![]( /mmsource/images/2006/05/10/zhuming4.jpg) (ຜົນງານແກະສະຫລັກຂອງທ່ານຈູມິງ)
ພາຍໃນເວລາ 10 ປີຫລັງຈາກນັ້ນ, ທ່ານຈູມິງຄິດຢາກຊອກຫາອາຈານຜູ່ຫນຶ່ງຕະຫລອດມາ,ແຕ່ພັດຊອກບໍ່ໄດ້.ສະນັ້ນ, ທ່ານກໍ່ມົວແຕ່ຄົ້ນຄວ້າໂດຍຕົນເອງ, ຮຽນການແກະສະຫລັກຍຸກປະຈຸບັນຕາມຮູບພາບໃນປື້ມ.ໃນເວລາທ່ານອາຍຸ 30 ປີ, ທ່ານຈູມິງທີ່ຢາກຮຽນນຳມີອາຈານທີ່ສຸດນັ້ນໄດ້ເຄາະປະຕູເຮືອນຂອງທ່ານຢາງອີງເຟີງ ນັກແກະສະຫລັກທີ່ມີຊື່ສຽງຂອງໄຕ້ຫວັນ, ໄດ້ບອກທ່ານວ່າ,ຕົນເອງຢາກຂໍຮຽນນຳທ່ານມາເປັນເວລາ 10 ປີແລ້ວ.ທ່ານຢາງອີງເຟີງຮູ້ສຶກຕື້ນຕັນໃຈທີ່ສຸດ,ເລີຍຮັບເອົາເພິ່ນເປັນລູກສິດ.
ທ່ານຈູມິງເວົ້າວ່າ, ອາຈານຢາງໄດ້ນຳພາທ່ານຍ່າງອອກຈາກການແກະສະຫລັກດັ້ງເດີມໃນເມື່ອກ່ອນ,ກ້າວເຂົ້າສູ່ປະຕູສິນລະປະຄວັດແກະຍຸກປະຈຸບັນ.ຈາກນັ້ນມາ,ທ່ານຈູມິງໄດ້ປ່ຽນຈາກຊ່າງແກະສະຫລັກຜູ່ຫນຶ່ງກາຍເປັນນັກສິນລະປະ.
ປີ 1976, ທ່ານຈູມິງໄດ້ຈັດງານວາງສະແດງເທື່ອທຳອິດໃນຊີວິດຂອງທ່ານຢູ່ໄຕ້ຫວັນ.ໃນເວລານັ້ນ, ວົງການວັດທະນະທຳໄຕ້ຫວັນກຳລັງນິຍົມກະແສແນວຄິດວັດທະນະທຳຊົນນະບົດ, ສະນັ້ນ ຮູບຄວັດຂອງທ່ານຈູມິງທີ່ມີເນື້ອໃນກ່ຽວກັບຊົນນະບົດເຊັ່ນເດັກລ້ຽງຄວາຍແລະຄວາຍເປັນຕົ້ນ, ຈິ່ງໄດ້ກາຍເປັນຫົວຂໍ້ຈຸດຮ້ອນໃນວົງການສິນລະປະໃນທັນທີ, ທ່ານຈູມິງກໍ່ໄດ້ກາຍເປັນຜູ່ຕາງຫນ້າຜູ່ຫນຶ່ງຂອງກະແສແນວຄິດວັດທະນະທຳຊົນນະບົດໃນຄາວນັ້ນ.
1 2 3 4
|