ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-11 17:55:38    
ກຳ​ແພງ​ຍັກ​ຈີນ

cri Author: da


ນອກຈາກ​ນີ້​ແລ້ວ,ກຳ​ແພງ​ຍັກ​ຕອນ​ທີ່​ມີ​ຊື່​ສຽງ​ຢູ່ເຂດ​ປັກ​ກິ່ງ​ຍັງ​ມີ​ຫຼາຍ​ແຫ່ງ,​ເຊັ່ນ"ກຳ​​ແພງ​ຍັກ​ຕອນຈູ່ຢົ່ງ​ກວ່ນ"ທີ່​ກໍ່ສ້າງ​ຢູ່​ລະຫວ່າງ​ພູ​ສອງ​ໜ່ວຍ,"ກຳ​ແພງ​ຍັກ​ຕອນຮວງ​ຮ່ວາ​ເສີງ"​ເບື້ອງ​ໜຶ່ງ​ມີ​ແມ່ນ້ຳບຶງ​ໜອງ​ທີ່​ງາມ​ປານ​ສາວ​ນ້ອຍ,​ພວກ​ມັນ​ຕ່າງ​ມີ​ຈຸດ​ພິ​ເສດ​ຂອງ​ຕົນ,​ເປັນ​ໜ້າ​ທ່ຽວຊົມ​ແທ້ໆ.


ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ກຳ​ແພງ​ຍັກ​ບໍ່​ພຽງ​ແຕ່​ແມ່ນ​ສິ່ງ​ກໍ່ສ້າງ​ທີ່​ຍິ່ງ​ໃຫຍ່​ທໍ່​ນັ້ນ,ຫາກ​ຍັງ​​​​ແມ່ນ​ສັກຂີພິຍານຂອງປະຫວັດສັງຄົມຈີນ​ໃນ 2000 ກວ່າ​ປີ​ມາ​ນີ້.ບາງ​ຄົນ​ເວົ້າວ່າ,ກຳ​ແພງ​ຍັກ​ແມ່ນສັນ​ຫຼັງ​ຂອງ​ປະຊາ​​ຊາດ​ຈີນ,ເວົ້າສຳລັບ​ປະ​ຊາຊົນ​ຈີນ​ແລ້ວ,ກຳ​ແພງ​ຍັກ​​​ເປັນ​ຕົວ​ແທນ​ໃຫ້​ແກ່ນ້ຳ​ໃຈຊາດ​ຂອງ​ປະຊາ​ຊາດ​ຈີນ.ທ່ານ​ໄລ້​ປາວ​ເຈ່ຍ ​ແຂກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ໄຕ້​ຫວັນ​ເວົ້າວ່າ,ທ່ານທ່ຽວ​ກຳ​ແພງ​ຍັກ​ເທື່ອ​ໃດ,ກໍ​​​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ໃນ​ຖານ​ເປັນ​ຄົນ​ຈີນ.ທ່ານ​ເວົ້າວ່າ:

"ກຳ​ແພງ​ຍັກ​ເປັນ​ຕົວ​ແທນ​ໃຫ້​ແກ່ນ້ຳ​ໃຈ​ຊົນຊາດ,ທັງ​ເປັນ​ຕົວ​ແທນ​​ໃຫ້​ແກ່​ສະຕິປັນຍາ​ຂອງ​ຄົນ​ຈີນ.ທ່ານ​ຈະ​ໄດ້​ເຫັນ​ສິ່ງ​ກໍ່ສ້າງ​ສະ​ໄໝ​ບູຮານ ທັງຖືກ​ຮັກສາ​ໄວ້​ຢູ່​​​ເທິງ​ໂລກຢ່າງ​ສະຫງ່າ​ຜ່າ​ເຜີຍ,ທ່ານບໍ່​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຊີ​ໄດ້​ຫວ໋າ?"

ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ສຸພາສິດ​ຈີນ​ເວົ້າວ່າ:"ບໍ່​ປີນ​ຂຶ້ນກຳ​ແພງ​ຍັກ ຈະບໍ່​​ເປັນຄົນ​ເກັ່ງ".ກຳ​ແພງ​ຍັກ​ທີ່​ຍາວຢຽດ​ແສນ​ໄກ​ບໍ່​ພຽງ​ແຕ່​ແມ່ນອະນຸສາວະລີ​ທີ່​ຍິ່ງ​ໃຫຍ່​ຂອງ​ອະ​ລະຍະ​ທຳ​ແກ່​ເກົ່າ​ຂອງ​ຈີນ​ທໍ່​ນັ້ນ,ຫາກ​ຍັງ​ແມ່ນ​ມໍ​ລະ​ດົກ​ວັດທະນະທຳ​ໂລກ​ທີ່​ປະ​ເສີດ​ລ້ຳຄ່າ​ອີກ​ດ້ວຍ.ຖ້າ​ທ່ານ​ມີ​ໂອກາດ,​ຕ້ອງ​ມາ​ທ່ຽວ​ກຳ​ແພງ​ຍັກ​​,ປີນ​ຂຶ້ນ​ກຳ​​ແພງ​ຍັກ​ຊົມ​ເບິ່ງ​ພູຜາ​ແມ່ນ້ຳຂອງ​ຈີນ​ທີ່ສວຍ​ງາມ. ​
1  2  3  4