ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-17 14:52:48    
ທ່ານ​ຢວນ​ຊີ​ຄຸນ ທູດ​ປະ​ຕິ​ມາ​ກຳ​ໂອ​ລິມ​ປິກ

cri Author: sayvanny


(ຮູບປັ້ນທີ່ປັ້ນດ້ວຍທ່ານຢວນຊີຄຸນ)


ສວນ​ອຸ​ທິຍານ​ຊາວ​ຢາງ​ທີ່​ທ່ານ​ຢວນຊີ​ຄຸນ​ກ່າວ​ມາ​ຂ້າງ​ເທິງ​ນີ້​ແມ່ນ​ສວນ​ອຸທິຍານ​ຂະຫນາດ​ໃຫຍ່​ທີ່​ທັນ​ສະ​ໄຫມ​ແລະ​ໂຮມ​ສູນ​ສັບ​ພະ​ຄຸນ​ວັດ​ທະ​ນະ​ທຳ​ແລະ​ລື່ນ​ເລີງ,ມັນ​ຕັ້ງ​ຢູ່​ແຖບ​ການ​ຄ້າ​ທີ່ຄຶກຄັກ​ຢູ່​ຊານ​ເມືອງ​ທິດ​ຕາ​ເວັນ​ອອກ​ຂອງ​ນະ​ຄອນ​ປັກ​ກິ່ງ.ຫໍ​ສິນ​ລະ​ປະ​ກຳ​ຈີ່ນຖາ​ຍທີ່​ທ່ານ​ທຸ​ລະ​ກິດ​ນັ້ນ​ກໍ່​ຕັ້ງ​ຢູ່​ໃນ​ສວນ​ທີ່​ມິດ​ງຽບ​ດັ່ງ​ກ່າວ​ນີ້, ຫໍ​ສິນ​ລະ​ປະ​ກຳ​ນີ້​ປະກອບ​ດ້ວຍ​ສິ່ງ​ກໍ່ສ້າງ​ທັນ​ສະ​ໄຫມ​ແບບ​ທາດ​ປີລະ​ມິດ​ຫ້າ​ຫລັງ.ຜົນ​ງານ​ຢ່າງ​ຫລວງ​ຫລາຍ​ຂອງ​ທ່ານ​ຢວນ ຊີ​ຄຸນ​ກໍ່​ວາງສະ​ແດງ​ຢູ່​ໃນ​ສວນ​ອຸທິຍານ​ນີ້, ​ໄດ້​ສ້າງ​ສີ​ສັນ​ວັດ​ທະ​ນະ​ທຳ​​ໃນ​ລະດັບ​ໃດ​ຫນຶ່ງ​ໃຫ້​ແກ່ສວນ​ອຸ​ທິ​ຍານ​ນີ້.

ຫໍ​ສິນ​ລະ​ປະ​ກຳ​ຈີ່ນ​ຖາຍ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1998,​ແມ່ນ​ຫໍ​ພິ​ພິ​ຕະ​ພັນ​ເອກະ​ຊົນ​ທີ່ໃຫຍ່​ກວ່າ​ຫມູ່​ຂອງ​ຈີນ,​ໄດ້​​ຈັດຕັ້ງການ​ເຄື່ອນ​ໄຫວ​ວັດ ທະນະທຳ​ສາກົນ​ຮ້ອຍ​ກວ່າ​ເທື່ອ.ທ່ານ​ຢວນ​ເວົ້າວ່າ, ທ່ານ​ສ້າງ​ຫໍ​ສິນລະປະກຳ​ຈີ່ນ​ຖາຍ​ຢູ່​ໃນ​ສວນ​ອຸທິຍານ​ຊາວ​ຢາງ​ແມ່ນ​ໄດ້​ພິຈາລະນາມາ​ແຕ່​ດົນ.ທ່ານ​ເຫັນ​ວ່າ, ​ຢູ່​​ໃນ​ຖະ​ຫນົນ​ທີ່​ມີ​ບັນ​ຍາ​ກາດ​ການ​ຄ້າ​ອັນ​ເຂັ້ມຂຸ້ນ​ແນວ​ນີ້,​​ໃນ​ຖານ​ເປັນ​ສິນລະປິນ​ຜູ່​ຫນຶ່ງ,ທ່ານ​ມີຫນ້າ​ທີ່​ຮັບຜິດຊອບ​ປະ​ກອບ​ສ່ວນ​ຂອງ​ຕົນ​​ເຂົ້າໃນ​ການ​ກໍ່ສ້າງ​ວັດທະນະທຳ​ຢູ່​ແຫ່ງ​ນີ້.

1  2  3  4