ​ກັບ​ທຳ​ມະ​ຊາດ​ເປັນ​ເອ​ກະ​ພາບ​ກັນ.



1  2  3  4