ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-08 10:25:26    
ເມືອງ​ເກົ່າ​ພິງ​ຢາວ​ມີ​ເຮືອນ​ພັກ​ຫຼາຍ

cri Author: da



ເຮືອນພັກ"ທ່ຽນຢວນຂຸຍ"

ເມື່ອ​ເວົ້າ​ເຖິງ​ເຮືອນ​ພັກ​ຂອງ​ເມືອງ​ພິງ​ຢາ​ວ,ກໍຕ້ອງ​​ເວົ້າ​ເຖິງ​ເຮືອນ​ພັກ"ທ່ຽນ​ຢວນຂຸຍ"ກ່ອນ.​ເຮືອນ​ພັກນີ້​ຫ່າງ​ຈາກ​ໃຈກາງ​ເມືອງ​ເກົ່າພຽງ​ແຕ່​ຫຼາຍ​ຮ້ອຍ​ແມັດທໍ່​ນັ້ນ,ອາດ​ເວົ້າ​ໄດ້​ວ່າ ມັນ​ມີ​ລັກສະນະ​ຕົວ​ແທນ​​ໃຫ້​ແກ່ເຮືອນ​ພັກ​ຂອງ​ເມືອງ​ເກົ່າ​ພິງ​ຢາ​ວ.​ແຕ່​ກ່ອນ ເຮືອນ​ພັກ"ທ່ຽນ​ຢວນຂຸຍ"​ແມ່ນ​ເຮືອນ​ຂອງ​ພໍ່ຄ້າ​,ສ້າງ​ເມື່ອ 200 ກວ່າ​ປີ​ກ່ອນ.​ໃນ​ຄາວ​ນັ້ນ ພໍດີ​ຢູ່​ໃນ​ໄລຍະ​​ເສດຖະກິດ​ທ້ອງ​ຖິ່ນ​ຈະ​ເລີ​ນຮຸ່ງ​ເຮືອງ​ທີ່​ສຸດ,ພໍ່ຄ້າ​ຫຼາຍໆ​ຄົນ​ຢູ່​ໃນ​ເມືອງ​ລ້ວນ​ແຕ່​ມີ​ເຮືອນ​ສ່ວນ​ຕົວ​ຄື​ແນວ​ນີ້​ໜຶ່ງ​ຫຼື​ຫຼາຍ​ແຫ່ງ.

ເມື່ອ​ຍ່າງ​ເຂົ້າ​ເຮືອນ​ພັກ​"ທ່ຽນ​ຢວນ​ຂຸຍ",​ທ່ານ​ຈະ​ຮູ້​ສຶກ​​ເຖິງ​ບັນ​ຍາ​ກາດ​ວັດ​ທະ​ນະ​ທຳ​ບູ​ຮານ​ອັນ​ເຂັ້ມ​ຂຸ້ນ.​ດິນ​ຈີ່​ສີ​ຂຽວ​ທີ່​ປູ​ຢູ່​ໃນ​ເດີ່ນ​ບ້ານ,​ຢູ່​ໃນ​​ເຮືອນ​ໄດ້​ປະ​ກອບ​ດ້ວຍ​ໂຕະ​ແລະ​ເກົ້າ​ອີ້​ທີ່​ທັງ​ໃຫຍ່​ທັງ​ໜາ​,ທັງ​ໝົດ​ເຫຼົ່າ​ນີ້​ລ້ວນ​ແຕ່ມີ​ເອ​ກະ​ລັກ​ຍຸກ​ສະ​ໄໝ​ອ້ອຍ​ຕ້ອຍ.​ຢູ່​ໜ້າ​ເຮືອນ​ພັກ​ໄດ້​​ແຂວນ​ໂຄມ​ໄຟ​ແດງ,​ຕິດ​ດອກ​ເຈ້ຍ​ຕັດ​ທີ່​ສິລິ​ມຸງ​ຄຸນ​​ໃສ່​ປ່ອງ​ຢ້ຽມ,​ເຕັມ​ໄປ​ດ້ວຍ​ຄວາມ​ມ່ວນ​ຊື່ນ​ຂອງ​ຊີ​ວິດ​ພື້ນ​ເມືອງ​ຂອງ​ແຂວງ​ຊ່ານ​ຊີ່; ປະ​ຕູ​ແລະ​ຂອບ​ປ່ອງ​ຢ້ຽມ​ລ້ວນ​ແຕ່​​ໄດ້​ຄວັດ​ຮູບ​ໃສ່​ຢ່າງ​ລະ​ອຽດ​ປາ​ນີດ,​ງາມ​ຫຼາຍ.​ທ່ານ​ວັງ​ດາ ນັກ​ທ່ອງ​ທ່ຽວ​​ໄດ້​ພັກ​ຢູ່​ເຮືອນ​ພັກ​ແຫ່ງ​ນີ້​ຫຼາຍ​ມື້​ແລ້ວ,​ທ່ານ​ເວົ້າວ່າ:

"ການ​ປະດັບ​​ໃນຫ້ອງ​​​ເຮັດໃຫ້​ຄົນຮູ້​ສຶກດີ​ຫຼາຍ,ລ້ວນ​ແຕ່​ແມ່ນ​ເຄື່ອງ​ເຮືອນແບບ​ລາຊະວົງ​ມິ​ງ​ແລະ​ລາຊະວົງ​ຊິງທີ່​ເຮັດ​ດ້ວຍ​ໄມ້​ແດງ,ຢູ່​ເທິງ​ຝາ​ໄດ້​​ແຂວນ​ໜັງສື​ຂຽນ​ງາມ​​​ແລະ​ຮູບ​ແຕ້ມແບບ​ຈີນ,​ມີໂທລະພາບສີ ​ມີແອ​ເຢັນ,ຫ້ອງ​ນ້ຳ​ກໍ​ສະອາດ​ທີ່​ສຸດ.ສິ່ງ​ທີ່​​ມ່ວນກວ່າ​ໝູ່​ນັ້ນ​ແມ່ນ​ ​ຕຽງນອນໃນ​ຫ້ອງ​ລ້ວນ​ແຕ່ແມ່ນ​ເຮັດ​ດ້ວຍ​ດິນ,ສາມາດນອນ 5-6 ຄົນ,ມ່ວນ​ຫຼາຍ."



1  2  3  4