ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-31 10:26:48    
ນາງ​ລູ​ຢ້ຽນ ດາ​ລາ​ຮູບ​ເງົາ​ເຊື້ອ​ສາຍ​ຈີນ

cri Author: sayvanny

        

​ພາຍ​ຫລັງ​ມາ,ນາງ​ລູ​ຢ້ຽນ​ໄດ້​ຖ່າຍ​ຮູບ​ເງົາ​ພາ​ສາ​ຈີນ​ຢ່າງ​ຫລວງ​ຫລາຍ, ໄດ້​ສ້າງ​ໂສມ​ຫນ້າ​ທີ່​ເຮັດ​ໃຫ້​ຄົນ​ລືມ​ຍາກ​ລະ​ບົບ​ຫນຶ່ງ.ນາງ​ລູຢ້ຽນ​ໄດ້​ສະ​ແດງ​ຊູ​ສີ​ຖາຍ​ຫ່າວ ບຸກ​ຄົນ​ຜູ່​ມີ​ຊື່​ສຽງ​ໃນ​ປະ​ຫວັດ​ສາດ​ຈີນ​ສາມ​ເທື່ອ,​ໄດ້​ຮັບ​ລາງ​ວັນ​ມ້າ​ຄຳ​ໃນ​ຮູບ​ເງົາ​ຂອງ​ໄຕ້​ຫວັນ​ສາມ​ເທື່ອ.ຕັ້ງ​ແຕ່​ເປັນ​ນັກ​ສະ​ແດງ​ເປັນ​ເວລາ 35 ປີມາ​ນີ້, ນາງ​ລູຢ້ຽນ​ໄດ້​ຖ່າຍ​ຮູບ​ເງົາ ລະ​ຄອນ​ເວົ້າ ລະ​ຄອນ​ໂທ​ລະ​ພາບ​ແລະ​ລະ​ຄອນ​ເວ​ທີ​ຢູ່​ອາ​ເມ​ລິ​ກາ ຈີນ​ແລະ​ຕາ​ເວັນ​ອອກ​ໄກ​ເປັນ​ຕົ້ນ,ລວມ​ທັງ ຫມົດ​ມີ 200 ກວ່າ​ເລື່ອງ,​ໄດ້​ຮັບ​ລາງ​ວັນ​ຊະ​ນິດ​ຕ່າງໆ​ຫລາຍ​ສິບ​ລາຍ.

​ເມື່ອ​ກ່າວ​ເຖິງ​ຄວາມ​ຮູ້​ສຶກ​ທີ່​ໄດ້​ລາງວັນ.ນາງ​ເວົ້າວ່າ:

ຂ້າ​ພະ​ເຈົ້າ​ດີ​ໃຈ​ຫລາຍ​ທີ່​ໄດ້​ຮັບ​ລາງ​ວັນ, ​ເພາະ​ວ່າ​ວຽກ​ງານ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຄວາມ​ຢືນ​ຢັນ.​ແຕ່​ຂ້າ​ພະ​ເຈົ້າ​ກໍ່​​ແມ່ນ​ໂຊກ​ດີ​ຫລາຍ,​ ເພາະ​ວ່າ​ຢູ່​ເບື້ອງ​ຫລັງ​ແຫ່ງ​ຜົນ​ສຳ​ເລັດ​ຂອງ​ນັກ​ສະ​ແດງ​ຜູ່​ຫນຶ່ງ, ​ແມ່ນ​ມີ​ຄົນ​ຢ່າງ​ຫລວງ​ຫລາຍ​ໄດ້​ໃຫ້​ຄວາມ​ຊ່ອຍ​ເຫລືອ​.

1  2  3  4