ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-11 17:55:38    
ກຳ​ແພງ​ຍັກ​ຈີນ

cri Author: da

ນາງ​ເຮ​ເລນ​ນາ ສາວ​ຝຣັ່ງ​ອາຍຸ 22 ປີ,​ລາວມາ​ທ່ອງ​ທ່ຽວ​"ກຳ​ແພງ​ຍັກ​ຕອນປ່າ​ຕາ​ຫຼິງ"​ຫຼາຍ​ເທື່ອ​ແລ້ວ.​ນາງ​ເວົ້າ​ວ່າ,​ນາງ​ຈະ​ບໍ່​ລືມ​ຄວາມ​ຮູ້ສຶກ​ຂອງ​ຕົນໃນ​ເວລາ​ປີນ​ຂຶ້ນ​ກຳ​ແພງ​ຍັກ​ເທື່ອ​ທຳ​ອິດ.ນາງ​ເວົ້າວ່າ:

"ມື້ນັ້ນ​ຈັ່ງ​ແມ່ນ​ເຮັດ​ໃຫ້​ເຮົາລືມ​ຍາກ​ແທ້,ກຳ​ແພງ​ຍັກໃນ​ສາຍ​ຕາ​ເຮົາ​ເຈືອ​ລະເນືອ​ກັນໄປ​ທາງ​ໄກ​ຕາມ​ສັນ​ພູທີ່​ສູງ​ຊັນ,​ຢູ່ສອງ​ຢາກ​ກຳ​ແພງ​ເຕັມ​ໄປ​ດ້ວຍ​ຕົ້ນ​ໄມ້​ທີ່​ຂຽວ​ອຸ່ມ​ທຸ່ມ,ຈັ່ງ​ແມ່ນ​ງາມ​ແທ້​ງາມ​ວ່າງ.​ສິ່ງ​ທີ່​ເຮັດ​ໃຫ້​​ເຮົາກະ​ຕຸ້ນ​ໃຈ​ທີ່​ສຸດ​ນັ້ນ​ແມ່ນ,ພວກ​ເຮົາ​ປີນ​ຂຶ້ນ​ກຳ​ແພງ​ຍັກຕາມ​ຂັ້ນ​ໄດ​ຫີນ,​ເຖິງ​ວ່າ​ອອກ​ເຫື່ອ​ເທ​ແຮງ​ເມື່ອຍ​ຫຼາຍ,​ແຕ່​ວ່າ​ພວກ​ເຮົາ​ໄດ້​ເຫັນ​ທິວ​ທັດ​ທີ່​ສວຍງາ​ມສຸດ​ຂະໜາດ."

ຈາກ"ກຳ​ແພງ​ຍັກ​ຕອນປ່າ​ຕາ​ຫຼິງ"​ໄປ​ທິດຕາ​ເວັນ​ອອກ,​ກໍແມ່ນ"ກຳ​ແພງ​ຍັກ​ຕອນມູ້​ທຽນ​ອີ້"​ແລ້ວ.​ແຫ່ງ​ນີ້​ ກຳ​ແພງ​ຍັກ​ຖືກ​ຮັກສາ​ໄວ້​ອ່າວ​ຄົບ​ຖ້ວນ​ເຊັ່ນ​ດຽວ​ກັນ.ຢູ່​ເທິງ"ກຳ​ແພງ​ຍັກ​ຕອນມູ້​ທຽນ​ອີ້",ມີ​ຫໍ​ສາມ​ຫຼັງ​ຕິດ​ກັນ,ນີ້​ແມ່ນ​ທິວ​ທັດ​ພຽງແຫ່ງດຽວ​ໃນຕະຫຼອດກຳ​ແພງ​ຍັກ.ນອກ​ນີ້, "ກຳ​ແພງ​ຍັກ​ຕອນມູ້​ທຽນ​ອີ້"ຍັງ​ມີ​ຈຸດ​ພິ​ເສດ​ອັນ​ໜຶ່ງ,ນັ້ນກໍ​ແມ່ນ​ປ່າ​ໄມ້​ຢູ່​ແຫ່ງ​ນີ້​ດົກໜາ​ຫຼາຍ,​ໂດຍ​ສະ​ເພາະ​ໃນ​ລະດູບານ​ໃໝ່,ຈະ​​ໄດ້​ເຫັນ​ດອກ​​ໄມ້​ນານາ​ສີບານ​​ເຮືອງ​ເຮື່ອ,ປະກອບ​ເປັນ​ພາບ​ວິວທິວ​ທັດ​ທີ່​ຈັບ​ສາຍຕາ​ຄົນ​ທີ່​ສຸດ.

ຈາກ"ກຳ​ແພງ​ຍັກ​ຕອນມູ້​ທຽນ​ອີ້"​ໄປ​ທິດຕາ​ເວັນ​ອອກ​ອີກ,ກໍ​​ໄດ້ໄປ​ຮອດ"ກຳ​ແພງ​ຍັກຕອນ​ສື່​ມາ​ໄທ".ຢູ່​ແຫ່ງ​ນີ້​ມີ​ຈຸດ​ພິ​ເສດອັນ​ໜຶ່ງ​ກໍ​ແມ່ນ​ພູ​ສູງ​ຜາ​ຊັນ​ເປັນ​ພິ​ເສດ,ຄື​ຈັ່ງ​ວ່າ​ກຳ​ແພງ​ຍັກ​​ແມ່ນ​ກໍ່​ສ້າງຂຶ້ນ​ຢູ່​ເທິງ​ມີດ​ເປັນ​ດວງ​ດວງ,ລະດັບ​ສູງ​ຊັນ​ອັນຕະລາຍ​ກວ່າ​ຕອນ​ອື່ນໆ​ຂອງ​ກຳ​ແພງ​ຍັກຕະຫຼອດ​ສາຍ.
1  2  3  4