ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-17 14:52:48    
ທ່ານ​ຢວນ​ຊີ​ຄຸນ ທູດ​ປະ​ຕິ​ມາ​ກຳ​ໂອ​ລິມ​ປິກ

cri Author: sayvanny

 


(ທ່ານຢວນຊີຄຸນ)


​ເພື່ອ​ເຮັດ​ໃຫ້​ອຸດົມ​ການ​ຕະ​ຫລອດ​ຊີວິດ​ຂອງ​ຕົນປະກົດ​ຜົນ​​ເປັນ​ຈິງ, ທ່ານ​ຢວນຊີ​ຄຸນ​ໄດ້​ເຂົ້າຮ່ວມ​ວຽກ​ງານ​ກະກຽມ​ຈັດ​ງານ​ກິລາ​ໂອ​ລິ​ມປິກປັກ​ກິ່ງ​ປີ 2008 ດ້ວຍ​ຄວາມ​ຫ້າວຫັນທີ່​ສຸດ​ຂອງ​ສິນລະປິນ,ທ່ານ​ໄດ້​ລິ​ເລີ່​ມ​ຈັດ​ງານ​ປະ​ກວດ​ແຜນການ​ປະຕິມາ​ກຳ​ທີ​ວທັດ​ໂອ​ລິ​ມປິກ​ປີ 2008 ​ແລະ​ເປັນ​ຫົວຫນ້າ​ຄະນະ​ກຳມະການ​ງານ​ປະ​ກວດ​ດັ່ງກ່າວ.ທ່ານ​ເຫັນວ່າ, ກິລາ​ໄດ້​ກາຍ​ເປັນ​ການ​ເຄື່ອນ​ໄຫວ​ລາຍ​ຫນຶ່ງທີ່​ສະ​ແດງ​ໃຫ້​ເຫັນຄວາມຈິງ​ແລະ​ຄວາມ​ງາມ​ທີ່​ໂດຍ​ກົງ​ກວ່າ​ຫມູ່​ແລະ​ທ່ຽງ​ທຳ​ກວ່າ​ຫມູ່,ສິ່ງ​ທີ່​ເຮັດ​ໃຫ້​ພາລະກິດ​ລາຍ​ນີ້​ສືບ​ຕໍ່​ໄປ​ນັ້ນກໍ່​ແມ່ນ​ຈິດ​ໃຈ​ໂອ​ລິ​ມປິກ​ທີ່​ວ່າກິລາ​ບວກ​ກັບ​ວັດທະນະທຳ,ສ່ວນ​ສິ່ງ​ທີ່​ທ່ານພວມເຮັດ​​ໃນປັດຈຸບັນ​ນີ້​ກໍ່​ແມ່ນ​​ເສີມ​ສ້າງ​ຈິດ​ໃຈ​ໂອ​ລິ​ມປິກດ້ວຍ​ປະຕິມາ​ກຳ.ທ່ານ​ເວົ້າວ່າ:

ງານ​ກິລາ​ໂອ​ລິ​ມປິກ​ປີ 2008 ບໍ່​ພຽ​ງ​ແຕ່​ແມ່ນ​ຂອງ​ປັກ​ກິ່ງ​ເທົ່າ​ນັ້ນ,ຫາກ ຍັງ​ແມ່ນ​ຂອງ​ມວນ​ຊົນ​ທົ່ວ​ປະ​ເທດ​ຈີນ,​ແລ​ະກໍ່​ແມ່ນ​ຂອງ​ທົ່ວ​ໂລກ​ອີກ​ດ້ວຍ. ຜ່ານ​ການຈັດ​ງານ​ປະ​ກວດ​ດັ່ງກ່າວ​ເຮັດ​ໃຫ້​ມວນ​ຊົນ​ຢູ່​ເຂດ​ພາກ​ຕາ​ເວັນ​ຕົກ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ຊົນນະບົດ​ອັນ​ໄພສານ​ຂອງປະ​ເທດ​ພວກ​ເຮົາ​ຈະ​ໄດ້​ສະ​ເຫວີຍ​ຄວາມ​ມ່ວນ​ຊື່ນ​ຈາກ​ງານ​ໂອ​ລິ​ມປິກ,​ເຮັດ​ໃຫ້​ໂອ​ລິ​ມປິກ​ຍິ່ງ​ເຜີຍ​ແຜ່​​ໃຫ້​ທົ່ວ​ເຖິງກວ່າ​ເກົ່າ,​ແລະ​ລົງ​ເລິກ​ໃຈ​ຄົນ​ກວ່າ​ເກົ່າ,ຜ່ານ​ຈາກການ​ໃຫ້​ມວນ​ຊົນ​ພ້ອມ​ກັນ​ເຂົ້າຮ່ວມ, ຮຽກຮ້ອງ​ຄົນ​ທັງຫລາຍ​ດ້ວຍ​ຈິດ​ໃຈ​ວັດທະນະທຳ​ຂອງ​ໂອ​ລິ​ມປິກ,​ ເຮັດ​ໃຫ້​ສັງຄົມ​ຖືກຕ້ອງ​ປອງ​ດອງ​ແລະ​ປອດ​ໃສ​ກວ່າ​ເກົ່າ.

ທ່ານ​ຢວນ​ເວົ້າ​ວ່າ,ງານ​ປະ​ກວດ​ແຜນ​ການ​ປະ​ຕິ​ມາ​ກຳ​​ໂອ​ລິມ​ປິກ​ປີ 2008 ​ເລີ່​ມຕົ້ນ​​ແຕ່​ເດືອນ​ສິງຫາ​ປີ 2005, ລວມ​ໄດ້​ຮັບ​ຜົນ​ງານ 2400 ກວ່າ​ເຄື່ອງ,ຜົນ​ງານ​ເຫລົ່າ​ນີ້​ແມ່ນ​ປະຕິມາກອນ 1000 ກວ່າ​ຄົນ​ໃນ 84 ປະ​ເທດ​ແລະ​ເຂດ​ແຄວ້ນ​ຂອງ​ຫ້າ​ທະ​ວີບ​ເປັນ​ຜູ່​ເຮັດ.​ຜົນ​ງານ​ສ່ວນ​ຫລາຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖີງຈິດ​ໃຈ​ແລະ​ແນວ​ຄິດ​ໂອ​ລິ​ມປິກ​ຢ່າງ​ຮອບ​ດ້ານ, ມີ​ເນື້ອ​ໃນ​ອຸດົມ ສົມບູນ, ທັງ​ມີ​ລີລາ​ຫລາຍ​ຮູບ​ຫລາຍ​ແບບ,ລະດັບ​ສັງ​ລວມຂ້ອນ​ຂ້າງ​ສູງ​. ຜົນງານ 300 ກວ່າ​ເຄື່ອງ​ທີ່​ໄດ້​ຜ່ານ​ການ​ປະ​ກວດ​ນັ້ນ​ໄດ້ຕາງຫນ້າ​ລະດັບລ້ຳ ຫນ້າ​ແລະ​ສະພາບ​ປະຈຸ​ບັນ​ຂອງ​ປະຕິມາ​ກຳ​ຂອງ​ໂລກ​ໃນ​ຂັ້ນ​ພື້ນ​ຖານ.

ທ່ານ​ສາ​ສະ​ດາ​ຈານ​ຢວນຊີ​ຄຸນ​ເວົ້າວ່າ, ການ​ເຄື່ອນ​ໄຫວ​ເທື່ອ​ນີ້​ໄດ້​ເປັນ​ອຸ​ທາ​ຫອນ​ສອນ​ໃຈ​ແກ່​ທ່ານ​ຫລາຍ​ສົມ​ຄວນ,​ເຊິ່ງ​ກໍ່​ຄື​ສິນ​ລະປິນ​ຜູ່​ໃດ​ຜູ່​ຫນຶ່ງ​ສາ​ມາດ​ເຮັດ​ເລື່ອງ​ທີ່​ກວ້າງ​ຂວາງ​ກວ່າ​ເກົ່າ​ນອກ​ຈາກ​ສິນ​ລະ​ປະ​ກຳ​,​ໂດຍ​ສະ​ເພາະ​ແມ່ນ​ຄວນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ແລະ​ພາ​ລະ​ກິດ​ສາ ທາລະນະ​ປະ​ໂຫຍ​ດທີ່​ມີ​ຄວາມ​ຫມາຍ​ຍິ່ງ​ເລິກ​ເຊິ່ງ​ດ້ວຍ​ກຳ​ລັງ​ວັງ​ຊາ​ຫລາຍ ກວ່າ​ເກົ່າ.


1  2  3  4