ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-11 17:55:38    
ກຳ​ແພງ​ຍັກ​ຈີນ

cri Author: da


ກິດ​ຈະ​ການ​ຕົ້ນ​ຕໍ​ຂອງ​ກຳ​ແພງ​ຍັກ​​ແມ່ນ​ກໍ່ສ້າງ​​ຕາມ​ພູມ​ສັນ​ຖານ,ສ່ວນ​ຫຼາຍ​ແມ່ນ​ສ້າງ​ຢູ່​ພູ​ສູງ​ຜາຊັນ​ຫຼື​ທົ່ງ​ພຽງ​ທີ່​ອັນ​ຕະ​ລາຍ​ກັນ​ດານ,​ຈັ່ງ​ຊີ້​ຈຶ່ງ​ມີ​ ບົດບາດ​ປ້ອງ​ກັນ​ຂ້ອນ​ຂ້າງ​ດີ.ຢູ່​ເທິງ​ກຳ​ແພງ​ຍັກ,​ທັງ​ໄດ້​ສ້າງ​ປ້ອມ​ສັງ​ເກດ​ແລະ​​ປະພາ​ຄານ​ຫຼວງ​ຫຼາຍ.​ນາຍ​ແລະ​ພົນ​ທະ​ຫານ​ທີ່​​ເຝົ້າ​ຮັກ​ສາຢູ່​ເທິງ​ກຳ​ແພງ​ຍັກ,ອາ​ໄສ​ກຳ​ແພງ​ທີ່​ສູງ​ໃຫຍ່​ໝັ້ນ​ແກ່ນ,​ຕີ​ໂຕ້​ສັດຕູ​ທີ່​ມາ​ລ່ວງ​ລ້ຳ;​ຕາບ​ໃດ​ມີ​ສັດ​ຕູ​ຫຼວງ​ຫຼາຍ​ເຂົ້າ​ຮຸກ​ຮານ​ແລ້ວ,​ທະ​ຫານ​ຢູ່​ເທິງ​ກຳ​ແພງ​ຍັກ​ກໍຈະ​ຈູດໄຟ​ສັນ​ຍານ,​ແຈ້ງ​ຂ່າວ​​ໃຫ້​ຊາບ​ກັນ,​ຮ້ອງ​ຂໍ​ກອງ​ທະ​ຫານ​ມາ​ຊ່ອຍ​ໜູນ.​ຕັ້ງ​ແຕ່​ກຳ​ແພງ​ຍັກ​ກໍ່​ສ້າງ​ຂຶ້ນ​ເປັນ​ຕົ້ນ​ມາ,​ບັ້ນ​ລົບ​ນ້ອຍ​ໃຫຍ່​ທີ່​ສູ້​ກັນ​​ເອົາ​ເປັນ​ເອົາ​ຕາຍ​ກໍ​ໄດ້​ເກີດ​ຂຶ້ນ​ຢູ່​ໃຕ້​ຕີນ​ກຳ​ແພງ​ຢ່າງ​ບໍ່​ຢຸດ​ຢັ້ງ.

ປະຈຸ​ບັນ,ກຳແພງຍັກບໍ່ມີບົດບາດ​ທີ່​ເປັນ​ສິ່ງ​ກໍ່ສ້າງ​ທາງ​ການ​ທະຫານແລ້ວ,ຫາກ​ເປັນສະຖານີ​ບູຮານ​ທີ່​ມີ​ຊື່​ສຽງ.ຄວາມ​ສະຫງ່າ​ຜ່າ​ເຜີຍ​ແລະ​ຄວາມ​ສູງ​ຊັນ​ກັນດານຂອງ​ກຳ​ແພງ​ຍັກ,​ໄດ້​ດຶງດູດ​ແຂກ​ທ່ອງ​ທ່ຽວ​ຂອງ​ຈີນ​ແລະ​ຕ່າງປະ​ເທດນັບ​ເປັນລ້ານ​​ເປັນໂກດມາ​ທ່ຽວ​ຊົມຄູ່​ປີ.

ໃນບັນດາ​ພາບ​ວິວທິວ​ທັດ​ຂອງ​ກຳ​ແພງ​ຍັກ,​ຕອນຢູ່​ປັກ​ກິ່ງ​ແມ່ນ​ສະຫງ່າ​ງາມ​ທີ່​ສຸດ​ແລະ​ໝັ້ນ​ແກ່ນ​ທີ່​ສຸດ.​ເພາະວ່າ ກຳ​ແພງ​ຍັກ​ຕອນ​ນີ້​ມີໜ້າ​ທີ່ສຳ​ຄັນທີ່​ສຸດທີ່​ປົກ​ປັກ​ຮັກ​ສາລາ​ຊະທາ​ນີແລະ​ສຸ​ສານ​ເຈົ້າ​ຊີວິດ.​ດຽວ​ນີ້,ກຳ​ແພງ​ຍັກ​ຕອນປາ​ຕາ​ຫຼິງ ຕອນມູ້​ທຽນ​ອີ້​ແລະ​ຕອນ​ສື່​ມາ​ໄທ​ທີ່ຢູ່​ຊານ​ເມືອງ​ປັກ​ກິ່ງ,​ໄດ້​ກາຍ​ເປັນ​ບ່ອນ​ທ່ອງ​ທ່ຽວ​ກຳ​ແພງ​ຍັກ​ທີ່​ມີ​ຊື່​ລື​ນາມ​ກວ່າ​ໝູ່​ແລ້ວ.

ກຳ​​ແພງ​ຍັກ​ຕອນຢູ່​ເຂດ​ປັກ​ກິ່ງ,ມີ​ຊື່​ສຽງ​ທີ່​ສຸດ​ແມ່ນ"​ກຳ​ແພງ​ຍັກ​ຕອນ​ປ່າ​ຕາ​ຫຼິງ"​ທີ່ຢູ່​ພາກ​ເໜືອ​ຂອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ.ຢູ່​ຕອນ​ນີ້ ກຳ​ແພງ​ຍັກ​ໝັ້ນ​ແກ່ນ​ທີ່​ສຸດ,ທັງ​ຖືກ​ຮັກສາ​ໄວ້​ດີກ​ວ່າ​ໝູ່,​ເປັນ​ບ່ອນ​ເໝາະ​ປີນ​ຂຶ້ນກຳ​ແພງ​ຍັກ."ກຳ​ແພງ​ຍັກ​ຕອນ​ປ່າ​ຕາ​ຫຼິງ​"ສ້າງ​​ຕາມສັນ​ພູ,ບາງ​ບ່ອນ​ສູງ​ບາງ​ບ່ອນ​ຕ່ຳ,​ສ່ວນ​ຫຼາຍ​ແມ່ນກໍ່​ສ້າງ​ດ້ວຍ​​ຫີ​ນ​ກ້ອນ​ໃຫຍ່​,ສະ​ເລ່ຍ​ແລ້ວ ກຳ​ແພງ​ສູງ​ ປະມານ 8 ​ແມັດ.ຢູ່​ເທິງ​ກຳ​ແພງ​ 200 ​ແມັດໃດ​ກໍ​ມີປ້ອງ​ສັງ​ເກດ​ແຫ່ງ​ໜຶ່ງ.
1  2  3  4