ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-08 10:25:26    
ເມືອງ​ເກົ່າ​ພິງ​ຢາວ​ມີ​ເຮືອນ​ພັກ​ຫຼາຍ

cri Author: da


ເມື່ອ​ພັນລະນາ​ເຮືອນ​ພັກ"ອີ່​ເຕີ"​ແລ້ວ,ພວກ​ເຮົາ​ຈະພັນລະນາ"ຫໍ​ພັກລາຊະການ".ນີ້​ແມ່ນທີ່​ຕັ້ງຂອງ​ເຮືອນ​ພັກ​ຊາວ​ໜຸ່ມ​ພິງ​ຢາ​ວ,​ແຕ່​ໃນ​​ເມື່ອກ່ອນ,​ແຫ່ງ​ນີ້​ແມ່ນ​​ເຮືອນ​ພັກ​ສຳລັບ​ຮັບ​ຕ້ອນ​ເຈົ້າໜ້າ​ທີ່​."ຫໍ​ພັກລາຊະການ"ຕັ້ງຢູ່​ໃຈກາງ​ເມືອງ​ເກົ່າ,​ແປະ​ກັບ​ຫໍພິພິທະ​ພັນ​​ໂຮງການ​ຂອງ​ເມືອງ​ໂດຍ​ມີ​ກຳ​ແພງ​ຂັ້ນ​ໄວ້.ຢູ່​ໃນ"ຫໍ​ພັກລາຊະການ" ບ່ອນ​ທີ່​ມີ​​ເອກະລັກ​ກວ່າ​ໝູ່ແມ່ນ​ຮ້ານ​ບາ,ຢູ່​ແຫ່ງ​ນີ້​ ນອກຈາກ​ມີ​ເຄື່ອງ​ໃຊ້​ທີ່​ຈຳ​ເປັນ​ຂອງ​ບາ​ທຳ​ມະ​ດາ​ແລ້ວ,ຍັງ​​ໄດ້​ກຽມ​ປື້​ມ​ແລະ​ວິ​ດີ​ໂອ​ຮູບ​ເງົາ​ຈຳນວນ​ຫຼວງ​ຫຼາຍ​​ໄວ້ໃຫ້​ແຂກ.​ແຂກ​ເຂົ້າຮ້ານບາ​ແລ້ວ,ບໍ່​ຕ້ອງ​ຫາ​ພະນັກງານບໍລິການ,ທຸກ​ສິ່ງ​ທຸກ​ຢ່າງ​ເອົາ​ມາ​ໃຊ້​ເອງ​ໄດ້​​ເໝືອນຢູ່​ໃນ​ເຮືອນ​ຂອງ​ຕົນ.ນາງ​ໂລ​ຢ້າພິງ ພະນັກງານ​​ໃນຮ້ານ​ບາ​​ແນະນຳ​ວ່າ,ຮ້ານບາ​ຫຼັງ​ນີ້​ໃນ​ເມື່ອ​ກ່ອນ​ແມ່ນ​ຫໍ​ຈັດ​ງານ​ລ້ຽງ.ນາງ​​ເວົ້າວ່າ:

"ຫ້ອງ​ນີ້​ແມ່ນ​ຫ້ອງ​ຈັດ​ງານ​ລ້ຽງ,ລວມທັງ​ຫ້ອງພັກ​ຂອງ​ແຂກ ຫ້ອງ​ຄົວ​ແລະ​ຫ້ອງຈັດ​ງານ​ລ້ຽງ,​ໃນ​ຄາວ​ນັ້ນ ຜູ້​ທີ່​ມາກິນ​ເຂົ້າ​ແລະ​ພັກຢູ່​ແຫ່ງ​ນີ້​ລ້ວນ​ແຕ່​ແມ່ນ​ເຈົ້າໜ້າ​ທີ່​.​ເຖິງ​ວ່າ​ດຽວ​ນີ້​ເບິ່ງ​ແລ້ວຮູ້​ສຶກວ່າ,ບໍ່​ກວ້າງ​ປານ​ໃດ,​ແຕ່​ໃນ​ຄາວ​ນັ້ນ​ ນັບ​ວ່າ​ໃຫຍ່​ຫຼາຍ​ແລ້ວ."

ປະຈຸ​ບັນ ​​ໃນ​​ເວລາ​ເມືອງ​ບູຮາ​ນວັດທະນະທຳຖື​ກທຳລາຍ​​ເພື່ອ​ພັດທະນາ​ການ​ຄ້ານັ້ນ,​ເມືອງ​ເກົ່າ​ພິງ​ຢາ​ວພັດ​ຖືກ​ຮັກສາ​ໄວ້​ເປັນຢ່າງ​ດີຕະຫຼອດມາ,​ໄດ້​ສະ​ແດງ​ໃຫ້​ເຫັນຮູບ​ແຕ້ມທີ່​ສົມບູນ​ແຫ່ງການ​ພັດທະນາ​ໃນ​ດ້ານ​ວັດທະນະທຳ ສັງຄົມ​ແລະ​ເສດຖະກິດ​ທີ່​ຕ່າງ​ກັບ​ແຫ່ງ​ອື່ນ.
1  2  3  4