ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-07 09:54:48    
ງານ​ເອັກສ໊​ໂປ​ຂະ​ແຫນງ​ການ​ວັດ​ທະ​ນະ​ທຳ​ສາ​ກົນ​ຈີນ​ຄັ້ງ​ທີ​ສອງ​ສະ​ແດງ​ໃຫ້​ເຫັນ​ສະ​ເຫນ​ຂອງ​ວັດ​ທະ​ນະ​ທຳ​ຈີນ

cri Author: sayvanny



(ຫມໍ້ສີ່ຂາຊືມູວູ້)


​ເຄື່ອງ​ຈຳ​ລອງ​ຫມໍ້​ສີ່​ຂາ​ຊື​ມູ​ວູ້ ​ເຊິ່ງ​ເປັນ​ສິ່ງ​ປະ​ເສີດ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ທີ່​ວາງ​ສະ​ແດງ​ຢູ່​ໃນ​ຫໍ​ນັ້ນ​ໄດ້​ເຮັດ​ໃຫ້​ຜູ່​ຊົມ​ຈຳ​ນວນ​ຫລວງ​ຫລາຍ​ສົນ​ໃຈ​ນຳ.ຫມໍ້​ສີ່​ຂາ​ຊື​ມູ​ວູ້​ຖືກ​ຂຸດ​ພົບ​ຢູ່​ບ້ານ​ອູ​ກວນ​ເມືອງ​ອານ​ຢາງ​ແຂວງ​ເຫີ​ນານ​ຂອງ​ຈີນ​ໃນ​ວັນ​ທີ 19 ມີ​ນາ​ຄ.ສ.​ປີ 1939, ແຖບ​ນີ້​ແມ່ນ​ແຖບ​ໃຈ​ກາງ​ຂອງ​ວັດ​ທະ​ນະ​ທຳ​ອິນ​ຊາງ​ກ່ອນ​ຄ.ສ.ປະ​ມານ​ສັດ​ຕະ​ວັດ​ທີ 16. ຫນັງສື​ຄວັດ​ໃສ່ ອອງ​ເຕົ່າ​ທີ່​ມີ​ຊື່​ສຽງກໍ່​ກຳ​ເນີ​ດຢູ່​ບ່ອນ​ນີ້.ປັດ​ຈຸ​ບັນ, ຊາກ​ອີນ​ຊີ​ພວມ​ຮ້ອງ​ຂໍ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ.

ຫມໍ້​ສີ່​ຂາ​ມີ​ຄວາມ​ຫມາຍ​ພິ​ເສດ​​ໃນ​ປະ​ຫວັດ​ສາດ​ຈີນ.​ໃນ​ຍຸກ​ອາ​ລະ​ຍະ​ທຳ​ທອງ​ສຳ​ລິດ, ມັນ​ແມ່ນ​ເຄື່ອງ​ໃຊ້​ທາງ​ພິ​ທີ​ການ​ຕ່າງໆ​ທີ່​ສຳ​ຄັນ​ຂອງ​ລັດ.ຫມໍ້​ສີ່​ຂາ​ຊື​ມູ​ວູ້​ສູງ 1,33 ​ແມັດ,​ແມ່​ນຫມໍ້​ສາມຂາ​ໃຫຍ່​ກວ່າ​ຫມູ່​ທີ່​ ​ປະກົດ​ເຫັນ​ຢູ່​ຈີນ​ນັບ​ມາ​ຮອດ​ປັດ​ຈຸ​ບັນ,ມັນ​​ໄດ້​ສະ​ແດງ​ໃຫ້​ເຫັນ​ເຕັກ​ນິກ​ຫລໍ່​ຫລອມ​ອັນ​ຍອດ​ຢ້ຽມ​ຂອງ​ຈີນ​ໃນ​ຍາມ​ນັ້ນ.ພ້ອມ​ກັນ​ນັ້ນ, ມັນ​ກໍ່​ມີ​ນິ​ທານ​ທີ່​ບໍ່​ທຳ​ມະ​ດາ,ຄື​ໃນ​ເວລາ​ປະ​ກົດ​ເຫັນ​ຫມໍ້​ສາມ​ຂາ​ຊື​ມູ​ວູ້​ໃນ​ປີ 1939, ພໍ​ດີ​ຈີນ​ຖືກ​ຍີ່​ປຸ່ນ ຮຸກ​ຮານ,ທ່ານ​ອູ​ໄຜ​ເວີນ ຜູ່​ຂຸດ​ພົບ​ແລະ​ຜູ່​ປ້ອງ​ກັນ​ຫມໍ້​ສີ່​ຂາ​ດັ່ງ​ກ່າວ​ປີ​ນີ້​ອາ ຍຸ 84 ແລ້ວ.ທ່ານ​ອູ​ຊູ​ອານ ຫລານ​ຊາຍ​ຂອງ​ທ່ານ​ວູ​ໄຜ​ເວີນ​ບອກ​ນັກ​ຂ່າວ​ວ່າ:

ວັນ​ທີ 19 ມີ​ນາ​ປີ 1939,ຫມໍ້​ສາມ​ຂາ​ດັ່ງ​ກ່າວ​ແມ່ນ​ຖືກ​ພົບ​ເຫັນ​ຢູ່​ສຸສານ​ບັນ​ພະ​ບູ​ລຸດ​ຂອງ​ຄອບ​ຄົວ​ຂ້າ​ພະ​ເຈົ້າ​ໃນ​ເວລາ​ສ້າງ​ສຸ​ສານ,​ເມື່ອ​ພົບ​ເຫັນ​ແລ້ວ,​ເພື່ອ​ບໍ່​ໃຫ້​ຊາວ​ຍີ່​ປຸ່ນ​ປຸ້ນ​ເອົາ​ໄປ,​ເລີຍ​ວາງ​ຢູ່​ເຮືອນ​ເບື້ອງ​ຕາ​ເວັນ​ອອກ​ຂອງ​ເຮືອນ​ຕະກຸນ​ອູ,​ເມື່ອ​ຊາວ​ຍີ່​ປຸ່ນຮູ້​​ແລ້ວ​ກໍ່​ໄປ​ກວດ​ຄົ້ນ​ສາມ​ເທື່ອ​ຢູ່​ເຮືອນ​ຕະກຸນ​ອູ,​ແຕ່​ປູ່​ແລະ​ອ້າຍ​ນ້ອງ​ຂອງ​ປູ່​ໄດ້​ຍ້າຍ​ເອົາ​ໄປ​ຝັງ​ໄວ້​ສາມ​ເທື່ອ​ລຽນ​ຕິດ,​ໃນ​ທີ່​ສຸດ​ໄດ້​ຝັງ​ຢູ່​ເຮືອນ​ເບື້ອງ​ຕາ​ເວັນ​ອອກ​ຂອງ​ເຮືອນ​ຕະກຸນ​ອູ​ເປັນ​ເວລາ 8 ປີ.

​ໃນ​ເວລາ​ຫໍ​ພິ​ພິດ​ຕະ​ພັນ​ປະ​ຫວັດ​ສາດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1959, ຫມໍ້​ສີ່​ຂາ​ຊື​ມູ​ວູ້​ກໍ່​ຖືກ​ວາງ​ໄວ້​ຢູ່​ແຫ່ງ​ນີ້​ໃນ​ຖານ​ເປັນ​ວັດ​ຖຸ​ບູ​ຮານ​ລະດັບ​ຊາດ.

1  2  3  4