ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-11 17:55:38    
ກຳ​ແພງ​ຍັກ​ຈີນ

cri Author: da


ປະ​ຊາ​ຊົນ​ຈີນ​ຖືກຳ​ແພງ​ຍັກ​ເປັນ​ສິ່ງ​ເອກ​ອ້າງ​ທະ​ນົງ​ຕົວ​ຂອງ​ຊາດ​ຕົນ​,ກຳ​ແພງ​ຍັກ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ກິດ​ຈະ​ການ​ທີ່​ຍິ່ງ​ໃຫຍ່​ກວ່າ​ໝູ່​ໃນ​ປະ​ຫວັດ​ມະ​ນຸດ​ເຮົາ,​ຕັ້ງ​ເຈືອ​ລະ​ເນືອ​ກັນ​ຢູ່​ບົນ​ດິນ​ແດນ​ພາກ​ເໜືອ​ຂອງ​ຈີນ​ຢ່າງ​ລະ​ອິດ​ລະ​ອ້ຽວ.​ກຳ​ແພງ​ຍັກ​ແມ່ນ​ມໍລະ​ດົກ​ວັດ​ທະ​ນະ​ທຳ​ໂລກ​ທີ່​ມີ​ຄວາມ​ໝາຍ​ວັດ​ທະ​ນະ​ທຳ​ອັນ​ອຸ​ດົມ​ສົມ​ບູນ,​ທັງ​ແມ່ນ​ພາບ​ວິວ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ມີ​ເອກະ​ລັກ​.



ກຳ​ແພງ​ຍັກ​ເລີ່ມ​ກໍ່​ສ້າງ​​ໃນ​ສະ​ໄໝ​ຍຸດທະ​ຈັກ​ຊຸ່ນ​ຊິ່ວ​ຂອງ​ຈີນ​ເມື່ອ 2000 ກວ່າ​ປີ​ກ່ອນ,​​ເປັນ​ກິດ​ຈະ​ການ​ປ້ອງ​ກັນ​​ໃນ​ສະ​ໄໝ​ບູຮານ​ທີ່​​ໃຊ້​ເວລາ​ກໍ່​ສ້າງ​ຍາວ​ນານ​ກວ່າ​ໝູ່​ແລະ​ມີ​ຂະ​ໜາດ​ໃຫຍ່​ກວ່າ​ໝູ່​ໃນ​ໂລກ.​ກ່ອນ​ຄ.ສ.ປີ 221,​ພາຍ​ຫຼັງ​ສິນ​ສື​ຮວງ​ເຕ້​ໂຮມ​ຈີນ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ແລ້ວ,​ໄດ້​​ເຊື່ອມ​ຕໍ່​ກຳ​ແພງ​ຍັກ​ຂອງ​ບັນ​ດາ​​ລັດ​.​ເມື່ອ​ຮອດ​ລາ​ຊະ​ວົງ​ຮັ້ນ​ຢູ່​ລະ​ຫວ່າງ​ກ່ອນ​ແລະ​ຫຼັງ​ຄິດ​ຕະ​ສັງ​ກາດ,​ກຳ​ແພງ​ຍັກ​​ໄດ້​ຍາວ​ເຖິງ 1 ໝື່ນ​ກິ​ໂລ​ແມັດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.​ຍ້ອນ​​ໄດ້​ຜ່ານ​​ເວລາ​ດົນ​ນານ,​ກຳ​ແພງ​ຍັກ​ທີ່​ສ້າງ​ຂຶ້ນຢູ່​ລາຊະ​ວົງ​ຕ່າງ​ໆ​ໃນ​ສະ​ໄໝ​ບູຮານ​ສ່ວນ​ຫຼາຍ​​ໄດ້​ເພ​ພັງ​ແລ້ວ​,ກຳ​ແພງ​ຍັກ​ຕອນ​ຂ້ອນ​ຂ້າງ​ຄົບ​ຖ້ວນ​ທີ່​ຖືກ​ຮັກ​ສາ​ໄວ້​ໃນ​ປະຈຸ​ບັນ ​ແມ່ນ​ກຳ​​ແພງ​ຍັກ​ທີ່​ສ້າງ​ຂຶ້ນ​ໃນ​ສະ​ໄໝ​ລາ​ຊະ​ວົງ​ມິ​ງຂອງ​ຈີນ​ເມື່ອ 700 ປີ​ກ່ອນ.

ຄັນຊັ້ນ,ກິດຈະການ​​ກໍ່ສ້າງ​ທີ່​ຍິ່ງ​ໃຫຍ່​​​ນີ້,ແມ່ນ​​​ໃຜ​ເປັນ​ຜູ້​ກໍ່ສ້າງ​​?ທ່ານ​ຕົງ​ຢ້ຽວຫຸ່ຍ ​ເລຂາທິການ​ໃຫຍ່​ສະມາຄົມ​ກຳ​ແພງ​ຍັກ​ຈີນ ​ເຊິ່ງ​ເປັນ​ອົງການ​ຄົ້ນຄວ້າ​ແລະ​ປົກ​ປັກ​ຮັກສາກຳ​ແພງ​ຍັກ​ແນະນຳ​ວ່າ:

"ຜູ້​ກໍ່ສ້າງກຳ​ແພງ​ຍັກ ຕົ້ນຕໍ​ມີ​ສາມ​ພາກສ່ວນ,ພາກ​ທີ​ໜຶ່ງ​ແມ່ນທະຫານ,​ເພາະວ່າ,ການ​ສ້າງ​ກຳ​ແພງ​ຍັກ​ແມ່ນ​ການ​ກະທຳ​ແຫ່ງ​ຊາດ,ກອງ ທັບ​ແມ່ນ​ອົງ​ປະກອບ​ຕົ້ນຕໍ​ຂອງ​ຜູ້​ກໍ່ສ້າງ;ພາກ​ທີ​ສອງ​ແມ່ນ​ຄົນ​ງານທີ່​ຖືກ​ເກນ​ມາ;ພາກ​ທີ​ສາມ​ແມ່ນ​ນັກ​​ໂທດ​ທີ່​ຖືກ​​ເນລະ​ເທດ​ໄປ​ຢູ່​ເຂດ​ຊາຍ​ແດນ."
1  2  3  4