ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-07 09:54:48    
ງານ​ເອັກສ໊​ໂປ​ຂະ​ແຫນງ​ການ​ວັດ​ທະ​ນະ​ທຳ​ສາ​ກົນ​ຈີນ​ຄັ້ງ​ທີ​ສອງ​ສະ​ແດງ​ໃຫ້​ເຫັນ​ສະ​ເຫນ​ຂອງ​ວັດ​ທະ​ນະ​ທຳ​ຈີນ

cri Author: sayvanny

ຈີນ​ມີ​ດິນ​ແດນ​ກວ້າງ​ໃຫຍ່​ໄພ​ສານ​ແລະ​ມີ​ຊັບ​ພະ​ຍາ​ກອນ​ອຸ​ດົມ​ສົມ​ບູນ, ຢູ່​ບ່ອນ​ທີ່​ຕ່າງ​ກັນ​ກໍ່​ໄດ້​ກຳ​ເນີດ​ວັດ​ທະ​ນະ​ທຳ​ທີ່​ຕ່າງ​ກັນ.ຮູບ​ແຕ້ມ​​ແບບ​ຈີນ​ງວດ​ຫນຶ່ງ​ທີ່​ມາ​ຈາກ​ຫໍ​ວາງ​ສະ​ແດງ​ຮູບ​​ແຕ້ມ​ຊວນ​ໄປ ​ເມືອງ​ນານ​ຊົງ ​ແຂວງ​ເຊ​ສວນ​ຈີນ​ກໍ່​ເຮັດ​ໃຫ້​ຜູ່​ຊົມ​ສຳ​ນຶກ​ຮູ້​ເຖິງ​ວັດ​ທະ​ນະ​ທຳ​ປະ​ຫວັດ​ສາດ​ທີ່​ມີ​ມູນ​ເຊື້ອ​ຍາວ​ນານ​ຂອງ​ແຫ່ງ​ນັ້ນ,​ເນື້ອ​ໃນ​ຂອງ​ຮູບ​ແຕ້​ມ​ແບບ​ນີ້​ເຫລົ່າ​ນີ້​ໄດ້​ຮັກ​ສາ​ໄວ້​ຈິດ​ໃຈດັ້ງ​ເດີມ​ຂອງ​ຮູບ​ແຕ້ມ​​ແບບ​ຈີນ. ທ່ານ​ເຫີ​ອີ້​​ລົງ​​ ຈິດ​ຕະ​ກອນ ແນະ​ນຳ​ວ່າ:

ຄົນ​ແຕ້ມ​ຮູບ​ຢູ່​​ແຫ່ງ​ນັ້ນ​ມີ​ຫລາຍ.​ເພາະວ່າ​ຄົນ​ຢູ່​ແຫ່ງ​ນັ້ນ​ເອົາ​ໃຈ​ໃສ່​ນຳ​ການ​ຮຽນຫນັງສື ການ​ປະ​ຕິ​ບັດ​ຕົນ​ແລະ​ມູນ​ເຊື້ອ​ດັ້ງ​ເດີມ,ຕັ້ງ​ແຕ່​ນ້ອຍ​ກໍ່​ມັກ ອ່ານ​ຫນັງ​ສື ​ແຕ້ມ​ຮູບ​ແລະ​ຮຽນ​ຂຽນ​ງາມ​ພ້ອມ​ກັນ.ອັນ​ທີ່​ວ່າ​ຮູບ​ແຕ້ມ​​ແບບ​ຈີນ​ແມ່ນ​ເຄື່ອງ​ສິນ​ລະ​ປະ​ຊະ​ນິດ​ຫນຶ່ງ​ຂອງ​ຈີນ​ທີ່​ກຳ​ເນີ​ດມາ​ຫລາຍ​ພັນ​ປີ. ສິນ​ລະ ປະ​ຂອງ​ຫລົ້ງ​ພວກ​ເຮົາ​ນີ້​ບໍ່​ເປີດ​ປະ​ຕູ​ປານ​ໃດ, ​ແຕ່​ໄດ້​ຮັກ​ສາ​ໄວ້​ຮີດ​ຄອງ​ປະ​ເພນີ​ດັ້ງ​ເດີມ​ແລະ​ຄວາມ​ງາມ​ດັ້ງ​ເດີມ,ສີ​ມື​ດັ້ງ​ເດີມ​ກໍ່​ອ້ອຍ​ຕ້ອຍ​ກວ່າ,ມັນ​ຖືກ​ວັດ​ທະ​ນະ​ທຳ​ພາຍ​ນອກ​ເຊື່ອມ​​ໂຍງ​ກໍ່​ຫນ້ອ​ຍ​ແດ່,ກົກ​ເຄົ້າ​ດັ້ງ​ເດີມ​ຂອງ​ມັນ​ແລະ​ລົດ​ນິຍົມ​ຂອງ​ມັນ​ກໍ່​ອ້ອຍ​ຕ້ອຍ​ກວ່າ.

ທ່ານ​ເຫີ​ອີ້​ລົງ​​ແນະ​ນຳ​ວ່າ,ຍ້ອນ​ເສດ​ຖະ​ກິດ​ເມືອງ​ນານ​ຊົງ​ບໍ່​ພັດ​ທະ​ນາ​ປານ​ໃດ, ຊີ​ວິດ​ການ​ເປັນ​ຜູ່​ຂອງ​ນັກ​ແຕ້ມ​ສ່ວນ​ຫລາຍ​ລຳ​ບາກ​ທີ່​ສຸດ.​ໃນ​ຂະ​ນະ​ທີ່​ແຕ້ມ​ຮູບ​ນັ້ນ,ທ່ານ​ຍັງ​ເປີດ​ຮ້ານ​ວາງ​ສະ​ແດງ​ຮູບ​ແຕ້ມ,​ເພື່ອ​ຊ່ອຍ​ນັກ​ແຕ້ມ​ຮູບ​ຢູ່​ແຫ່ງ​ນັ້ນ​ຂາຍ​ຮູບ,​ເພື່ອ​ທຳ​ມາ​ຫາ​ກິນ.

1  2  3  4