ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-05-31 10:26:48    
ນາງ​ລູ​ຢ້ຽນ ດາ​ລາ​ຮູບ​ເງົາ​ເຊື້ອ​ສາຍ​ຈີນ

cri Author: sayvanny


(ນາງລູຢ້ຽນໃນຍາມຍັງຫນຸ່ມ)


​ໃນ​ຫລາຍ​ປີ​ມາ​ນີ້, ​ເພື່ອ​ຊຸກ​ຍູ້​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຈີນ​ກັບອາ​ເມ​ລິ​ກາ, ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ,ນາງ​ລູ​ຢ້ຽນ​ໄດ້​ເຮັດ​ວຽກ​ຢ່າງ​ຫລວງ​ຫລາຍ,ພະ​ຍາ​ຍາມ​ແນະ​ນຳ​ຮູບ​ເງົາ ລະ​ຄອນ​ໂທ​ລະ​ພາບ ຜົນ​ງານ​ວັນ​ນະ​ຄະ​ດີ​ແລະ​ລະ​ຄອນ​ດັ້ງ​ເດີມ​ອັນ​ດີ​ເລີດ​ຂອງ​ຈີນ​ແລະ​ອາ​ເມ​ລິ​ກາ​ໃຫ້​ປະ​ຊາ​ຊົນ​ຝ່າຍ​ກົງ​ກັນ​ຂ້າມ.ລະ​ຄອນ​ກາ​ຕຸ​ນ ຂອງ​ອາ​ເມ​ລິ​ກາ​ຊື່​ມິ​ກີ​ມາວ​ສ໊​ແລະ​ໂດ​ແນັກ​ດັກ​ກໍ່​ແມ່ນ​ນາງ​ແປ​ເປັນ​ພາສາ​ຈີນ​,​ແລ້ວ​ສາຍ​ຢູ່​ຈີນ,​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ​ຈາກ​ເດັກ​ນ້ອຍ​ທັງ​ຫລາຍ. ນັກ​ສະ​ແດງ​ຈີນ​ຫລາຍໆ​ຄົນ​ກໍ່​ແມ່ນ​ນາງ​ລູ​ຢ້ຽນ​ແນະ​ນຳ​​ໃຫ້ໄປ​ຖ່າຍ​ຮູບ​ເງົາ​ຢູ່​ອາ​ເມ​ລິ​ກາ,​ແລະ​ໄດ້​ຮັບ​ຄວາມ​ຢືນ​ຢັນ.ຕົວ​ຢ່າງ​ຄື ນາງ​ຈ່າງ​ຈື​ອີ​ແລະ​ນາງ​ກົງ​ລີ​ເປັນ​ຕົ້ນ.ນາງ​ລູ​ຢ້ຽນ​ເວົ້າ​ວ່າ:

ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ການ​ກ່າຍ​ຂົວ​ສະພານ,​ສາ​ມາດ​ແນະ​ນຳ​ວັດ​ທະ​ນະ ທຳ​ຂອງ​ຈີນ​ໄປ​ໃຫ້​ຝ່າຍ​ຕາ​ເວັນ​ຕົກ,​ໃຫ້​ອາ​ເມ​ລິ​ກາ​ໄປ​ຖ່າຍ​ຮູບ​ເງົາ​ຢູ່​ຈີນ​ໃຫ້​ຫລາຍ, ຜ່ານ​ຈາກ​ການ​ຖ່າຍ​ຮູບ​ເງົາ​ແລະ​ຮ່ວມ​ມື​ກັນ,ຮັບ​ເອົາ​ລະ​ບອບ​ຂອງ​ພວກ​ເຂົາ​ເຈົ້າ, ຄົນ​ຈີນ​ສາ​ມາດ​ຮຽນ​ນຳ​ພວກ​ເຂົາ​ເຈົ້າ, ພ້ອມ​ກັນ​ນັ້ນ,ກໍ່​ໄດ້ສ້າງ​ຄວາມ​ຮັ່ງ​ມີ​ໃຫ້​ຈີນ,ພວກ​ເຂົາ​ເຈົ້າມາຈີນ​ກໍ່​​ເຮັດ​ໃຫ້​ຝ່າຍ​ຕ່າງໆ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຍ້ອນ.

1  2  3  4