ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-17 14:52:48    
ທ່ານ​ຢວນ​ຊີ​ຄຸນ ທູດ​ປະ​ຕິ​ມາ​ກຳ​ໂອ​ລິມ​ປິກ

cri Author: sayvanny


​ທ່ານ​ຢວນ​ຊີ​ຄຸນ​ເກີດ​ໃນ​ຄອບ​ຄົບ​ສິນ​ລະ​ປິນ​ໃນ​ຊຸມ​ປີ 40 ສະ​ຕະ​ວັດ​ແລ້ວ​ນີ້.ພໍ່​ຂອງ​ທ່ານ​ຊື່​ຢວນ​ສຽວ​ເຊີນ,​ແມ່ນ​ຈິດ​ຕະ​ກອນ​ທີ່​ມີ​ຊື່​ສຽງ.​ໃນຄາວ​ຍັງ​ຫນຸ່ມ,ທ່ານ​ຢວນຊີ​ຄຸນ​ເຄີຍ​​ເປັນ​ຈິດ​ຕະ​ກອນ​ຜູ່​ຫນຶ່ງ​ຢູ່​ແຂວງ​ຢຸນ​ນານ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,​​ແຕ້ມ​ຮູບ​ຄົນ​ທຸກ​ມື້,ດົນ​ຕາມ​ດົນ,​​ເຮັດ​ໃຫ້​ທ່ານ​ສາ ມາດ​ກຳ​ແຫນ້ນ​ຈຸດ​ພິດ​ເສດ​ຂອງ​ຮ່າງ​ກາຍ​ຄົນ.ທ່ານ​ເຫັນ​ວ່າ, ​ເວລາ​ຕອນ​ນັ້ນມີ​ປະ​ໂຫຍດ​ຫລາຍ​ທີ່​ສຸດຕໍ່​ຊີວິດ​ຂອງ​ທ່ານ,​ໃນ​ຖານ​ເປັນ​ຈິດ​ຕະ​ກອນ, ບໍ່​ພຽງ​ແຕ່​ຕ້ອງ​ຮູ້​ຝີ​ມື​ແຕ້ມ​ຮູບ​ທໍ່​ນັ້ນ,ຍັງ​ຕ້ອງ​ມີ​ຄວາມ​ຮູ້​ຕ່າງໆ,ຍິ່ງ​ຕ້ອງ​ມີ​ຄວາມ​ສາມາດ​ສັງ​ເກດ​ສັບພະ​ສິ່ງ​ຂອງ​ຢ່າງ​ສະຫມອງ​ໃສ.

ຮູບ​ແຕ້ມ​ຂອງ​ທ່ານ​ສາ​ສະ​ດາ​ຈານ​ຢວນຊີ​ຄຸນ​ມີ​ຂີດ​ແຕ້ມ​ງ່າຍດາຍ,​ແຕ່ມີ​ເນື້ອ​ໃນອຸດົມສົມບູນ,ທ່ານ​ໄດ້​ເອົາ​ລົດ​ນິຍົມຂອງ​ຮູບ​ແຕ້ມ​ຈີນ​ເຊື່ອມ​ໂຍງ​ເຂົ້າ​ໃນຮູບ​ແຕ້ມ​ຝ່າຍ​ຕາ​ເວັນ​ຕົກ.ປີ 2000,ທ່ານ​ໄດ້​ຈັດ​ງານ​ວາງສະ​ແດງ​ຮູບ​ແຕ້ມ​ສ່ວນ​ບຸກຄົນ​ຢູ່​ຕຶກ​ສຳນັກງານ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ທີ່​ນິວຢອກ​ແລະ​ຫໍ​ພິ​ພິດ​ຕະ​ພັນ​ແບກ​ແລງ​ແຫ່ງ​ເຢຍລະ​ມັນ​ຢ່າງ​​ສຳ​ເລັດຜົນ,ໄດ້​ພາ​ໃຫ້​ເກີດ​ມີ​ປະຕິ ກິລິຍາ​ຢ່າງຮຸ​ນ​ແຮງ,ຮູບ​ແຕ້ມ​ສີນ້ຳມັນທີ່​ມີ​ສີສັນ​ຊົນ​ເຜົ່າ​ອັນ​ເຂັ້ມຂຸ້ນ​ທີ່​ທ່ານ​​ແຕ້ມ​ນັ້ນ​ໄດ້​ຖືກ​ບຸກຄົນ​ວິຊາ​ສະ​ເພາະ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ເອີ້ນ​ເປັນ​ຮູບ​ແຕ້ມ​ສີ​ນ້ຳມັນ​ຝ່າຍ​ຕາ​ເວັນ​ອອກ.ທ່ານ​ຢວນຊີ​ຄຸນ​ເຫັນ​ວ່າ,​ໃນ​ຖານ​ເປັນ​ສິນລະປິນ,ບໍ່​ຄວນ​ເນັ້ນຫນັກ​ແຕ່​ຕົນ​ເອງ,​ແລະ​ເຮັດ​ໃຫ້​ຕົນ​ເອງ​ພົ້ນ​ເດັ່ນ​ອອກ​ທໍ່​ນັ້ນ,ຫາກ​ຍັງ​ຄວນ​ຮູ້​ວ່າ,ຄວນເອົາ​ສິນລະປະ​ຂອງ​ຕົນ​ເອງມາ​ຕອບ​ແທນ​ສັງຄົມ, ມີ​ແຕ່​ເຮັດ​ແນວ​ນີ້, ຈິ່ງ​ມີ​ຊ່ອງ​ຫວ່າງ​ປະ​ດິດ​ສ້າງ​ໃຫມ່​ທີ່​ກວ້າງ ຂວາງ​ກວ່າ​ເກົ່າ.



1  2  3  4