ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-31 10:26:48    
ນາງ​ລູ​ຢ້ຽນ ດາ​ລາ​ຮູບ​ເງົາ​ເຊື້ອ​ສາຍ​ຈີນ

cri Author: sayvanny

      

​ໃນ​ເວລາ​ຢູ່​​ຈີນ, ນາງ​ລູຢ້ຽນ​ເຄີຍ​ຮຽນ​ງິ້ວປັກ​ກິ່ງ​ນຳ​ທ່ານ​ໄມ​ລານ​ຟັງ ສິນ​ລະ​ປິນ​ສະ​ແດງ​ງິ້ວ​ປັກ​ກິ່ງ​ຜູ່​ມີ​ຊື່​ສຽງ​ຂອງ​ຈີນ,​ ໄດ້​ຮັບ​ການ​ຊີ້​ນຳ​ຢ່າງ​ພຽນ​ໃຈ​ຈາກ​ທ່ານ​ອີ​ເຈິ້ນ​ໄຟ ອາ​ຈານ​ງີ້ວ​ຄຸນ​ຊີ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ,ນາງ​​ມີ​ລະ​ດັບ​ຄວາມ​ຮູ້​ສູງ​ໃນ​ດ້ານ​ການ​ສະ​ແດງ​ງິ້ວ​ປັກ​ກິ່ງ,​ເຄີຍ​ສະ​ແດງ​ຢູ່​ເທິງ​ເວທີ​ເລື້ອຍໆ.​ເພື່ອ​ແນະ​ນຳ​ງິ້ວ​ປັກ​ກິ່ງ​ດັ້ງ​ເດີມ​ຂອງ​ຈີນ​ໃຫ້​ອາ​ເມ​ລິ​ກາ, ປີ 1980,ນາງ​ລູ​ຢ້ຽນ​ໄດ້​ພິມ​ຈຳ​ຫນ່າຍ​ປະ​ມວນ​ງິ້ວ​ປັກ​ກິ່ງ​ຢູ່​ອາ​ເມ​ລິ​ກາ, ​​ໄດ້​ແປ​ງິ້ວ​ປັກ​ກິ່ງ​ຂອງ​ຈີນ 5 ​ເລື່ອງ​ເປັນ​ພາ​ສາ​ອັງ​ກິດ, ​ເພື່ອ​ພະ​ຍາ​ຍາມ​ໃຫ້​ຄວາມ​ກະຈ່າງ​ແຈ້ງ​ຕໍ່​ໂສມ​ຫນ້າ​ບຸກ​ຄົນ​ໃນ​ງິ້ວ​ຂອງ​ຈີນ​ທີ່​ຖືກ​ຝ່າຍ​ຕາ​ເວັນ​ຕົກ​ເຂົ້າ​ໃຈ​ຜິດ.ນາງ​ໄດ້​ປະດິດ​ສ້າງ​ໃຫມ່​ຢ່າງ​ກ້າ​ຫານ,​ ຮ້ອງ​ງິ້ວ​ປັກ​ກິ່ງ​ດ້ວຍ​ພາ​ສາ​ຈີນ,​ແຕ່​ສົນ​ທະ​ນາ​​ໃນ​ງີ້ວ​ດ້ວຍ​ພາສາ​ອັງ​ກິດ,ທັງ​ປະ​ກອບ​ດ້ວຍ​ຄຳ​ບັນ​ລະ​ຍາຍ​ເປັນ​ພາ​ສາ​ອັງ​ກິດ​ອີກ,​ທັງ​ຫມາຍ​ເຫດ​ການ​ສະ​ແດງ​ຢູ່​ເທິງ​ເວ​ທີ​ແລະ​ດົນ​ຕີ​ປະ​ກອບ,​ເຮັດ​ໃຫ້​ຊາວ​ອາ​ເມ​ລິ​ກາ​ຊອກ​ຮູ້​ງິ້ວ​ປັກ​ກິ່ງ​ແລະ​ຊົມ​ງິ້ວ​ປັກ​ກິ່ງ​ຍິ່ງ​ດີກ​ວ່າ​ເກົ່າ,​​ເຊິ່ງ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ເປັນ​ຢ່າງ​ດີ.

​ເມື່ອ​ຫລາຍ​ປີ​ກ່ອນ, ພາຍ​ຫລັງ​ນາງ​ລູ​ຢ້ຽນ​ໄດ້​ຮ້ອງ​ງິ້ວ​ປັກ​ກິ່ງ​ເປັນ​ຊົ່ວ​ໄລ​ຍະ​ຫນຶ່ງ,ນາງ​ໄດ້​ຖາມ​ທ່ານ​ໄມ​ລານ​ຟັງ ອາ​ຈານ​ຂອງ​ນາງ​ວ່າ​ຕົນ​ເອງ​ຮ້ອງ​​ໄດ້​ດີ​ບໍ່?ທ່ານ​ໄມ​ລານ​ຟັງ​ເວົ້າ​ວ່າ:"ຮ້ອງ​ເປັນ​ແລ້ວ, ​ແຕ່​​ບໍ່​ທັນ​ຍອດ​ຢ້ຽມ​." ຄຳ​ເວົ້າ​ນີ້​ເກີດ​ມີ​ຜົນ​ສະ​ທ້ອນ​ຕໍ່​ນາງ​ລູ​ຢ້ຽນ​ຫລາຍ,​"ການ​ສະ​ແດງ​ຕ້ອງ​ສະ​ແດງ​ໃຫ້​ຍອດ​ຢ້ຽມ,"ນາງ​ໄດ້​ຈື່​ຈຳ​ໃນ​ດວງ​ໃຈ​ໂດຍ​ຕະ​ຫລອດ.ນາງ​ລູ​ຢ້ຽນ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ບັນ​ຍາ​ກາດ​ທີ່​ວັດ​ທະ​ນະ​ທຳ​ຝ່າຍ​ຕາ​ເວັນ​ຕົກ​ແລະ​ຝ່າຍ​ຕາ​ເວັນ​ອອກ​ສັບ ປົນ​ກັນ​ເປັນ​ເວລາ​ຍາວ​ນານ,​ແຕ່​ນາງ​ບໍ່​ລືມ​ຈັກ​ເທື່ອ​ວ່າ​ຕົນ​ເອ​ງ​ແມ່ນ​ຄົນ​ຈີນ​, ຮີດ​ຄອງ​ປະ​ເພນີ ວັດ​ທະ​ນະ​ທຳ​ແລະ​ກຽດ​ສັກ​ສີ​ຂອງ​ຈີນ​ກໍ່​ຕິດ​ຕາມ​ນາງ​ຄື​ເງົາ​ຕາມ​ຕົວ.


1  2  3  4