ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-14 10:42:51    
ທ່ານ​ເຈິ້ງ​ຊວນ ຊ່າງ​ເຮັດ​ວີ​ໂອ​ລົງ​ຂອງ​ຈີນ

cri Author: sayvanny

ປັດ​ຈຸ​ບັນ ທ່ານ​ເຈິ້ງ​ຊວນ​​ແມ່ນ​ຄົນ​ຈີນ​ພຽງ​ຜູ່​ດຽວ​ທີ່​ໄດ້​ຮັບ​ນາມ​ມະ​ຍົດ​ເປັນ​ຊ່າງ​ເຮັດ​ວີ​ໂອ​ລົງ​ສາ​ກົນ​ຈາກ​ສະ​ມາ​ຄົມ​ເຮັດ​ວີ​ໂອ​ລົງ​ສາ​ກົນ.ທ່ານ​ໄດ້​ສ້າງ​ສຳ​ນັກ​ສາ​ຂາ​ວິ​ຊາ​ຈີນ​ໃນ​ການ​​ເຮັດ​ວີ​ໂອ​ລົງ​ໃນຊຸມ​ປີ 80 ສະ​ຕະ ວັດ​ແລ້ວ​ນີ້,ມາ​ຮອດ​ຊູ່​ມື້​ນີ້,​ໄດ້​ຮັບ​ຜົນ​ງານ​ທີ່​ບໍ່​ທຳ​ມະ​ດາ.

ທ່ານ​ເຈິ້ງ​ຊວນ​ເກີດ​ຢູ່​ຊຽງ​ໄຮ້​ເມື່ອ​ປີ 1950 ,​ເຕີບ​ໃຫຍ່​ຢູ່​ໃນ​ຄອບ​ຄົວ​ປັນ ຍາ​ຊົນ​ດັ້ງ​ເດີມ.ພໍ່​​ແມ່​ຂອງ​ທ່ານ​ແມ່ນ​ວິ​ສະ​ວະ​ກອນ​ເຄມີ​ສາດ​ທີ່​ມີ​ຊື່​ສຽງ,ພວກ​ເພິ່ນ​ມີຫນ້າ​ທີ່​ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມ​ອັນ​ແຮງ​ກ້າ​,​ລິ​ເລີ່​ມສົ່ງ​ເສີມ​ການ​ຮັບ​ໃຊ້​ສັງ​ຄົມ​ດ້ວຍ​ຄວາມ​ຮູ້,ນີ້​ໄດ້​ເກີດ​ມີ​ຜົນ​ສະ​ທ້ອນ​ອັນ​ເລິກ​ເຊິ່ງ​ຕໍ່​ການ​ເຕີບ​ໂຕ​ຂອງ​ທ່ານ​ເຈິ້ງ​ຊວນ.

ທ່ານ​ເຈິ້ງ​ຊວນ​ຮຽນ​ສີ​ວີ​ໂອ​ລົງ​ຕັ້ງ​ແຕ່​ຍາມ​ຍັງ​ນ້ອຍ.ຊຸມ​ປີ 70 ສະ​ຕະ​ວັດ​ແລ້ວ​ນີ້, ທ່ານ​ໄດ້​ກາຍ​ເປັນ​ຜູ່​ສີ​ວີ​ໂອ​ລົງ​ໃນ​ຄະ​ນະ​ສິນ​ລະ​ປະ​ກຳ​ເຂດ​ສື​ໂຈ​ວ​ຂອງ​ແຂວງ​ອານ​ຫຸ່ຍ​ຈີນ.ທ່ານ​ເຈິ້ງ​ຊວນ​ມີ​ຄວາມ​ສາ​ມາດ​​ເຮັດ​ເຄື່ອງ​ຂອງ​ເກັ່ງ​ທີ່​ສຸດ,​ໃນ​ເວລາ​ຄະນະ​ສິນ​ລະ​ປະ​ກຳ​ຂາດ​ເຄື່ອງ​ສະ​ແດງ​ຫຍັງ,​ເພິ່ນ​ກໍ່​ຈະ​ເຮັດ​ດ້ວຍ​ຕົນ​ເອງ.​ດົນ​ຕາມ​ດົນ, ທ່ານ​ເຈິ້ງ​ຊວນ​ກໍ່​ຕິດ​ໃຈ​ນຳ​ການ​ເຮັດ​ວີ​ໂອ​ລົງ,​​ເມື່ອ​ກັບ​ມາ​ຈາກ​ການ​ສະ​ແດງ​ເທື່ອ​ໃດ,​ເພິ່ນ​ກໍ່​ມັກ​ຄຶດ​ວ່າ​ຈະ​ເຮັດ​​​ໃຫ້​ທ່ອນ​ໄມ້​ທີ່​ຫາ​ໄດ້​ນັ້ນ​ກາຍ​ເປັນ​ວີ​ໂອ​ລົງ​ແນວ​ໃດ.​ເມື່ອ​ກ່າວ​​ເຖິງປະສົບການ​ຮຽນ​ເຮັດ​ວີ​ໂອ​ລົງ,ທ່ານ​ເຈິ້ງ​ຊວນ​ເວົ້າ​ວ່າ:

ໃນ​ດ້ານ​ນີ້,ຂ້າ​ພະ​ເຈົ້າ​ຮັບ​ຮູ້​ໄວ​ຫລາຍ,​ແລະ​ສົນ​ໃຈ​​ເປັນ​ພິ​ເສດ,​ແຕ່​ໃນ​ວົງ​ການ​ເຮັດ​ວີ​ໂອ​ລົງໃນ​ຄາວ​ນັ້ນ,ມີ​ຄົນ​​ຫລິ້ນ​ວີ​ໂອ​ລົງ​ຫນ້ອຍ​ທີ່​ສຸດ,ສະ​ນັ້ນ, ຂ້າ​ພະ​ເຈົ້າ​ເຂົ້າ​ສູ່​ວົງ​ການ​ເຮັດ​ວີ​ໂອ​ລົງ​ໃນ​ນາມ​ເປັນ​ຜູ່​ຫລິ້ນ​ວີ​ໂອ​ລົງ,​ແມ່ນ​ມີ​ເງື່ອນ​ໄຂ​ພິ​ເສດ​ຫລາຍ,​ບໍ່​ດົນ,ຂ້າ​ພະ​ເຈົ້າ​ກໍ່​ໄດ້​ກຳ​ແຫນ້ນ​ການ​ພົວ​ພັນ​ລະ​ຫວ່າງ​ວີ​ໂອ​ລົງ​ກັບ​ສຽງ.

1  2  3  4