ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-17 14:52:48    
ທ່ານ​ຢວນ​ຊີ​ຄຸນ ທູດ​ປະ​ຕິ​ມາ​ກຳ​ໂອ​ລິມ​ປິກ

cri Author: sayvanny


(ທ່ານຢວນຊີຄຸນ
)

ທ່ານ​ອາດ​ຈະ​ຍັງ​ບໍ່​ຮູ້​ວ່າ, ​ໃນ​ຕົວ​ເມືອງ​ທີ່​ເຄີຍ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ທຸກ​ຄັ້ງທີ່​ຜ່ານ​ມາ,​ລ້ວນ​ແຕ່ເຄີຍ​ຈົ່ງມໍລະດົກ​ໂອ​ລິ​ມປິກ​ຮູບ​ປະ​ທຳ​ທາງ​ດ້ານ​ປະຕິ ມາ​ກຳ​ທີວ​ທັດ​ໄວ້.ປັກ​ກິ່ງ​ໃນ​ຖານ​ເປັນ​ຕົວ​ເມືອງ​ທີ່​ຈະ​ຈັດ​ງານ​ກິລາ​ໂອ​ ລິມ​ປິກ​ປີ 2008, ກໍ່​ໄດ້​ທຳ​ຄວາມ​ພະຍາຍາມ​ຢ່າງ​ຫລວງ​ຫລາຍ​ໃນ​ດ້ານ​ນີ້,​ໃນ​ນັ້ນ ງານປະ​ກວດ​ແຜນການ​ປະຕິມາ​ກຳທີວ​ທັດ​ໂອ​ລິ​ມປິກປັກ​ກິ່ງ ປີ 2008​ກໍ່​ພວມ​ດຳ​ເນີນ​ຢ່າງ​ສະດວກ.​

ຈຸດ​ພິ​ເສດ​ຂອງ​ທ່ານ​ສາ​ສະ​ດາ​ຈານ​ຢວນຊີ​ຄຸນ​ທີ່​ຕ່າງ​ກັບຈິດຕະກອນຈີນ​ອື່ນ​ໆ​ນັ້ນ​ແມ່ນ, ທ່ານ​ໄດ້​ຮັບ​ນາມມະຍົດ​ເປັນ​ທູດ​ດ້ານ​ການ​ແຕ້ມ​ຮູບ​ຄົນ.​ໃນ​ສິບ​ກວ່າ​ປີ​ມາ​ນີ້, ທ່ານ​ໄດ້​ແຕ້ມ​ຮູບ​​ໃຫ້​ນັກ​ການ​ເມືອງ​ສາກົນ 152 ທ່ານດ​ແລະ​ໄດ້​ຮັບ​ການ​ຢືນຢັນຈາກ​ພວກ​ທ່ານ,ໃນ​ນັ້ນ,ມີ​ທ່ານ​ອານ​ນານ ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ,ທ່ານ​ຊາ​ມາ​ລັນ ອະດີດ​ປະທານ​ຄະນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາກົນ ທ່ານ​ມານ​ເດ​ລາ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ຟາ​ຣີກາ​ໃຕ້ ທ່ານ​ເຢັນ​ຊິນ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານ​ມາ​ຮາ​ເທຍ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ແລະ​ທ່ານ​ຄິດ​ຊິງ​ເກີ ອະ​ດີດ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ເປັນ​ຕົ້ນ.ນອກ​ນີ້, ທ່ານ​ສາ​ສະ​ດາ​ຈານ​ຢວນຍັງ​ໄດ້​ຮັບ​ເຊີນ​ປັ້ນຮູບ​​ໃຫ້ບຸກຄົນ​ປະ​ຫວັດ​ສາດ​ທີ່​ມີ​ຊື່​ສຽງ​ໃນ​ໂລກ 50 ກວ່າຄົນ,ຖືກ​ເອີ້ນ​ເປັນ​ທູດ​ແຕ້ມ​ຮູບ​ຄົນ​ຈາກ​ຮູບຫນ້າ​ພຽງ​ຮອດ​ຮູບ​ສາມ​ມິ​ຕິ.

​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ,ທ່ານ​ຢວນຊີ​ຄຸນ​ເວົ້າວ່າ, ​ເລີ່ມ​ແຕ່​ປີ 1991​ເປັນ​ຕົ້ນ​ມາ, ທ່ານ​ກໍ່​ເລີ່ມ​ແຕ້ມ​ຮູບ​​ໃຫ້​ນັກ​ການ​ເມືອງ​ສາກົນ​ແລະ​ປັ້ນ​ຮູບ​ບຸກ​ຄົນ​ຜູ່​ມີ​ຊື່​ສຽງ​​ໃນ​ປະຫວັດ​ສາດ, ທ່ານ​ມີ​ຄວາມ​ກະ​ຕື​ລື​ລົ້ນ​ອັນ​ເຕັມ​ປ່ຽມ​ໃນ​ການ​ປະ​ດິດ​ສ້າງ​ສິນ​ລະ​ປະ​ເຫລົ່າ​ນີ້,ທ່ານ​ຫວັງ​ວ່າ​ຜົນງານ​ຂອງ​ທ່ານ​ບໍ່​ພຽງ​ແຕ່​ຈະ​ນຳ​ເອົາ​ຄວາມ​ງາມ​​ໃຫ້​ແກ່​ຄົນ​ທັງ​ຫລາຍ​ທໍ່​ນັ້ນ,ຫາກ​ຍັງ​ຈະ​ເຮັດ​ໃຫ້​ຄົນ​ທັງ​ຫລາຍ​​ເຂົ້າ​ໃຈຄວາມ​ຮູ້​ເບື້ອງ​ຫລັງ​​ວັດ​ທະ​ນະ​ທຳ​ຂອງ​ຜົນ​ງານ​ເຫລົ່າ​ນີ້. ທ່ານ​ເວົ້າ​ວ່າ:

ເປັນ​ຫຍັງ​ຂ້າພະ​ເຈົ້າຈິ່ງ​ຄິດ​ແນວ​ນີ້?​ເພາະວ່າ, ​ເມື່ອ​ຂ້າພະ​ເຈົ້າຍ່າງ​ເລາະ​ຢູ່​ໃນ​ສວນ​ອຸທິຍານ​ຊາວ​ຢາງ,ຂ້າພະ​ເຈົ້າ​ໄດ້​ເຫັນ​ຄູ​ສອນ​ອະນຸບານ​ໄດ້​ພາ​ເດັກນ້ອຍ​ມາ​ເບິ່ງ​ຮູບ​ປັ້ນບຸກຄົນຜູ່​ຍິ່ງ​ໃຫຍ່​ທີ່​ຂ້າພະ​ເຈົ້າວາງສະ​ແດງ​ຢູ່​ນອກ​ຫໍ​ສິນລະປະກຳ​ຈີ່ນຖາ​ຍ,​ແລະ​ເລົ່າ​ຄຸນງາມຄວາມດີ​ຂອງບຸກຄົນ​ຜູ່​ຍິ່ງ​ໃຫຍ່​ເຫລົ່າ​ນີ້​ສູ່​ເດັກນ້ອຍ​ຟັງ,​ເພື່ອ​ໃຫ້​ຄົນ​ຮຸ່ນ​ຫລັງ​ພວກ​ເຮົາ​ຮູ້​ຜົນງານ​ຂອງ ບຸກຄົນ​ຜູ່​ຍິ່ງ​ໃຫຍ່​ເຫລົ່າ​ນີ້, ນີ້​ມີ​ຜົນ​ດີ​ຫລາຍ​ຕໍ່​ຄວາມ​ປອງ​ດອງ​ກັນ ຄວາມ​ຮູ້​ແລະ​ກຳລັງ​ແຮງ​ຂອງ​ບ້ານ​ຫນ່ວຍ​ໂລກ​ຂອງ​ພວກ​ເຮົາ​ໃນ​ອະນາຄົດ.



1  2  3  4