ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-07 09:54:48    
ງານ​ເອັກສ໊​ໂປ​ຂະ​ແຫນງ​ການ​ວັດ​ທະ​ນະ​ທຳ​ສາ​ກົນ​ຈີນ​ຄັ້ງ​ທີ​ສອງ​ສະ​ແດງ​ໃຫ້​ເຫັນ​ສະ​ເຫນ​ຂອງ​ວັດ​ທະ​ນະ​ທຳ​ຈີນ

cri Author: sayvanny

ເຖິງ​ວ່າ​ໂລກ​ນີ້​ມີ​ເຊື້ອ​ຊາດ​ຕ່າງ​ກັນ​ແລະ​ພາສາ​ຕ່າງ​ກັນ​ກໍ່​ຕາມ, ​ແຕ່​ວັດ ທະ​ນະ​ທຳ​ພັດ​ສາ​ມາດ​ກ່າຍ​ຂົວ​ສະ​ພານ​, ​ເຮັດ​ໃຫ້​ຄົນ​ທີ່​ຢູ່​ເຂດ​ແຄວ້ນ​ຕ່າງ​ກັນ​ນັ້ນ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ,​ແລະ​ແລກ​ປ່ຽນ​ກັນ.ງານ​ເອັກສ໊​ໂປ​ຂະ​ແຫນງ​ການ​ວັດ​ທະ​ນະ​ທຳ​ສາ​ກົນ​ຈີນ​ຄັ້ງ​ທີ​ສອງ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ເສິນ​ເຈິ້ງ​ຂອງ​ຈີນ​ໃນ​ສະ​ເພາະ​ຫນ້າ​ໄດ້​ສະ​ແດງ​ໃຫ້​ເຫັນ​ຊັບ​ພະ​ຍາ​ກອນ​​ແລະ​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ​ຂອງ​ຕົວ​ເມືອງ​ວັດ​ທະ​ນະ​ທຳ​ທີ່​ມີ​ຊື່​ສຽງ​ຫລາຍ​ສິບ​ເມືອງ​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດ.



(ຜູ່ເຖົ້າທີ່ກຳລັງຫລິ້ນມວຍໄທເກັກຕະກຸນເສີນ)


ລ້ອງ​ແມ່ນ້ຳ​ເຫລືອງ​ແມ່ນ​ແຫລ່ງ​ກຳ​ເນີດ​ຂອງ​ວັດ​ທະ​ນະ​ທຳ​​ເກົ່າ​ແກ່ ບູ​ຮານ​ຂອງ​ຈີນ, ສິນ​ລະ​ປະ​ເກົ່າ​ແກ່​ສ່ວນ​ຫນຶ່ງ​ຍັງ​ຄົງ​ເປັ່ງ​ພະ​ລັງ​ຊີ​ວິດ​ຊີ​ຢູ່ຄື​ເກົ່າ.​​ໃນ​ຫໍ​ວາງສະ​ແດງ​ທີ​ຫນຶ່ງ, ຄູ​ຝຶກ​ 20 ກວ່າ​ຄົນ​ທີ່​ມາ​ຈາກ​ບ້ານ​ເກີດ​ມວຍ​​ໄທ​ເກັກ​ຂອງ​ຈີນ​ພວມ​ສະ​ແດງ​ມວຍ​ໄທ​ເກັກ​ຕະ​ກຸນ​ເສີນ,ພວກ​ເຂົາ​ເຈົ້າ​ມາ​ຈາກ​ບ້ານ​ເສີນ​ເຈ່ຍ​ໂກວ ​​ເມືອງ​ເວີນ​ຊ້ຽນ​ນະ​ຄອນ​​ເຈ່ຍ​ໂຈ້​ແຂວງ​ເຫີ​ນານ,​ແຫ່ງ​ນີ້​ແມ່ນ​ບ່ອນ​ກຳ​ເນີ​ດມວຍ​ໄທ​ເກັກ​ຕະ​ກຸນ​ເສີນ​ຂອງ​ຈີນ.ມວຍ​ໄທ​ເກັກ​ຕະ​ກຸນ ເສີນ​ແມ່ນ​ສຳ​ນັກ​ຫນຶ່ງ​ທີ່​ເກົ່າ​ແກ່​ກວ່າ​ຫມູ່​ໃນ​ຫ້າ​ສຳ​ນັກ​ຂອງ​ມວຍ​ໄທ​ເກັກ​ຈີນ. ຕາມ​​ເວົ້າ​ກັນ​ວ່າ, ປັດ​ຈຸ​ບັນ​ໃນ​ໂລກ​ມີ 150 ລ້ານ​ຄົນ​ພວມ​ຝຶກ​ມວຍ​ໄທ​ເກັກ​ຂອງ​ຈີນ.ຄູ​ຝຶກ​ເສີນ​ກາງ​ເວົ້າ​ຕໍ່​ນັກ​ຂ່າວ​ວ່າ:

ໃນ​ເວ​ລາ​ຫລິ້ນ​ມວຍ​ໄທ​ເກັກ,ຕົ້ນ​ຕໍ​ແມ່ນ​ເດີນ​ຕາມ​ເສັ້ນ​ມົນ.ຈຸດ​ພິ​ເສດ​ຂອງ​ມັນ​ແມ່ນ​ເອົາ​ກັງ​ຟູ ກຳລັງ​ພາຍ​ໃນ​ແລະ​ປັດ​ຊະ​ຍາ​ຂອງ​ຈີນ​ປະ​ສານ​ສົມ​ທົບ​ກັນ.ປັດ​ຈຸ​ບັນ ການ​ເຜີຍ​ແຜ່​ມວນ​ໄທ​ເກັກ​ຕະ​ກຸນ​ເສີນ​ຍັງ​ບໍ່​ດີ​ຄື​ການ​ເຜີຍ​ແຜ່​ມວຍ​ໄທ​ເກັກ​ຕະ​ກຸນ​ຢາງ​,​ຍ້ອນວ່າ​ມວຍ​​ໄທ​ເກັກເສີນ​ຊື​ແມ່ນ​ແຫ​ລ່ງກຳ​ເນີ​ດ ຂອງ​ມວຍ​​ໄທ​ເກັກ​ທັງ​ຫມົດ,ການ​ສືບ​ທອດ​ໃນ​ແຕ່​ກ່ອນ​ແມ່ນ​ເຂັ້ມງວດ​ຫລາຍ,ຕ້ອງ​ແມ່ນ​ພໍ່​ສອນ​ລູກ,ບໍ່​ໃຫ້​ສອນ​ຜູ່​ອື່ນ,ມີ​ແຕ່​ສອງ​ສາມ​ປີ​ມໍ່ໆ​ມາ​ນີ້​ຈິ່ງ​ສອນ​ຜູ່​ອື່ນ.


1  2  3  4