ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-31 10:26:48    
ນາງ​ລູ​ຢ້ຽນ ດາ​ລາ​ຮູບ​ເງົາ​ເຊື້ອ​ສາຍ​ຈີນ

cri Author: sayvanny

 

ນາງ​ລູ​ຢ້ຽນ​ແມ່ນ​ຄົນ​ຝ່າຍ​ຕາ​ເວັນ​ອອກ​ພຽງ​ຄົນ​ດຽວ​ໃນ​ບັນດາ​ກຳ​ມະ ການ​ປະ​ກວດ​ລາງ​ວັນ​ໂອສ​ກາ​ຂອງ​ອາ​ເມ​ລິ​ກາ.ນາງ​ລູ​ຢ້ຽນ​ປີ​ນີ້​ອາ​ຍຸ 79 ປີ,​ແມ່ນ​ດາລາ​ຮູບ​ເງົາ​ເຊື້ອ​ສາຍ​ຈີນ​ທີ່​ມີ​ຊື່​ສຽງ,ສື່​ມວນ​ຊົນ​ເຄີຍ​ພັນ​ລະ​ນາ​ນາງ​ເປັນ​ນາງ​ງາມ​ຄື​ເກົ່າ.​

ນາງ​ລູ​ຢ້ຽນ​ເກີດ​ຢູ່​ປັກ​ກິ່ງ, ປີ 1947, ນາງ​​ໄດ້ຍ້າຍ​ໄປ​ສູ່​ໂຮ​ໂນ​ລູ​ລູ​ແຫ່ງ​ອາ​ເມ​ລິ​ກາ,ປີ 1956 ,ນາງ​ໄດ້​ເຂົ້າ​ຮຽນ​ຢູ່​ພະ​ແນກ​ວິ​ຊາ​ການ​ສະ​ແດງ​ຂອງ​ສະ​ຖາ​ບັນ​ລະ​ຄອນ​ທີ່​ມີ​ຊື່​ສຽງ​​ແຫ່ງ​ຫນຶ່ງ​ຢູ່​ລັດ​ກາ​ລີ​ໂຟ​ເນຍ.​ໃນ​ເວລາ​ຮຽນ​ຈົບ,​ໄດ້​ສະ​ແດງ​ລະ​ຄອນ​ເວົ້າ​ເລື່ອງ​ຮ້ານ​ຊາ​ເດືອນ 8 ຢ່າງ​ສຳ​ເລັດ​ຜົນ,ພອນ​ສະ​ຫວັນ​ຂອງ​ນາງ​ໃນ​ການ​ສະ​ແດງ​ໄດ້​ຮັບ​ຄວາມ​ຢືນ​ຢັນ​ຢ່າງ​ເຕັມ​ສ່ວນ,ຈາກ​ນັ້ນມາ, ນາງ​ລູ​ຢ້ຽນ​ກໍ່​ເລີ່​ມ​ເດີນ​ຕາມ​ເສັ້ນ​ທາງ​ສະ​ແດງ​ຮູບ​ເງົາ​ຢູ່​ຮໍ​ລີວຸດ.ນາງ​ໄດ້​ຮ່ວມ​ມື​ກັບ​ທ່ານ​​ແຟຼກ.ບໍ​ເຈດສ໊ ຜູ່​ກຳ​ກັບ​ການສະ​ແດງ​ທີ່​ໄດ້​ຮັບ​ລາງ​ວັນ​ໂອສ​ກາ ,​ທ່ານ​ມາ​ລອນ. ບຼັນ​ໂດ ນັກ​ສະ​ແດງ​ຊາຍ​ທີ່​ໄດ້​ຮັບ​ລາງວັນ​ໂອສ​ກາ​ແລະ​ທ່ານ​ອື່ນໆ​ຢ່າງ​ເປັນ​ລຳດັບ,ຍ້ອນ​ມີ​ຝີ​ມື​ການ​ສະ​ແດງ​ອັນ​ພົ້ນ​ເດັ່ນ,ນາງ​ໄດ້​ກາຍ​ເປັນ​ນັກສະ​ແດງ​ເຊື້ອ​ສາຍ​ຈີນ​ທີ່​ມີ​ຊື່​ສຽງ​ໃນ​ຮໍ​ລິ​ວຸດ.

​ໃນ​ຍາມ​ນາງ​ລູ​ຢ້ຽມ​ຍັງ​ຫນຸ່ມ,ຈີນ​ຍັງ​ບໍ່​ທັນ​ເປີດ​ປະຕູ​ສູ່​ພາຍ​ນອກ​ເທື່ອ, ນາງ​ມັກ​ສຳນຶກ​ຮູ້​ເຖິງ​ຄວາມ​ແຕກ​ຕ່າງ​ກັນ​ລະ​ຫວ່າງ​ວັດ​ທະ​ນະ​ທຳ​ສອງ​ຊະນິດ​ນີ້​ຢູ່​ເລື້ອຍໆ,ນາງ​ຫວນ​ຄືນ​ຢ່າງ​ມີ​ຄວາມ​ຮູ້​ສຶກ​ເລິກ​ເຊິ່ງທີ່​ສຸດ​ວ່າ:

ຂ້າ​ພະ​ເຈົ້າ​ຮູ້​ສຶກ​ວ່າ​ໃນ​ຍາມ​ຍັງ​ຫນຸ່ມ, ​ໂອ​ກາດ​ຖ່າຍ​ຮູບ​ເງົາ​ບໍ່​ຫລາຍ​ປານ​ໃດ, ​ເພາະ​ວ່າ​ຂ້າພະ​ເຈົ້າ​ຢູ່​ອາ​ເມ​ລິ​ກາ, ຮູບ​ເງົາ​ກ່ຽວ​ກັບ​ຊາວ​ຈີນ,ບົດ​ລະ​ຄອນ​ທີ່​ໄດ້​ຮັບ​ໃນ​ເມື່ອ​ສີ່​ຫ້າ​ສິບ​ປີ​ກ່ອນ​ນັ້ນ,​ ຊາວ​ອາ​ເມ​ລິ​ກາ​ບໍ່​ເຂົ້າ​ໃຈ​ຈີນ,ຍາມ​ນັ້ນ​ຈີນ​ບໍ່​ທັນ​ໄຂ​ປະຕູ​ສູ່​ພາຍ​ນອກ,ຍິ່ງ​ບໍ່​ເຂົ້າ​ໃຈ​ວັດ​ທະ​ນະ​ທຳ​ຈີນ.

1  2  3  4