ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-08 10:25:26    
ເມືອງ​ເກົ່າ​ພິງ​ຢາວ​ມີ​ເຮືອນ​ພັກ​ຫຼາຍ

cri Author: da



ເມືອງ​ເກົ່າ​ພິງ​ຢາວ​ຂອງ​ແຂວງ​ຊ່ານ​ຊີ່​ພາກ​ເໜືອ​ຂອງ​ຈີນ,​ແມ່ນ​ບ່ອນ​ທ່ອງ​ທ່ຽວ​ທີ່​ຂ້ອນ​ຂ້າງ​​ເຫີ່​ກັນໃນ​​ໄລ​ຍະ​ມໍ່ໆ​​ນີ້.​ເມືອງ​ເກົ່າ​​ພິງ​ຢາວ​ແມ່ນ​​ເມືອງ​ບູ​ຮານ​ທີ່​ຖືກ​ຮັກ​ສາ​ໄວ້​ຄົບ​ຖ້ວນ​ກວ່າ​ໝູ່ຢູ່​ຈີນ,​​ຖືກ​ຈັດ​​ເຂົ້າ​ໃນ​"ສາ​ລະ​ບານ​ມໍ​ລະ​ດົກ​ໂລກ".​ເມືອງ​​ເກົ່າ​ພິງ​ຢາງ​ມີ​ສົມ​ຍາ​ນາມ​​ເປັນ"​ສິ່ງ​ຍອດ​ຢ້ຽມ​ແລະ​ສາງ​ປະ​ເສີດ​ຂອງ​ສິ່ງ​ກໍ່​ສ້າງ​ບູ​ຮານ​ຈີນ",​ຈຳ​ນວນ​ແລະ​ຖານະ​ຂອງ​ຮ່ອງ​ຮອຍ​ວັດ​ຖຸ​ບູ​ຮານ​ລ້ວນ​ແຕ່​ຢູ່​ໃນ​ອັນ​ດັບ​ຍອດ​ຢ້ຽມ​ຢູ່​ຈີນ.​ໃນ​ນັ້ນ,​ກຳ​ແພງ​​​ເມືອງ​ເກົ່າ​ມີ​ຂະ​ໜາດ​​ໃຫຍ່​ໂຕ​ມະ​​ໂຫ​ຖານ,​​ແມ່ນ​ກຳ​ແພງ​ເມືອງ​ທີ່​ຖືກ​ຮັກ​ສາ​ໄວ້​ຄົບ​ຖ້ວນ​ກວ່າ​ໝູ່​ພາຍ​ໃນ​ປະ​ເທດ​ຈີນ;​ວິ​ຫານ​ພະ​ພຸດ​ທະ​ຮູບ​ໝື່ນ​ອົງ​ຂອງ​ວັດ​ເຈີ້ນ​ໂກ​ແມ່ນ​ສິ່ງ​ກໍ່​ສ້າງ​ໄມ້​ທີ່​ລ້ຳ​ຄ່າ​ກວ່າ​ໝູ່​ທີ່ມີ​ຢູ່​ໃນ​ປະຈຸ​ບັນ​ຂອງ​ຈີນ,​ຮູບ​ຄວັດ​ສີ​​ໃນ​ວິ​ຫານ ​ອາດ​ເວົ້າ​ໄດ້​ວ່າ​ແມ່ນ​ຂອງ​ຍອດ​ຢ້ຽມ.​ຢູ່​ແຫ່ງ​ນີ້ ຍັງ​ມີ​ທະນາ​ຄານ​"ຢື້​ເຊີ່ງ​ຊ່າງ"​ ທະ​ນາ​ຄານ​ທີ່​ຕັ້ງ​ຂຶ້ນ​ກ່ອນ​ໝູ່​ຂອງ​ຈີນ.​ປະ​ຈຸ​ບັນ,​ເມືອງ​ນີ້​ບໍ່​ພຽງ​ແຕ່​ໄດ້​ກາຍ​ເປັນ​ສະ​ຖານ​ທີ່​ຖ່າຍ​ລະ​ຄອນ​ໂທ​ລະ​ພາບ​ຈຳ​ນວນ​ຫຼວງ​ຫຼາຍ​ຂອງ​ຈີນ​​ທໍ່​ນັ້ນ,​ຍິ່ງ​​ໄດ້​ກາຍ​ເປັນ​ບ່ອນ​​ເລືອກ​ກ່ອນ​ໝູ່​ຂອງ​ຜູ້​ມັກ​ຂັບ​ລົດ​​ໄປ​ທ່ຽວ​ຈຳ​ນວນ​ຫຼວງ​ຫຼາຍ​ອີກ​ດ້ວຍ.


ທະນາ​ຄານ​"ຢື້​ເຊີ່ງ​ຊ່າງ"

ເມືອງ​ເກົ່າ​ພິງ​ຢາວ​ຕັ້ງ​ຢູ່​ພາກ​ກາງ​ແຂວງ​ຊ່ານ​ຊີ່,​ໄກ​ຈາກ​ເມືອງ​ໄທ້​ຢວນ ​ເທດ​ສະ​ບານ​ແຂວງ​ໄປ​ທິດ​ໃຕ້ 90 ກິ​ໂລ​ແມັດ,​ແມ່ນ​ເມືອງ​ບູ​ຮານ​ທີ່​ຖືກ​ຮັກ​ສາ​ໄວ້​ຄົບ​ຖ້ວນ​ກວ່າ​ໝູ່​ຢູ່​ຈີນ.​ເມືອງ​ບູຮານ​ນີ້​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ 270​0 ກວ່າ​ປີ​ກ່ອນ,​ໃນ​ສະ​ໄໝ​ລາ​ຊະ​ວົງ​ມິງ​ແລະ​ລາ​ຊະ​ວົງ​ຊິງ​ແມ່ນ​ໄລຍະ​ຈະ​ເລີ​ນກວ່າ​ໝູ່.​ສິ່ງ​ກໍ່​ສ້າງ​ສ່ວນ​ຫຼາຍ​​ໃນ​ປະຈຸ​ບັນ,​ລ້ວນ​ແຕ່​ແມ່ນ​ຕົກ​ທອດ​ມາ​ແຕ່​ສອງ​ໄລຍະ​ດັ່ງກ່າວ.

ຖ້າ​ຢາກ​ຮູ້​ເມືອງ​ເກົ່າ​ພິງ​ຢາວ​ຢ່າງ​ຮອບ​ດ້ານ,​ທ່ານ​ກໍ​ຕ້ອງ​ປິນ​ຂຶ້ນ​ກຳ​ແພງ​​​ເມືອງ​ເກົ່າ​​ແລ້ວ​ຫຼຽວ​ລົງ​ເບິ່ງ​ທົ່ວ​ເມືອງ.​​ເມືອງ​ບູຮານ​ທີ່​ອ້ອມ​ຮອບ​ດ້ວຍ​ກຳ​ແພງ​,ມີ​ຮູບ​ຄື​ຕົວ​​​​ເຕົ່າ.​ເຮືອນ​ຢູ່​ ຮ້ານ​ຄ້າ​ຢູ່​​ໃນ​ເມືອງ​​ກໍ​ເໝືອນ​ດັ່ງ​ອອງ​ເຕົ່າ.​ປະ​ຕູ​ໃຕ້​ແມ່ນ​ຫົວ​ເຕົ່າ,​ນ້ຳ​ສ້າງ​ສອງ​ບ່ອນ​ຢູ່​ນອກ​ປະຕູ​ເໝືອນ​ດັ່ງ​ສອງ​ຕາ​​ຂອງ​ເຕົ່າ.​ປະ​ຕູ​ເໜືອ​ຂອງ​ເມືອງ​ແມ່ນ​ຫາງ​ເຕົ່າ,​ແມ່ນ​ບ່ອນ​ຕ່ຳ​​ສຸດ​ຂອງ​ທົ່ວ​ເມືອງ,​ນ້ຳ​ອັ່ງ​ທັງ​ໝົດ​ຢູ່​ໃນ​ເມືອງ​ລ້ວນ​ແຕ່​ໄຫຼ​ອອກ​ເມືອງ​ຈາກ​ປະຕູ​ນີ້.ຮູບ​ແບບ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ໂຄ​ລົບ​ນັບ​ຖື​​ເຕົ່າ​ຂອງ​ບັນ​ພະ​ບຸລຸດ​ເມືອງ​ພິງ​ຢາວ.​ພວກ​ເພິ່ນ​ຫວັງ​ອາ​ໄສ​ກຳ​ລັງ​ຂອງ​​ເທ​ວະ​ດາ​ເຕົ່າ,​ເຮັດ​ໃຫ້​ເມືອງ​ພິງ​ຢາວ​ໝັ້ນ​ແກ່ນ​ເໝືອນ​ດັ່ງ​ກ້ອນ​ຫີນ,​ແລະມີ​ຄວາມ​ປອດ​ໄພ.​


ວິ​ຫານ​ພະ​ພຸດ​ທະ​ຮູບ​ໝື່ນ​ອົງ​ຂອງ​ວັດ​ເຈີ້ນ​ໂກ​

ຢູ່​ໃນ​ເມືອງ​ທີ່​ປິດ​ລ້ອມ,ມີຖະໜົນ​ໃຫຍ່ 4 ສາຍ ຖະໜົນ​ນ້ອຍ 8 ສາຍ​ແລະ​ທາງ​ຮ່ອມ 72 ສາຍ​ໄຂ​ວ່ກັນ,ມີ​ພາລະ​ບົດບາດອັນຈະ​ແຈ້ງ​,​ແລະຈັດ​ວາງ​ຢ່າງຮຽບຮ້ອຍ.​ເຮືອນ​ຢູ່​​ເກົ່າ​ແກ່າໃນ​ເມືອງ​ແມ່ນ​​ເດີ່ນບ້າ​ນສີ່ຫຼ່ຽມ​ທີ່​​ສ້າງ​ດ້ວຍ​ດິນ​ຈີ່​ສີຂຽວ​ແລະ​ດິນຂໍ​ສີ​ຂີ້​ເຖົ່າໝົດ.​ເດີ່ນ​ບ້ານສີ່ຫຼ່ຽມ​ທີ່​ມີ​ຢູ່​ໃນ​ປະຈຸ​ບັນ​ໃນ​ທົ່ວ​ເມືອງ​ມີ​​ເກືອບ 4 ພັນ​ແຫ່ງ,​ໃນ​ນັ້ນມີ 400 ​ກວ່າ​ແຫ່ງ​ໄດ້​ຖືກ​ຮັກສາ​ໄວ້​​ໄດ້​ດີ​ສົມຄວນ.​ເຮືອນ​ຢູ່ຂອງ​​ປະຊາຊົນທີ່​ສ່ອງ​ແສງ​ໃຫ້​ເຫັນ​ພາບ​​ຈະ​ເລີ​ນ​ຮຸ່ງ​ເຮືອງ​ໃນ​​ໄລຍະ​ລາຊະວົງ​ມິ​ງ​ແລະ​ລາຊະວົງຊິງເຫຼົ່າ​ນີ້ ປະຈຸ​ບັນ​ລ້ວນ​ແຕ່​ກາຍ​ເປັນ​ເຮືອນ​ພັກ​ຮັບ​ຕ້ອນ​ນັກ​ທ່ອງ​ທ່ຽວ.ຜູ້​ທີ່​ເລືອກ​ພັກຢູ່​ໃນ​ເມືອງ,ສ່ວນ​ຫຼາຍ​ຈະ​ໄປ​ພັກ​ຢູ່​ສິ່ງ​ກໍ່ສ້າງ​ບູຮານ​ເກົ່າ​ແກ່ເຫຼົ່າ​ນີ້​.
1  2  3  4