ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-07 09:54:48    
ງານ​ເອັກສ໊​ໂປ​ຂະ​ແຫນງ​ການ​ວັດ​ທະ​ນະ​ທຳ​ສາ​ກົນ​ຈີນ​ຄັ້ງ​ທີ​ສອງ​ສະ​ແດງ​ໃຫ້​ເຫັນ​ສະ​ເຫນ​ຂອງ​ວັດ​ທະ​ນະ​ທຳ​ຈີນ

cri Author: sayvanny

​ໃນ​ງານ​ເອັກສ໊​ໂປ​ວັດ​ທະ​ນະ​ທຳ​ເທື່ອ​ນີ້​ນອກ​ຈາກ​ໄດ້​ວາງ​ສະ​ແດງ​ວັດ​ທະ ນະ​ທຳ​ດັ້ງ​ເດີມ​ຂອງ​ປະ​ຊາ​ຊາດ​ຈີນ​ແລ້ວ, ຍັງ​ໄດ້​ວາງ​ສະ​ແດງ​ສິນ​ລະ​ປະ​ສະ​ໄຫມ​ປັດ​ຈຸ​ບັນ​ບໍ່​ຫນ້ອຍ,​ເຮັດ​ໃຫ້​ຄົນ​ທັງ​ຫລາຍ​ສຳ​ນຶກ​ຮູ້​ເຖິງ​ຄວາມ​ຊີ​ວິດ​ຊີວາ​ຂອງ​ຈີນ​ຍ້ອນ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍ​ນອກ.

ນອກ​ນີ້,ງານ​ເອັກສ໊​ໂປ​ວັດ​ທະ​ນະ​ທຳ​ສາ​ກົນ​ເສີນ​ເຈິ້ງ​ຍັງ​ໄດ້​ດຶງ​ດູດ​ນັກ​ສິນ​ລະ​ປິນ​ແລະ​ນັກ​ທຸ​ລະ​ກິດ​ເກືອບ​ຊາວ​ປະ​ເທດ​​ເຊັ່ນ ອັງ​ກິດ ​ເຢຍ​ລະ​ມັນ ສາ​ທາ​ລະ​ນະ​ລັດ​ເກົາ​ຫລີ ອົສ​ຕຼາ​ລີ ສິງ​ກະ​ໂປ​ແລະ​ມາ​ເລ​ເຊຍ​ເປັນ​ຕົ້ນ, ພວກ​ເຂົາ​ເຈົ້າ​ທັງ​ນີ​ຍົມ​ຊົມ​ຊອບ​ວັດ​ທະ​ນະ​ທຳ​ຂອງ​ຈີນ,ທັງ​ໄດ້​ສະ​ແດງ​​ໃຫ້​ເຫັນ ວັດ ທະ​ນະ​ທຳ​ຂອງ​ປະ​ເທດ​​ຕົນ​,​ແລະ​ຊອກ​ຫາ​ໂອ​ກາດ​ການ​ຄ້າ​ທີ່​ຮ່ວມ​ມື​ກັບ​ຈີນ. ທ່ານ​ກຼິສ​ໂຕ​ເຟີ.ກຼິນ ຮອງ​ກົງ​ສູນ​ຂອງ​ສະ​ຖານ​ກົງ​ສູນ​ອົສ​ຕຼາ​ລີ​ປະ​ຈຳ​ນະ​ຄອນ ກວາງ​ໂຈວ​ເວົ້າ​ຕໍ່​ນັກ​ຂ່າວ​ວ່າ:

ຈີນ​ມີ​ປະ​ຫວັດ​ສາດ​ອັນ​ຍາວ​ນານ​ທີ່​ສຸດ,ອາດ​ຈະ​ມີ 5000 ພັນ​ປີຂຶ້ນ​ໄປ.ອົສ​ຕຼາ​ລີ​ແມ່ນ​ປະ​ເທດ​ທີ່​ມີ​ປະ​ຫວັດ​ສາດ​ຫນຸ່ມ​ນ້ອຍ​,ນີ້​​ເປັນ​ການ​ສົມ​ທຽບ​ຢ່າງ​ຈະ​ແຈ້ງ​ລະ​ຫວ່າງ​ອົສ​ຕຼາ​ລີ​ກັບ​ຈີນ,ວັດ​ທະ​ນະ​ທຳ​ຈີນ​ເລິກ​ລັບ​ແລະ​ຍອດ​ຢ້ຽມ​ຫລາຍ,​ໄດ້​ດຶງ​ດູດ​ພວກ​ເຮົາ​ມາ​ຮ່ວມ​ງານ​ເອັກສ໊​ໂປ​ເທື່ອ​ນີ້,ພວກ​ເຮົາ​ຮູ້​ສຶກ​ມ່ວນ​ຫລາຍ​ເມື່ອ​ໄດ້​ເຫັນ​ວັດ​ທະ​ນະ​ທຳ​ອັນ​ໂລດ​ໂຜນ​ຂອງ​ບັນ​ດາ​ແຂວງ​ແລະ​ວັດ​ທະ​ນະ​ທຳ​ຫລາຍ​ຊະ​ນິດ​ຢູ່​ແຫ່ງ​​ນີ້.


1  2  3  4