 ທ່ານຈູມິງ
ໃນຫໍວາງສະແດງຮູບມົນຂອງຫໍວິຈິດຕະກຳຈີນ,ນັກຂ່າວໄດ້ເຫັນຮູບ ຄວັດລະບົບທາຍຈີຂອງທ່ານຈູມິງ, ຮູບຄວັດເຫລົ່ານີ້ຄວັດດ້ວຍໄມ້ ກ້ອນຫີນແລະທອງສຳລິດ,ໄດ້ຄວັດເປັນຮູບຄົນທີ່ຕີມວຍທາຍຈີແບບລຽບງ່າຍແລະນາມມະທຳ.ແຕ່ຜົນງານທີ່ສະເທືອນໃຈຄົນກວ່າຫມູ່ນັ້ນຕ້ອງແມ່ນລະບົບປະຕູໂຂງທອງສຳລິດທີ່ຫລໍ່ໃນປີ 2000,ຮູບຄວັດລະບົບນີ້ໄດ້ຄວັດຮູບຄົນໃຫ້ຄືກັບປະຕູໂຂງຫມົດ,ອັນໄດ້ສ້າງຊ່ອງຫວ່າງຂອງພາບຈິນຕະນາການຢ່າງຫລວງຫລາຍໃຫ້ແກ່ຄົນທັງຫລາຍ.
ທາຍຈີແມ່ນທິດສະດີເລິກລັບໃນວັດທະນະທຳດັ້ງເດີມຂອງຈີນ,ຄົນຈີນບູຮານໃຊ້ມັນມາອະທິບາຍຄວາມເປັນມາຂອງຈັກກະວານແລະວັດທະຈັກຂອງຊີວິດ.ສ່ວນມວຍທາຍຈີ ມວນເກົ່າແກ່ຂອງຈີນທີ່ຖືກການຫັດກາຍແລະຊົກມາວຍມີຄວາມສຳຄັນເທົ່າກັນນັ້ນກໍ່ມາຈາກທິດສະດີນີ້.ເມື່ອກ່າວເຖິງມູນເຫດທີ່ຕົນປະດິດສ້າງຮູບຄວັດລະບົບທາຍຈີ,ທ່ານຈູມິງເວົ້າວ່າ,ນີ້ແມ່ນຍ້ອນທ່ານຢາງອິງເຟີງ ອາຈານຂອງທ່ານໃຫ້ທ່ານຝຶກມວຍທາຍຈີໃນຊຸມປີ 70 ສະຕະວັດແລ້ວນີ້.
ທາຍຈີທີ່ເປັນປັດຊະຍາເກົ່າແກ່ອັນສັບສົນແລະເລິກເຊິ່ງໄດ້ຖືກທ່ານຈູ ມິງສະແດງອອກດ້ວຍພາສາສິນລະປະຍຸກປະຈຸບັນ.ໃນເກືອບ 20 ປີມານີ້,ຮູບຄວັດລະບົບທາຍຈີໄດ້ວາງສະແດງຢູ່ໄທ ຟິລິບປິນ ສິງກະໂປ ອັງກິດ ຍີ່ປຸ່ນ ລູຊຳບວກ ຟຼັ່ງແລະແບນຊິກເປັນຕົ້ນ,ແລະມີຊື່ລືນາມໃນທົ່ວໂລກ.
 (ຜົນງານແກະສະຫລັກລະບົບທ້າຍຈີ)
ປີ 1938 ທ່ານຈູມິງເກີດຢູ່ເມືອງມຽວລີ້ຂອງໄຕ້ຫວັນ, ຄອບຄົວເພິ່ນທຸກຈົນຫລາຍ,ພາຍຫລັງຮຽນຈົບຈາກໂຮງຮຽນປະຖົມແລ້ວ, ທ່ານກໍ່ເລີ່ມອອກໄປເຮັດວຽກ.ໃນເວລາທ່ານອາຍຸ 15 ປີ,ພໍ່ຂອງທ່ານໄດ້ສົ່ງທ່ານໄປຮຽນນຳຊ່າງແກະສະຫລັກດອກໄມ້ແບບຕັ້ງເດີມສຳລັບບໍລິການການປະດັບປະດາວັດວາອາຮາມ,ເພື່ອຢາກໃຫ້ເພິ່ນຮຽນເອົາຝີມືເພື່ອທຳມາຫາກິນ.ທ່ານຈູມິງໄດ້ຮຽນເອົາພື້ນຖານແກະສະຫລັກສ່ວນຫນຶ່ງ, ແຕ່ສິ່ງທີ່ຕ່າງກັບລູກສິດ ອື່ນໆນັ້ນແມ່ນ,ທ່ານບໍ່ຢາກເປັນແຕ່ຊ່າງແກະສະຫລັກດອກໄມ້ເທົ່ານັ້ນ.ທ່ານເວົ້າວ່າ,
ທຳອິດ, ສິ່ງທີ່ຂ້າພະເຈົ້າໄດ້ນັ້ນລ້ວນແຕ່ແມ່ນຂອງດັ້ງເດີມ ເກົ່າແກ່ທີ່ສຸດ.ແຕ່ອາດຈະແມ່ນຂ້າພະເຈົ້າຕ່າງກັບຫມູ່ຫນ້ອຍຫນຶ່ງ, ຄືຂ້າພະເຈົ້າຢາກເປັນນັກສິນລະປະ,ຂ້າພະເຈົ້າຖາມອາຈານວ່າ, ສິ່ງທີ່ພວກເຮົາເຮັດນັ້ນເອົາໄປວາງສະແດງໄດ້ບໍ່, ແຕ່ອາຈານບໍ່ເຄີຍຄິດບັນຫານີ້ເລີຍ.ຂ້າພະເຈົ້າຄິດຢາກຄວັດແກະສິ່ງທີ່ຂ້ອນຂ້າງດີຕະຫລອດມາ.
1 2 3 4
|