ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-08 10:25:26    
ເມືອງ​ເກົ່າ​ພິງ​ຢາວ​ມີ​ເຮືອນ​ພັກ​ຫຼາຍ

cri Author: da



ເຮືອນພັກ"ອີ່ເຕີ"

ເຮືອນ​ພັກ"ອີ່​ເຕີ"ທີ່​ຫ່າງ​ຈາກ"ທ່ຽນ​​ຢວນຂຸຍ"ບໍ່​ໄກກໍ​ມີ​ເອກະລັກ​ພິ​ເສດ​ຫຼາຍ.​ເຮືອນ​ພັກ"ອີ່​ເຕີ"ກັບ​ເຮືອນ​ພັກ"ທ່ຽນຢວນຂຸຍ"​ແມ່ນ​ສ້າງ​ຂຶ້ນ​ໃນ​ໄລຍະ​ດຽວ​ກັນ,ລ້ວນ​ແຕ່​ແມ່ນ​ເຮືອນ​​ເກົ່າ​ຂອງ​ທ່ານ​ໂຮ​ວວັງ​ປິ່ນ ນັກ​ທະນາຄານ​ໃນ​ຄາວ​ນັ້ນ.​ເຮືອນ​ພັກ​ຫຼັງ​ນີ້​ປະກອບ​ດ້ວຍ 6 ​ເດີ່ນ​ບ້ານ,​ແຕ່ລະ​ເດີ່ນລ້ວນ​ແຕ່​ມີ​ເຮືອນ​ແຂກ,​ໄດ້​ວາງ​ເຄື່ອງ​​ເຮືອນ​ທີ່​ພິຖີ​ພິຖັນ.ສ່ວນ​ຮູບຄວັດ​ແລະ​ຮູບ​ແຕ້ມສີ​ທີ່​ສວຍ​ງາມ​ປາ​ນີດຢູ່​ເທິງ​​ເຄື່ອງ​​ເຮືອນ,ກໍ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັ່ງມີ​ຂອງ​ຄອບຄົວ​ນີ້​ໃນ​ຄາວ​ນັ້ນ.

ທ່ານ​ສີ​ລິນ​ເຈ ອາຈານ​ຂອງ​ມະຫາວິທະຍາ​ໄລ​ປັກ​ກິ່ງ​ມາ​ທ່ຽວ​ເມືອງ​ພິງ​ຢາ​ວຫຼາຍ​ເທື່ອ​ແລ້ວ,​​ເທື່ອ​ໃດ ທ່ານ​ກໍ​ມາພັກ​ຢູ່​ເຮືອນ​ພັກ"ອີ່​ເຕີ".ທ່ານ​ເວົ້າວ່າ,​​ເຖິງ​ວ່າ ເຮືອນ​ພັກ​ໃນ​ເມືອງ​ພິງ​ຢາ​ວ​ມີ​ເອກະລັກ​ຄ້າຍຄື​ກັນກໍ​ຕາມ,​ແຕ່​ກໍຕ່າງ​ມີ​ຈຸດ​ພິ​ເສດ​ຂອງ​ຕົນ.​ເຊັ່ນ:​​ເຮືອນ​ພັກ"ອີ່​ເຕີ",ທ່ານສົນ​ໃຈ​ນຳວັດທະນະທຳ​ຂອງ​ເຮືອນ​ພັກ​ຫຼັງ​ນີ້​ຫຼາຍ​ກວ່າ.ທ່ານ​ເວົ້າວ່າ:

"ຢູ່​ແຫ່ງ​ນີ້,ທຸກ​ສິ່ງ​ທຸກ​ຢ່າ​ງລ້ວນ​ແຕ່​ຖືກ​ຮັກສາ​ໄວ້​ເປັນ​ຢ່າງ​ດີ,​ເຊັ່ນຫີນ​ຮັບ​ແຂກ​ຢູ່​ເດີ່ນໜ້າ​ບ້ານ,​ຫີນ​ຂຶ້ນ​ມ້າ​ແລະ​ເສົາ​ມັດ​ມ້າ​ຢູ່​ເດີ່ນ​ຫຼັງ​ບ້ານ,​ແຕ່​ລະ​ມື້ ​ເມື່ອ​ກັບ​ມາ​ແຕ່​ນອກແລ້ວ,ຍ່າງ​ໃນ​ເດີ່ນ​ບ້ານ​ນີ້,ກໍ​ເໝືອນ​ດັ່ງ​ເລາະ​ທ່ຽວ​ຢູ່ຫໍພິພິທະ​ພັນ​ຮີດຄອງ​ປະ​ເພນີ."



1  2  3  4